ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫຼີເໜືອ ຈັດພິທີສວນສະໜາມ ແຕ່ບໍ່ປາກົດ ມີການນຳສະແດງ ລູກສອນໄຟຊະນິດໃໝ່


ການສວນສະໜາມທາງທະຫານ ຈັດຂຶ້ນເນື່ອງໃນໂອກາດວັນຄົບຮອບການສ້າງຕັ້ງສາທາລະນະລັດ ທີ່ຈະຕຸລັດກິມ ອິລ ຊຸງ
ໃນນະຄອນພຽງຢາງ ເມື່ອວັນທີ 9 ກັນຍາ 2021 ມື້ນີ້.
ການສວນສະໜາມທາງທະຫານ ຈັດຂຶ້ນເນື່ອງໃນໂອກາດວັນຄົບຮອບການສ້າງຕັ້ງສາທາລະນະລັດ ທີ່ຈະຕຸລັດກິມ ອິລ ຊຸງ ໃນນະຄອນພຽງຢາງ ເມື່ອວັນທີ 9 ກັນຍາ 2021 ມື້ນີ້.

ເກົາຫຼີເໜືອຈັດໃຫ້ມີການເດີນສວນສະໜາມໃນຕອນເດິກເຊົ້າມືດຂອງວັນພະຫັດ ມື້ນີ້ ອີງຕາມການປະກາດຂອງສື່ມວນຊົນທາງການເກົາຫຼີເໜືອ ແຕ່ປາກົດວ່າບໍ່ໄດ້ມີການນຳສແດງລູກສອນໄຟຂີປະນາວຸດຫຼືອາວຸດທີ່ກ້າວໜ້າທັນສະໄໝອື່ນໆໃດໆ.

ເກົາຫຼີເໜືອຈັດໃຫ້ມີການສວນສະໜາມຫຼັງຈາກຕອນທ່ຽງຄືນເພື່ອສະຫຼອງວັນຄົບຮອບ 73 ປີ ໃນການສ້າງຕັ້ງປະເທດດັ່ງກ່າວ ອີງຕາມລາຍງານ ຂອງອົງການຂ່າວສູນກາງເກົາຫຼີ ຫຼື KCNA ຂອງທາງການເກົາຫຼີເໜືອນັ້ນ.

ຜູ້ນຳຂອງເກົາຫຼີເໜືອ ທ່ານກິມ ຈົງ ອຶນ ກໍໄດ້ໄປຮ່ວມໃນພິທີສວນສະໜາມດັ່ງກ່າວ ໂດຍໃສ່ຊຸດແບບຕາເວັນຕົກ ແລະປາກົດວ່າມີຮູບຮ່າງຈ່ອຍຜອມລົງ.

ຜູ້ນຳອາຍຸ 37 ປີຂອງເກົາຫຼີເໜືອ ຜູ້ຊຶ່ງສຸຂະພາບ ໄດ້ກາຍເປັນເລື້ອງທີ່ມີການຄາດຄະເນກັນຢູ່ເລື້ອຍໆ ໃນສື່ມວນຊົນຕາເວັນຕົກນັ້ນ ໄດ້ມີນ້ຳໜັກຫຼຸດລົງຢ່າງຫຼວງຫຼາຍ ໃນໄລຍະສອງສາມເດືອນທີ່ຜ່ານມານີ້.

ສື່ມວນຊົນຂອງທາງການເກົາຫຼີເໜືອບໍ່ໄດ້ແຈ້ງໃຫ້ຊາບວ່າ ທ່ານກິມ ໄດ້ກ່າວຄຳປາໄສຢູ່ໃນພິທີດັ່ງກ່າວຫຼືບໍ່. ນອກນັ້ນອົງການຂ່າວຂອງເກົາຫຼີເໜືອຍັງບໍ່ໄດ້ກ່າວເຖິງການນຳອອກສະແດງລູກສອນໄຟຂີປະນາວຸດໃດໆຫຼືບໍ່ ໃນພິທີສວນສະໜາມດັ່ງກ່າວນີ້.

ການສວນສະໜາມທາງທະຫານ ເພື່ອສະຫຼອງວັນສ້າງຕັ້ງປະເທດ ທີ່ຈະຕຸລັດກິມ ອິລ ຊຸງ ໃນນະຄອນຫຼວງພຽງຢາງ ເມື່ອວັນທີ 9 ກັນຍາ 2021 ນີ້.
ການສວນສະໜາມທາງທະຫານ ເພື່ອສະຫຼອງວັນສ້າງຕັ້ງປະເທດ ທີ່ຈະຕຸລັດກິມ ອິລ ຊຸງ ໃນນະຄອນຫຼວງພຽງຢາງ ເມື່ອວັນທີ 9 ກັນຍາ 2021 ນີ້.

ແຕ່ແນວໃດກໍຕາມການສວນສະໜາມໄດ້ມີການນຳອອກສະແດງອາວຸດຂະໜາດ ນ້ອຍ ລົດດັບເພີງ ແລະກຸ່ມບຸກຄົນຢູ່ໃນເຄື່ອງແບບ ຊຶ່ງມີການກ່າວກັນວ່າ ເປັນຊຸດປ້ອງກັນວັດຖຸ ທີ່ເປັນອັນ ຕະລາຍ ສີໝາກກ້ຽງ ທີ່ຜະລິດຢູ່ພາຍໃນປະເທດທີ່ພ້ອມດ້ວຍເຄື່ອງປົກຫົວ ແລະໜ້າກາກ ອີງຕາມຮູບພາບນິ້ງທີ່ນຳອອກເຜີຍແຜ່ໂດຍສື່ມວນຊົນຂອງທາງການ.

ນີ້ແມ່ນການສວນສະໜາມຄັ້ງທີ 3 ຂອງກອງທັບເກົາຫຼີເໜືອ ພາຍໃນໄລຍະປະມານນຶ່ງປີ ແລະນີ້ເປັນເທື່ອທຳອິດ ນັບຕັ້ງແຕ່ປະທານາທິບໍດີໂຈ ໄບເດັນ ເຂົ້າຮັບໜ້າທີ່. ພວກນັກວິເຄາະບາງຄົນ ມອງເບິ່ງການເຄື່ອນໄຫວໃນຄັ້ງນີ້ວ່າ ອາດເປັນຊ່ອງທາງເພື່ອກົດດັນໃຫ້ສະຫະລັດ ທ່າມ ກາງການເຈລະຈານິວເຄລຍທີ່ຕົກຢູ່ໃນສະພາບບໍ່ໄປບໍ່ມາ ແຕ່ແນວໃດກໍຕາມ ເປັນທີ່ຄິດກັນວ່າ ແມ່ນການທ້າທາຍເກາະຜິດທີ່ໜ້ອຍກວ່າການຍິງທົດລອງອາວຸດທີ່ສຳຄັນໆ.

ເກົາຫຼີເໜືອໄດ້ປະຕິເສດຊ້ຳແລ້ວຊ້ຳອີກຕໍ່ຂໍ້ສະເໜີຂອງລັດຖະບານທ່ານໄບເດັນທີ່ຢາກໃຫ້ເປີດການເຈລະຈາຄືນ ແລະເມື່ອໄວໆມານີ້ ກໍໄດ້ຂົ່ມຂູ່ວ່າ ຈະກັບຄືນໄປສູ່ຄວາມເຄັ່ງຕຶງອີກ ຫຼັງຈາກວໍຊິງຕັນ ແລະໂຊລ ໄດ້ທຳການຊ້ອມລົບຮ່ວມທາງທະຫານປະຈຳປີຂຶ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG