ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫຼາຍລັດ ກໍາລັງຜ່ອນຜັນ ຂໍ້ຈໍາກັດ ການປິດເມືອງ ຍ້ອນໄວຣັສ ໂຄໂຣນາ ຢູ່ໃນ ສຫລ


ຖົງຢາງປລາສຕິກເອົາສຸບໃສ່ຕັ່ງໄວ້ເພື່ອໝາຍບອກໃຫ້ຄົນຢູ່ຫ່າງກັນ 6 ຟຸດ ຢູ່ຮ້ານອາການ Waffle House ທີ່ເລີ້ມເປີດບໍລິການລູກຄ້າຄືນ ຢູ່ໃນເມືອງ Savannah ລັດຈໍເຈຍ (ພາບຖ່າຍໃນວັນທີ 27 ເມສາ, 2020)
ຖົງຢາງປລາສຕິກເອົາສຸບໃສ່ຕັ່ງໄວ້ເພື່ອໝາຍບອກໃຫ້ຄົນຢູ່ຫ່າງກັນ 6 ຟຸດ ຢູ່ຮ້ານອາການ Waffle House ທີ່ເລີ້ມເປີດບໍລິການລູກຄ້າຄືນ ຢູ່ໃນເມືອງ Savannah ລັດຈໍເຈຍ (ພາບຖ່າຍໃນວັນທີ 27 ເມສາ, 2020)

ລັດຖະບານຂອງທ່ານທຣໍາ ກໍາລັງທົບທວນເບິ່ງຄໍາແນະນໍາໃໝ່ທີ່ໄດ້ສະເໜີຂຶ້ນມາກ່ຽວ
ກັບວິທີການທີ່ລັດຕ່າງໆຈະເປີດທຸລະກິດ, ໂຮງຮຽນ ແລະໂບດຕ່າງໆ ຄືນ ໃນຂະນະທີ່
ມີຫລາຍລັດເພີ້ມຂຶ້ນທີ່ສົ່ງສັນຍານບອກວ່າ ເຂົາເຈົ້າຈະເດີນໜ້າ ກ້າວໄປໃນການເຮັດ
ໃຫ້ຂໍ້ຈໍາກັດໃນການປິດເມືອງໄວ້ຍ້ອນໄວຣັສໂຄໂຣນານັ້ນ ຜ່ອນຜັນລົງ.

ບັນາດເຈົ້າໜ້າທີ່ເວົ້າວ່າ ຄໍາແນະນໍາທີ່ໄດ້ຮ່າງຂຶ້ນມາ ໂດຍສູນກາງຄວບຄຸມ ແລະປ້ອງກັນພະຍາດໄດ້ໃຫ້ຄໍາແນະນໍາຢ່າງລະອຽດ ກ່ຽວກັບການເລີ້ມກິດຈະ ກໍາຕ່າງໆ ຢູ່ໃນຫລາຍສະຖານທີ່ຄືນອີກ.

ບັນດາອົງການຂ່າວທັງຫລາຍ ທີ່ໄດ້ເຫັນຄໍາແນະນໍາທີ່ສະເໜີຂຶ້ນມານັ້ນ ລາຍ ງານໃນວັນຈັນວານນີ້ວ່າ ເຂົາເຈົ້າໃຫ້ປິດຫ້ອງພັກຜ່ອນຢູ່ໃນຫ້ອງການໄວ້, ໃຊ້ ເຈ້ຍລາຍການອາຫານທີ່ໃຊ້ແລ້ວຖິ້ມໂລດຢູ່ໃນຮ້ານອາຫານ ແລະງົດການຮ້ອງ ເພັງ ສວດມົນຮ່ວມກັນຢູ່ໃນການປະຕິບັດກິດຈະວັດທາງສາສະໜາ. ພວກເຈົ້າ ໜ້າທີ່ເວົ້າວ່າ ຍັງຈະມີການປ່ຽນແປງຢູ່ໃນຄໍາແນະນໍາເຫລົ່ານັ້ນຢູ່.

ທ່ານ ເກຣັກ ອັບບອດ (Greg Abbott), ຜູ້ປົກຄອງລັດເທັກຊັສ ເວົ້າວ່າ ລັດ ຂອງທ່ານຈະເລີ້ມປະຕິບັດຂັ້ນຕອນການປິດເມືອງຄືນຢ່າງຊ້າໆ ໃນວັນສຸກ ຈະ ມາເຖິງນີ້ ໂດຍທີ່ຮ້ານອາຫານ, ຮ້ານຄ້າແລະໂຮງຮູບເງົາແມ່ນໄດ້ຮັບອະນຸຍາດ ໃຫ້ເປີດຮັບເອົາລູກຄ້າໄດ້ຫລາຍສຸດ ບໍ່ເກີນ 25 ເປີເຊັນ.

ສ່ວນຢູ່ລັດມິຊຊູຣີນັ້ນ, ຜູ້ປົກຄອງລັດໄມຄ໌ ພາຊັນ (Mike Parson) ເວົ້າວ່າ ຂໍພຽງແຕ່ວ່າ ບັນດາທຸລະກິດ ແລະການຈັດງານສັງຄົມນັ້ນ ສືບຕໍ່ເຮັດຕາມວິທີ ການຮັກສາໄລຍະການຢູ່ຫ່າງກັນ ພວກເຂົາເຈົ້າຈະໄດ້ຮັບອະນຸຍາດໃຫ້ເປີດກິດ ຈະການຄືນໄດ້ອີກໃນອາທິດໜ້ານີ້. ບໍ່ຄືກັນກັບລັດອື່ນບາງລັດ ການຜ່ອນຜັນ ມາດຕະການໃຫ້ຢູ່ພາຍໃນເຮືອນຢູ່ລັດນີ້ ແມ່ນຈະລວມມີ ອະນຸຍາດໃຫ້ຄົນໄປ ບ່ອນອອກກໍາລັງກາຍ, ໄປຮ້ານເສີມ ສວຍ, ໂບດ ແລະງານແຂ່ງຂັນກິລາຢູ່.

ວັນຈັນວານນີ້ ເປັນວັນທີ່ເປີດທຸລະກິດຄືນ ໃນຂີດຈໍາກັດກວ່າຢູ່ໃນ ລັດມີເນໂຊ ຕາ, ໂຄໂລຣາໂດ, ມິຊຊິສຊິບປີ, ມອນທານາ ແລະເທັນເນັສຊີ. ພວກເຂົາເຈົ້າ ເຮັດຄື ກັນກັບລັດຈໍເຈຍ, ໂອກາລາໂຮມາ, ອາລາສກາ ແລະຄາໂຣໄລນາໃຕ້ ຢູ່ໃນການຜັກດັນການອະນຸຍາດໃຫ້ຄົນກັບໄປເຮັດວຽກ ແລະອະນຸຍາດໃຫ້ປະ ຊາຊົນກັບໄປ ສູ່ການດໍາລົງຊີວິດຂອງເຂົາເຈົ້າ ຄືກັນກັບກ່ອນ ຈະມີໄວຣັສໂຄ ໂຣນານັ້ນ.

ບັນດານັກຊ່ຽວຊານກໍາລັງເຕືອນບໍ່ຢາກໃຫ້ເປີດເມືອງຄືນໄວເກີນໄປ ແລະ ຜູ້ປົກຄອງລັດຫລາຍຄົນ ໄດ້ເວົ້າວ່າ ຈະມີມາດຕະການຕ່າງໆກຽມໄວ້ເພື່ອ ປ້ອງກັນ ຄວາມປອດໄພຂອງປະຊາຊົນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG