ປະຊາຊົນ 19 ຄົນໄດ້ຮັບການຢືນຢັນວ່າ ເສຍຊີວິດໃນເຫດແຜ່ນດິນໄຫວ ທີ່ມີຄວາມ
ຮຸນແຮງ ເກີດຂຶ້ນຢູ່ເຂດພູຜາຫ່າງໄກສອກຫຼີກ ໃນແຂວງ ສີສວນ ຂອງ ຈີນ ເມື່ອວັນອັງ
ຄານວານນີ້.
ບັນດາເຈົ້າໜ້າທີ່ທ້ອງຖິ່ນກ່າວວ່າ ປະຊາຊົນຄົນອື່ນໆອີກ 247 ຄົນແມ່ນໄດ້ຮັບບາດ
ເຈັບໃນເຫດແຜ່ນດິນໄຫວ, ເຊິ່ງຈຸດສູນກາງຂອງການສັ່ນສະເທືອນໄດ້ເກີດຂຶ້ນໃນເຂດ
ເທດສະບານ Ngawa, ບ້ານຂອງຄົນລ້ຽງສັດ ພະເນຈອນຊາວ ທິເບດ ແລະ
Jiuzhaigou, ທີ່ເປັນສວນອຸດທະ ຍານແຫ່ງຊາດທີ່ມີຊື່ສຽງ ພ້ອມດ້ວຍທິວທັນອັນສວຍ
ສົດງົດງາມ ທີ່ດຶງດູດເອົານັກທ່ອງທ່ຽວຈາກທັງ ຈີນ ແລະ ຕ່າງປະເທດ. ບັນດາເຈົ້າໜ້າ
ທີ່ກ່າວວ່າ ຜູ້ທີ່ເສຍຊີວິດຢ່າງໜ້ອຍຫ້າຄົນແມ່ນນັກທ່ອງທ່ຽວ. ອົງການ ຂ່າວ Xinhua
ຂອງທາງການ ຈີນ ກ່າວວ່າ ນັກທ່ອງທ່ຽວ ຫຼາຍກວ່າ 30,000 ຄົນໄດ້ຖືກຍົກຍ້າຍອອກ
ຈາກພື້ນທີ່.
ປະທານປະເທດ ສີ ຈິ່ນຜິງ ໄດ້ຮຽກຮ້ອງໃຫ້ “ພະຍາຍາມ ຢ່າງສຸດຂີດ” ເພື່ອກອບກູ້
ແລະ ຊ່ວຍເຫຼືອຜູ້ທີ່ໄດ້ຮັບບາດເຈັບ.
ອົງການສັງເກດທໍລະນີວິທະຍາ ສະຫະລັດ ວັດແທກຄວາມແຮງຂອງ ການສັ່ນສະ
ເທືອນໄດ້ 6.5 ໃນຂະນະທີ່ສູນກາງແຜ່ນດິນໄຫວຂອງ ຈີນ ກ່າວວ່າ ແຜ່ນດິນໄຫວດັ່ງ
ກ່າວ ມີຄວາມແຮງລະດັບ 7. ເຮືອນຫຼາຍກວ່າ 100,000 ຫຼັງແມ່ນໄດ້ຮັບຄວາມເສຍ
ຫາຍ, ແລະ ຄວາມແຮງສັ່ນສະເທືອນໄດ້ ກະຈາຍໄປທົ່ວພາກພື້ນ.
ເຫດແຜ່ນດິນໄຫວໃນວັນອັງຄານວານນີ້ ໄດ້ເກີດຂຶ້ນໃກ້ກັບສະຖານທີ່ ເກີດແຜ່ນດິນ
ໄຫວຄວາມແຮງ ລະດັບ 8 ເມື່ອປີ 2008 ເຊິ່ງມັນໄດ້ສ້າງຄວາມເສຍຫາຍຢ່າງຮ້າຍແຮງ
ໃຫ້ແກ່ພາກພື້ນດັ່ງກ່າວ, ເຮັດໃຫ້ປະຊາຊົນ 87,000 ຄົນເສຍຊີວິດ ຫຼື ຫາຍສາບສູນ.
ໃນຂະນະດຽວກັນ, ບັນດາເຈົ້າໜ້າທີ່ພວມຮັບມືກັບເຫດການດັ່ງກ່າວນີ້ຢູ່ ກໍໄດ້ເກີດ
ແຜ່ນດິນໄຫວຮຸນແຮງອີກແຫ່ງໜຶ່ງ, ວັດແທກໄດ້ 6.3 ໂດຍອົງການສັງເກດທຳລະນີວິ
ທະຍາສະຫະລັດ, ເທື່ອນີ້ແມ່ນເກີດຂຶ້ນໃນເຂດ ຊິນຈຽງ ທາງພາກຕາເວັນຕົກສຽງເໜືອ
ຂອງປະເທດ.
ອົງການຂ່າວ Xinhua ກ່າວວ່າ ຊາວບ້ານຢ່າງໜ້ອຍ 3 ຄົນແມ່ນໄດ້ ຮັບບາດເຈັບ
ຍ້ອນເຮືອນຂອງເຂົາເຈົ້າໄດ້ພັງລົງມາທັບ.