ແຜ່ນດິນໄຫວຢ່າງແຮງ ໄດ້ເກີດຂຶ້ນຢູ່ນອກຝັ່ງມະຫາສະມຸດ ປາຊີຟິກຕອນໃຕ້ ຂອງ ປະເທດເກາະ Vanuatu ແຕ່ບໍ່ໄດ້ມີລາຍງານກ່ຽວກັບຄື້ນຟອງຊູນາມິ ຫຼື ຄວາມເສຍ ຫາຍທີ່ຮ້າຍແຮງແຕ່ຢ່າງໃດ.
ກົມສຳຫຼວດທໍລະນີສາດ ສະຫະລັດ ຫຼື USGS ກ່າວວ່າ ແຜ່ນດິນໄຫວນີ້ມີ ຄວາມແຮງ 6.9 ໄດ້ກະທົບ ໃນວັນອາທິດມື້ນີ້ ທາງທິດເໜືອ 80 ກິໂລແມັດ ຫ່າງໄປຈາກ ເມືອງທ່າ Port-Olry ຂອງເກາະ Vanuatu ໃນລະດັບຄວາມເລີກ 35 ກິໂລແມັດ.
ກົມ USGS ໄດ້ທົບທວນເບິ່ງຄວາມແຮງຂອງແຜ່ນດິນໄຫວ 7.2 ທີ່ໄດ້ລາຍງານໄປ ໃນເມື່ອກ່ອນ.
ປະເທດເກາະ ວານູອາຕູ ຕັ້ງຢູ່ ອັນທີ່ຮູ້ຈັກກັນວ່າ ວົງອ້ອມຂອງໄຟ ທີ່ປະກອບດ້ວຍ ເສັ້ນໂຄ້ງຂອງເສັ້ນທາງພູເຂົາໄຟຂອງໂລກ ທີ່ກໍ່ໃຫ້ເກີດແຜ່ນດິນໄຫວຢູ່ເປັນປະຈຳ ຢູ່ອ້ອມແອ້ມ ມະຫາສະມຸດປາຊີຟິກນັ້ນ.