ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກີດແຜ່ນດິນໄຫວ ຄັ້ງໃຫຍ່ ຢູ່ນອກ ຝັ່ງທະເລ ກ້ຳຕາເວັນອອກ ຂອງ ຍີ່ປຸ່ນ


ລົດຕິດ ຍ້ອນຜູ້ຄົນພາກັນລົບໜີ ລຸນຫລັງການເຕືອນໄພ ກ່ຽວກັບ ຟອງຍັກສຸນາມິ ຫລັງຈາກເກີດແຜ່ນດິນໄຫວ.
ລົດຕິດ ຍ້ອນຜູ້ຄົນພາກັນລົບໜີ ລຸນຫລັງການເຕືອນໄພ ກ່ຽວກັບ ຟອງຍັກສຸນາມິ ຫລັງຈາກເກີດແຜ່ນດິນໄຫວ.

ເກີດ​ແຜ່ນດິນ​ໄຫວ​ທີ່​ມີ​ຄວາມ​ແຮງ​ 7.3 ຢູ່​ນອກ​ແຄມ​ຝັ່ງ​ທະ​ເລ ຂອງ​ເມືອງ Fukushima ທາງ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ຍີ່ປຸ່ນ​ໃນ​ຕອນ​ເຊົ້າ​ວັນ​ອັງຄານມື້​ນີ້.

ອົງການ​ສຳ​ຫລວດ​ທໍລະນີສາດ​ຂອງ​ສະຫະລັດກ່າວ​ວ່າ ​ແຜ່ນດິນ​ໄຫວນີ້​ເກີດຢູ່ເລິກໃຕ້
ດິນ 10 ກິ​ໂລ​ແມັດ ​ປະມານ 250 ກິ​ໂລ​ແມັດຢູ່​ທາງ​ພາ​ກຕາ​ເວັນ​ອອກສຽງ​ເໜືອ​ຂອງ​ນະຄອນຫລວງ​ໂຕ​ກຽວ ​ຂອງ​ຍີ່​ປຸ່ນ.

ຍັງ​ບໍ່​ທັນ​ມີ​ລາຍ​ງານ ກ່ຽວ​ກັບ​ການ​ເສຍ​ຊີວິດ​ໃນ​ທັນໃດ​ເທື່ອ ​ເຖິງ​ຢ່າງ​ໃດ​ກໍ​ດີ ​ໄດ້​ມີຜູ້​ບາດ​
ເຈັບຈຳນວນ​ນຶ່ງ ​ແລະ​ຄວາມ​ເສຍ​ຫາຍ​ເລັກນ້ອຍ.

ຈຸດສູນກາງແຜ່ນດິນໄຫວ ຢູ່ໃກ້ກັບເມືອງ Tomioka ປະເທດຍີ່ປຸ່ນ.
ຈຸດສູນກາງແຜ່ນດິນໄຫວ ຢູ່ໃກ້ກັບເມືອງ Tomioka ປະເທດຍີ່ປຸ່ນ.

ການ​ເຕືອນກ່ຽວ​ກັບ​ຟອງ​ຍັກ​ສຸ​ນາ​ມິ ​ໄດ້ຖືກ​ຍົກ​ເລີກ ​ປະມານ​ສີ່​ຊົ່ວ​ໂມງ​ຫລັງ ຈາກ​ໄດ້ເກີດ
ແຜ່ນດິນ​ໄຫວ. ມີຟອງຍັກ​ສຸ​ນາ​ມິປະມານ 1 ຫາ 1.4 ​ແມັດ​ໄດ້ວັດ​ແທກຢູ່​ຕາມ​ເຂດ​ແຄມ​ຝັ່ງທະ​ເລ.

ຂົງ​ເຂດ​ດັ່ງກ່າວ ​ເປັນ​ທີ່​ຕັ້ງໂຮງ​ໄຟຟ້າ​ນິວ​ເຄລຍ Daiichi ຂອງ​ບໍລິສັດ Tepco ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ໜັກ​ໃນ​ເດືອນ​ມີນາ ປີ 2011 ຈາກ​ແຜ່ນດິນ​ໄຫວ ​ແລະ​ຟອງຍັກ​ສຸ​ນາ​ມິ. ​ແຜ່ນດິນ​ໄຫວ​ດັ່ງກ່າວ​ມີ​ຄວາມ​ແຮງ 9 ຊຶ່ງ​ເປັນ​ແຜ່ນດິນ​ໄຫວ​ທີ່ ​ແຮງ​ສຸດເປັນ​ປະຫວັດ​ການ​ໃນ​ຍີ່ປຸ່ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Japan Tsunami
please wait
Embed

No media source currently available

0:00 0:01:25 0:00

XS
SM
MD
LG