ແຜ່ນດິນໄຫວ ໄດ້ສ້າງຄວາມເສຍຫາຍເລັກນ້ອຍໃຫ້ແກ່ເຮືອນ ແລະອາຄານ ຕ່າງໆໃນພາກຕາເວັນອອກສຽງໃຕ້ຂອງອິນໂດເນເຊຍ ໂດຍບໍ່ມີລາຍງານຜູ້ໄດ້ ຮັບບາດເຈັບໃດໆ, ອີງຕາມລາຍງານຂອງອົງການຂ່າວ AP.
ເຈົ້າໜ້າທີ່ຢູ່ທີ່ອົງການທໍລະນີຟີຊິກຂອງອິນໂດເນເຊຍກ່າວວ່າ ແຜ່ນດິນໄຫວໃນຕອນເຊົ້າຂອງວັນພະຫັດມື້ນີ້ ໄດ້ຮັບຄວາມຮູ້ສຶກຮຸນແຮງຢູ່ຫລາຍໆເມືອງ ແລະຫຼາຍໆໝູ່ບ້ານໃນແຂວງ ນູສາ ແທັງກາຣາ (Nusa Tenggara) ຕາເວັນອອກ, ເຊິ່ງແມ່ນເກີດຂຶ້ນຢູ່ດິນ ແລະບໍ່ມີຄວາມສ່ຽງທີ່ຈະເກີດຄື້ນສຸນາມິ.
ອົງການສຳຫຼວດທໍລະນີວິທະຍາຂອງສະຫະລັດ ໄດ້ວັດແທກແຜ່ນດິນໄຫວດັ່ງກ່າວດ້ວຍຄວາມແຮງ 6.1 ແລະກ່າວວ່າ ມັນຢູ່ໃຕ້ພື້ນຜິວໂລກ 36 ກິໂລແມັດ ຫຼື 22 ໄມລ໌, ເຊິ່ງຈຸດສູນກາງຂອງແຜ່ນດິນໄຫວແມ່ນ 21 ກິໂລແມັດ ຫຼື 13 ໄມລ໌ ໄປທາງທິດຕາເວັນອອກສຽງເໜືອຂອງເມືອງ ກູປັງ (Kupang), ເຊິ່ງ ເປັນເມືອງເອກຂອງແຂວງ ແລະເປັນເມືອງທີ່ໃຫຍ່ທີ່ສຸດ ທີ່ຕັ້ງຢູ່ທາງທິດຕາ ເວັນອອກສຽງເໜືອຂອງປະເທດ.