ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເກີດແຜ່ນດິນໄຫວ ຂະໜາດແຮງ ຢູ່ ເມັກຊິໂກ ແຕ່ເສຍຫາຍ ພຽງເລັກນ້ອຍ


ຜູ້ຄົນອອກໄປຢືນຢູ່ຕາມທາງ ຫຼັງຈາກເກີດແຜ່ນດິນໄຫວ ທີ່ເມັກຊິໂກຊີ້ຕີ້ ວັນທີ 16 ກຸມພາ 2018.
ຜູ້ຄົນອອກໄປຢືນຢູ່ຕາມທາງ ຫຼັງຈາກເກີດແຜ່ນດິນໄຫວ ທີ່ເມັກຊິໂກຊີ້ຕີ້ ວັນທີ 16 ກຸມພາ 2018.

ເຮືອບິນເຮຣີຄອບເຕີ້ທະຫານລຳນຶ່ງ ທີ່ມີເຈົ້າໜ້າທີ່ຂອງລັດຖະບານເມັກຊິໂກເດີນທາງ
ໄປນຳ ໄດ້ປະສົບອຸບັດຕິເຫດຕົກ ໃນວັນສຸກວານນີ້ ລະຫວ່າງທີ່ໄປກວດກາເບິ່ງຄວາມ
ເສຍຫາຍ ຈາກແຜ່ນດິນໄຫວ ທີ່ເຮັດໃຫ້ 2 ຄົນ ທີ່ຢູ່ທາງພື້ນດິນ ເສຍຊີວິດ.

ເຮືອບິນເຮຣີຄອບເຕີ້ ທີ່ລັດຖະມົນຕີກະຊວງພາຍໃນ ຂອງເມັກຊິໂກ ທ່ານອາລຟົງໂສ ນາວາເຣເຕ ປຣີດາ (Alfonso Navarete Prida) ແລະ ຜູ້ປົກຄອງ ລັດໂອອາຊາກາ
ທ່ານອາເລັກຮານໂດຣມູຣາດ (Alejandro Murat) ເດີນທາງໄປນຳບໍ່ໄດ້ຮັບບາດເຈັບ ທີ່ຮ້າຍແຮງໃດໆ.

ແຜ່ນດິນໄຫວທີ່ເກີດຂຶ້ນຢູ່ໃນພາກໃຕ້ເມັກຊິໂກ ໃນວັນສຸກວານນີ້ ໄດ້ສ້າງຄວາມເສຍ ຫາຍພຽງເລັກນ້ອຍທີ່ລັດໂອອາຊາກາ ແຕ່ກໍຍັງບໍ່ທັນມີລາຍງານເທື່ອວ່າ ມີຜູ້ບາດເຈັບ
ລົ້ມຕາຍຫຼືບໍ່.

ອົງການສຳຫຼວດທໍລະນີວິທະຍາຂອງສະຫະລັດ ລາຍງານວ່າ ແຜ່ນດິນໄຫວນີ້ມີຄວາມ
ແຮງ 7.2 ແລະກ່າວວ່າ ຈຸດສູນກາງຂອງແຜ່ນດິນໄຫວ ແມ່ນຢູ່ໃນເຂດຊົນນະບົດແຫ່ງ ນຶ່ງໃນລັດໂອອາຊາກາ​ ໃກ້ໆແຄມຝັ່ງທະເລທີ່ມີເຂດແດນຕິດກັບລັດກູແອເຣໂຣ.

ເຈົ້າໜ້າທີ່ ໃນລັດໂອອາຊາກາ ກ່າວວ່າ ມີຄວາມເສຍຫາຍ ແຕ່ພຽງເບົາບາງ ຕໍ່ຕຶກອາ
ຄານຈຳນວນນຶ່ງແລະມີປະມານ 100,000 ຄົວເຮືອນບໍ່ມີໄຟຟ້າໃຊ້. ລັດຖະບານທ້ອງ
ຖິ່ນ ກ່າວວ່າ ມີການເປີດສູນຫຼົບໄພ ໃຫ້ແກ່ພວກທີ່ບ້ານເຮືອນໄດ້ຮັບຄວາມເສຍຫາຍ
ເຂົ້າໄປຢູ່.

ທີ່ນະຄອນຫຼວງເມັກຊິໂກຊີຕີ້ ປະຊາຊົນຮູ້ສຶກວ່າ ໄດ້ເກີດອາການສັ່ນສະເທືອນ ປະ ມານນຶ່ງນາທີ ໂດຍທີ່ຕຶກອາຄານສູງ ສັ່ນໄກວໄປມາ ແລະມີຮອຍແຕກແຫງ ຢູ່ຕາມ
ບ່ອນຈອດຕ່າງໆຂອງຕຶກອາຄານທີ່ເກົ່າແກ່ແລ້ວ.

ທັງໃນເຂດນະຄອນຫຼວງເມັກຊິໂກຊີຕີ້ ແລະພາກໃຕ້ຂອງເມັກຊິໂກຕ່າງກໍກຳລັງຟື້ນ
ໂຕຄືນ ຈາກແຜ່ນດິນໄຫວ ທີ່ຮ້າຍແຮງ ເມື່ອເດືອນກັນຍາ ປີກາຍ ທີ່ໄດ້ສ້າງຄວາມ ເສຍຫາຍຢ່າງໃຫຍ່ຫລວງນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Mexico Earthquake
please wait
Embed

No media source currently available

0:00 0:02:16 0:00

XS
SM
MD
LG