ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ກ່າວໃນ ລະຫວ່າງການຢ້ຽມຢາມ ນະຄອນຫຼວງອັງກາຣາໃນວັນຈັນວານນີ້ວ່າ ລັດຖະບານທ່ານໄບເດັນ ໃຫ້ການສະໜັບສະໜຸນຕໍ່ການຂາຍເຮືອບິນລົບ F-16 ໃຫ້ແກ່ເທີກີ. ນອກນັ້ນ ທ່ານຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ ທັງສະວີເດັນແລະຟິນແລນຈະໄດ້ເຂົ້າຮ່ວມກຸ່ມພັນທະມິດເນໂຕ້ໃນໄວໆນີ້.
ລັດຖະສະພາສະຫະລັດ ຕ້ອງໄດ້ໃຫ້ການອະນຸມັດຕໍ່ການຂາຍເຮືອບິນ F-16 ໃນມູນຄ່າ 20 ຕື້ໂດລາ ຊຶ່ງເທີກີໄດ້ຮ້ອງຂໍຊື້ເຮືອບິນລົບດັ່ງກ່າວທັງໝົດ 40 ລຳ ແລະເຄື່ອງປະກອບທີ່ໄດ້ຮັບການປັບປຸງໃຫ້ທັນສະໄໝເກືອບ 80 ຊຸດ.
ທ່ານບລິງເກັນກ່າວໃນລະຫວ່າງກອງປະຊຸມຖະແຫຼງຂ່າວຮ່ວມກັບລັດຖະມົນຕີກະຊວງຕ່າງປະເທດເທີກີ ທ່ານເມວລຸດ ຊາວູໂຊກລູ (Mevlut Cavusoglu) ວ່າ ທ່ານຍັງບໍ່ສາມາດສະໜອງກຳນົດເວລາທີ່ຈະແຈ້ງໃຫ້ສະພາຊາບຢ່າງເປັນ ທາງການ ກ່ຽວກັບຂໍ້ສະເໜີຂາຍເຮືອບິນ ແຕ່ທ່ານກໍໄດ້ທຳການຕິດຕໍ່ຢ່າງຂຸ້ນຂ້ຽວທີ່ລັດຖະບານທ່ານໄບເດັນໃຫ້ການສະໜັບສະໜຸນຕໍ່ການຂາຍເຮືອບິນລົບດັ່ງກ່າວ.
ທ່ານບລິງເກັນ ກ່າວວ່າ “ນີ້ແມ່ນມີຄວາມສຳຄັນຫຼາຍຕໍ່ຄວາມສາມາດໃນການນຳໃຊ້ແລະແລກປ່ຽນຂໍ້ມູນຂອງອົງການເນໂຕ້ທີ່ພວມດຳເນີນຢູ່ແລະຄວາມໝັ້ນຄົງແຫ່ງຊາດຂອງສະຫະລັດ.”
ການຢ້ຽມຢາມດັ່ງກ່າວມີຂຶ້ນໃນຂະນະທີ່ເທີກີແລະຮັງກາຣີ ຍັງເປັນພຽງສອງປະເທດສະມາຊິກຂອງອົງການເນໂຕ້ເທົ່ານັ້ນ ທີ່ຍັງບໍ່ທັນໃຫ້ການອະນຸມັດຕໍ່ການເຂົ້າເປັນສະມາຊິກກຸ່ມພັນທະມິດຂອງສະວີເດັນແລະຟິນແລນ ໃນຂັ້ນຕອນທີ່ຈະຕ້ອງໄດ້ຮັບການເຫັນດີຢ່າງເປັນເອກກະສັນ.
ທ່ານບລິງເກັນ ກ່າວວ່າ ສະຫະລັດໃຫ້ການສະໜັບສະໜຸນ ຕໍ່ການຮັບເອົາສະວີເດັນແລະຟິນແລນ “ໂດຍໄວເທົ່າທີ່ຈະໄວໄດ້.”
ທ່ານກ່າວວ່າ ທ່ານມີ “ຄວາມໝັ້ນໃຈທີ່ອົງການເນໂຕ້ ຈະໃຫ້ການຕ້ອນຮັບຕໍ່ປະເທດທັງສອງຢ່າງເປັນທາງການໃນໄວໆນີ້ ແລະເວລາໃດທີ່ສິ່ງນັ້ນເກີດຂຶ້ນ ມັນຈະເສີມຂະຫຍາຍຄວາມໝັ້ນຄົງຂອງທຸກໆປະເທດສະມາຊິກເນໂຕ້ ຮວມທັງສະຫະລັດ ຮວມທັງເທີກີນຳດ້ວຍ.”