ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

​ການ​ຊ່ວຍ​ເຫຼືອ​ເຫດ​ແຜ່ນ​ດິນ​ໄຫວ, ການ​ຂະ​ຫຍາຍ​ອົງ​ການ NATO ແມ່ນ​ຢູ່​ໃນ​ວາ​ລະ​ແຜນ​ການ​ປະ​ຊຸມ ໃນ​ຂະ​ນະ​ທີ່​ທ່ານ ບ​ລ​ິງ​ເຄັນ ຢ້ຽມ​ຢາມ​ ເທີ​ກີ


ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ແອນ​ໂທ​ນີ ບ​ລິງ​ເຄັນ ຍົກ​ມື​ລາ​ໃນ​ຂະ​ນະ​ທີ່​ທ່ານ​ຂຶ້ນ​ເຮືອ​ບິນ​ຢູ່​ຖານ​ທັບ​ອາ​ກາດ ອິນ​ເຊີ​ລິກ, ໃກ້​ກັບ​ເມືອງ ອາ​ດາ​ນາ, ປະ​ເທດ ເທີ​ກີ, 19 ກຸມ​ພາ 2023.
ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ແອນ​ໂທ​ນີ ບ​ລິງ​ເຄັນ ຍົກ​ມື​ລາ​ໃນ​ຂະ​ນະ​ທີ່​ທ່ານ​ຂຶ້ນ​ເຮືອ​ບິນ​ຢູ່​ຖານ​ທັບ​ອາ​ກາດ ອິນ​ເຊີ​ລິກ, ໃກ້​ກັບ​ເມືອງ ອາ​ດາ​ນາ, ປະ​ເທດ ເທີ​ກີ, 19 ກຸມ​ພາ 2023.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ແອນ​ໂທ​ນີ ບ​ລິງ​ເຄັນ ໄດ້​ກ່າວ​ວ່າ​ລັດ​ຖະ​ບານ​ທ່ານ ໄບ​ເດັນ ຈະ​ສະ​ໜັບ​ສະ​ໜູນ​ການ​ຂາຍ​ເຮືອ​ບິນ​ລົບ F-16 ໃຫ້ ເທີ​ກີ, ແລະ ໄດ້​ສະ​ແດງ​ຄວາມ​ໝັ້ນ​ໃຈ​ວ່າ​ທັງປະ​ເທດ ສວີ​ເດັນ ແລະ ຟິນ​ແລນ ຈະ​ເຂົ້າ​ຮ່ວມ​ພັນ​ທະ​ມິດ​ອົງ​ການ NATO ໃນ​ໄວໆ​ນີ້, ໃນ​ຂະ​ນະ​ທີ່​ທ່ານ​ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ນະ​ຄອ​ນຫຼວງ ອັງ​ກາ​ຣາ ສຳ​ລັບ​ການ​ເຈ​ລະ​ຈາ​ກັບ​ບັນ​ດາ​ຜູ້​ນຳ ເທີ​ກີ ໃນ​ວັນ​ຈັນ​ມື້ນີ້.

ລັດ​ຖະ​ສະ​ພາ ສະ​ຫະ​ລັດ ຕ້ອງ​ອະ​ນຸ​ມັດ​ການ​ຂາຍ​ເຮື​ອ​ບິ​ນ​ລົບ F-16, ເຊິ່ງ​ຈະ​ລວມ​ມີ​ການ​ຂໍ​ຊື້​ເຮືອ​ບິນ​ລົບ 40 ​ລຳ ແລະ ອຸ​ປະ​ກອນ​ທີ່​ທັນ​ສະ​ໄໝ 80 ເກືອບຊຸດ.

ທ່ານ ບ​ລິງ​ເຄັນ ໄດ້​ກ່າວ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຮ່ວມ​ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ເທີ​ກີ ທ່ານ ເມວ​ລຸດ ຊາ​ວູ​ຊໍ​ກ​ລູ ວ່າ​ທ່ານ​ບໍ່​ສາ​ມາດ​ສະ​ໜອງ​ຕາ​ຕະ​ລາງ ກ່ຽວ​ກັບ ການ​ແຈ້ງ​ໃຫ້​ລັດ​ຖະ​ສະ​ພາ​ຊາ​ບ​ຢ່າງ​ເປັນ​ທາງ​ການ ກ່ຽວ​ກັບ ການ​ສະ​ເໜີ​ຊື້​ດັ່ງ​ກ່າວ, ແຕ່​ທ່ານ​ໄດ້​ຕິດ​ຕໍ່​ສື່​ສານ​ຢ່າງ​ຫ້າວ​ຫັນໃນການ​ສະ​ໜັບ​ສະ​ໜູນ​ສຳ​ລັບ​ຂໍ້​ຕົກ​ລົງ​ນັ້ນ​ກັບ​ລັດ​ຖະ​ບານ​ທ່ານ ໄບ​ເດັນ.

ທ່ານ ບ​ລິງ​ເຄັນ ໄດ້​ກ່າວ​ວ່າ “ນີ້​ແມ່ນ​ສຳ​ຄັນຫຼາຍ​ສຳ​ລັບ​ຄວາມ​ສາ​ມາດ​ໃນ​ການ​ເຮັດ​ວຽກ​ຮ່ວມ​ກັນ​ທີ່​ກຳ​ລັງ​ດຳ​ເນີນ​ຢູ່​ຂອງ​ອົງ​ການ NATO ແລະ ການ​ຮັກ​ສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ຂອງ ສະ​ຫະ​ລັດ.

ທ່ານ​ຍັງ​ມີ​ກຳ​ນົດ​ທີ່​ຈະ​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ເທີ​ກີ ທ່ານ ຣີ​ເຊັບ ໄຕ​ຢິບ ເອີ​ດູ​ອານ ໃນ​ວັນ​ຈັນ​ມື້ນີ້.

ການ​ຢ້ຽມ​ຢາມ​ດັ່ງ​ກ່າວ​ໄດ້​ມີ​ຂຶ້ນ​ໃນ​ຂະ​ນະ​ທີ່ ເທີ​ກີ ແລະ ຮັງ​ກາ​ຣີ ຍັງ​ຄົງເປັນ​ພຽງ​ສະ​ມາ​ຊິກ​ອົງ​ການ NATO ທີ່ບໍ່​ໄດ້​ອະ​ນຸ​ມັດ ສວີ​ເດັນ ແລະ ຟິນ​ແລນ ເຂົ້າ​ຮ່ວມ​ພັນ​ທະ​ມິດ​ດັ່ງ​ກ່າວ​ໃນ​ຂັ້ນ​ຕອນ​ທີ່​ຕ້ອງ​ເປັນ​ເອ​ກະ​ສັນ.

ທ່ານ ບ​ລິງ​ເຄັນ ໄດ້​ກ່າວ​ວ່າ ສະ​ຫະ​ລັດ ສະ​ໜັບ​ສະ​ໜູນ​ການ​ຮັບ​ເອົາ ສວີ​ເດັນ ແລະ ຟິນ​ແລນ “ໄວ​ເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້.”

ທ່ານ​ໄດ້​ກ່າວ​ວ່າ ທ່ານ​ໝັ້ນ​ໃຈ​ວ່າ “ອົງ​ການ NATO ຈະ​ຕ້ອນ​ຮັບ​ເອົາ​ເຂົາ​ເຈົ້າ​ຢ່າງ​ເປັນ​ທາງ​ການ​ໃນ​ໄວໆ​ນີ້, ແລະ ເວ​ລາ​ທີ່​ມັນ​ເກີດ​ຂຶ້ນ, ມັນ​ຈະ​ເສີມ​ຂະ​ຫຍາຍ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ຂອງ​ທຸກໆ​ປະ​ເທດສະ​ມາ​ຊິກ​ອົງ​ການ NATO, ລວມ​ທັງ ສະ​ຫະ​ລັດ ລວມ​ທັງ ເທີ​ກີ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG