ແຜ່ນດິນໄຫວຄວາມແຮງ 5.7 ຢູ່ໃກ້ກັບເຂດຊາຍແດນລະຫວ່າງ ເທີກີ ກັບ ອີຣ່ານ ໃນຕອນເຊົ້າວັນອາທິດວານນີ້ ໄດ້ເຮັດໃຫ້ປະຊາຊົນເສຍຊີວິດ 9 ຄົນໃນປະເທດ ເທີກີ ແລະ ບາດເຈັບຢ່າງໜ້ອຍ 65 ຄົນໃນປະເທດ ອີຣ່ານ.
ອົງການສຳຫຼວດທໍລະນີວິທະຍາ ສະຫະລັດ ເວົ້າວ່າການສັ່ນສະເທືອນມີຈຸດສູນກາງຢູ່ໃນເມືອງ ຮາບາຊ-ອີ-ໂອລຢາ, ໃນແຂວງ ອາເຊີໄບຈານ ຕາເວັນຕົກຂອງ ອີຣ່ານ, ປະມານ 10 ກິໂລແມັດຫ່າງຈາກເຂດຊາຍແດນ ເທີກີ.
ແຕ່ການສັ່ນສະເທືອນດັ່ງກ່າວຮູ້ສຶກໄດ້ສ່ວນຫຼາຍໃນແຂວງ ແວນ ຂອງ ເທີກີ, ບ່ອນທີ່ 9 ຄົນ ລວມທັງເດັກນ້ອຍ 7 ຄົນໄດ້ເສຍຊີວິດ ແລະ 37 ຄົນບາດເຈັບ.
ຜູ້ອາໄສຢູ່ໃນບ້ານທີ່ໄດ້ຮັບຜົນກະທົບໄດ້ຊ່ວຍເຫຼືອກຳລັງທະຫານ ເທີກີ ຂຸດຄົ້ນຜ່ານຊາກຫັກພັງຂອງເຮືອນ ແລະ ໂຮງຮຽນເພື່ອຊອກຫາຜູ້ລອດຊີວິດ.
ອີຣ່ານ ໄດ້ລາຍງານຜູ້ໄດ້ຮັບບາດເຈັບຢ່າງໜ້ອຍ 65 ຄົນ ແລະ ຕຶກອາຄານເສຍຫາຍ.
ແຜ່ນດິນໄຫວຕາມຫຼັງມາຫຼາຍຄັ້ງ ຫຼື Aftershock ກໍສາມາດຮູ້ສຶກໄດ້ໃນວັນອາທິດວານນີ້, ເຊິ່ງແຮງທີ່ສຸດຖືກວັດແທກໄດ້ທີ່ 6 ຈຸດ.
ເທີກີ ແລະ ອີຣ່ານ ແມ່ນເຄີຍຖືກແຜ່ນດິນໄຫວທີ່ຮຸນແຮງມາກ່ອນແລ້ວ, ເຊິ່ງບາງຄັ້ງໄດ້ກໍ່ໃຫ້ມີຜູ້ເສຍຊີວິດຈຳນວນຫຼວງຫຼາຍ.
ແຜ່ນດິນໄຫວໃນປີ 2011 ທີ່ແຂວງ ແວນ ນັ້ນໄດ້ສັງຫານປະຊາຊົນຫຼາຍກວ່າ 600 ຄົນ. ແຜ່ນດິນໄຫວໃນປີ 2017 ທີ່ໄດ້ເກີດຂຶ້ນໃນແຂວງ ເຄີມັນຊາ ຂອງ ອີຣ່ານ ໄດ້ສັງຫານ 620 ຄົນ.
ແຜນດິນໄຫວທີ່ຮ້າຍແຮງທີ່ສຸດຂອງ ອີີຣ່ານ ແມ່ນຄວາມແຮງ 7.4 ໃນເດືອນມິຖຸນາ 1990, ທີ່ໄດ້ເຮັດໃຫ້ປະຊາຊົນ 40,000 ເສຍຊີວິດໃນພາກເໜືອຂອງ ອີຣ່ານ.