ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ແຜ່ນດິນໄຫວ ເຮັດໃຫ້ມີຜູ້ເສຍຊີວິດ 7 ຄົນ ໃນປະເທດ ໂຄຣເອເຊຍ


ລົດຄັນນຶ່ງຖືກຖົມໂດຍຊາກຫັກພັກ ແລະ ຕຶກໄດ້ຮັບຄວາມເສຍຫາຍຈາກແຜ່ນດິນໄຫວໃນເມືອງ ເປທຣິນຈາ, ປະເທດ ໂຄຣເອເຊຍ. 29 ທັນວາ, 2020.
ລົດຄັນນຶ່ງຖືກຖົມໂດຍຊາກຫັກພັກ ແລະ ຕຶກໄດ້ຮັບຄວາມເສຍຫາຍຈາກແຜ່ນດິນໄຫວໃນເມືອງ ເປທຣິນຈາ, ປະເທດ ໂຄຣເອເຊຍ. 29 ທັນວາ, 2020.

ທີມກູ້ໄພໄດ້ທຳການຄົ້ນຫາຂ້າມຄືນ ຫຼັງຈາກແຜ່ນດິນໄຫວຮຸນແຮງທີ່ເກີດຂຶ້ນໃນພາກກາງຂອງປະເທດ ໂຄຣເອເຊຍ ໄດ້ສັງຫານຢ່າງໜ້ອຍ 7 ຄົນ, ບາດເຈັບຫຼາຍກວ່າ 20 ຄົນ ແລະ ທຳລາຍຕຶກອາຄານຕ່າງໆ.

ນາຍົກລັດຖະມົນຕີ ທ່ານ ອານເດຣ ເພລັນໂຄວິຈ໌ (Andrej Plenkovic) ໄດ້ກ່າວໃນຕອນແລງວັນອັງຄານວານນີ້ວ່າ ບັນດາເຈົ້າໜ້າທີ່ຄາດວ່າຈຳນວນຜູ້ເສຍຊີວິດຈະເພີ່ມຂຶ້ນຕື່ມ.

ແຜ່ນດິນໄຫວຄວາມແຮງ 6.4 ໄດ້ສົ່ງຜົນກະທົບຕໍ່ເມືອງ ເປທຣິນຈາ ໜັກທີ່ສຸດ. ມັນໄດ້ເກີດຂຶ້ນພຽງນຶ່ງວັນຫຼັງຈາກແຜ່ນດິນໄຫວຄວາມແຮງ 5.2 ໄດ້ເກີດຂຶ້ນໃນຂົງເຂດດຽວກັນ.

ຫຼາຍຄົນໄດ້ອາໄສຢູ່ນອກບ້ານໃນຄືນວັນອັງຄານວານນີ້, ຍ້ອນຢ້ານວ່າແຜ່ນດິນໄຫວຈະເກີດຂຶ້ນອີກ ແລະ ກະທົບຕໍ່ເຮືອນທີ່ໄດ້ຮັບຄວາມເສຍຫາຍແລ້ວນັ້ນ.

ທ່ານເພລັນໂຄວິຈ໌ ໄດ້ກ່າວເວລາທ່ານ ແລະ ລັດຖະມັນຕີລັດຖະບານຄົນອື່ນໆໄດ້ເດີນທາງໄປຮອດເມືອງ ເປທຣິນຈາ ຫຼັງຈາກເກີດແຜ່ນດິນໄຫວວ່າ “ພາກ ສ່ວນທີ່ໃຫຍ່ທີ່ສຸດຂອງເມືອງ ເປທຣິນຈາ ໃນພາກກາງຂອງປະເທດແມ່ນເຂດສີແດງ, ເຊິ່ງໝາຍຄວາມວ່າຕຶກສ່ວນໃຫຍ່ແມ່ນບໍ່ສາມາດນຳໃຊ້ໄດ້.”

ກອງທັບບົກແມ່ນກຳລັງຊ່ວຍເຫຼືອໃນການປະຕິບັດການກູ້ໄພ ແລະ ທ່ານ ເພລັນໂຄວິຈ໌ ໄດ້ກ່າວວ່າ ມັນມີບ່ອນຕ່າງໆເພື່ອໃຫ້ປະຊາຊົນ 500 ຄົນນອນຢູ່ຄ້າຍທະຫານ.

ໜ່ວຍປະຕິບັດການກູ້ໄພເທິງພູຂອງ ໂຄຣເອເຊຍ ໄດ້ກ່າວວ່າການຄົ້ນຫາທີ່ໄດ້ຮັບການຊ່ວຍເຫຼືອຈາກໂຕໝາ ໄດ້ຊ່ວຍ 6 ຄົນອອກມາຈາກຊາກຫັກພັງ.

ສະຫະພາບ ຢູໂຣບ ໄດ້ສົ່ງການຊ່ວຍເຫຼືອໄປໃຫ້ໃນວັນພຸດມື້ນີ້ ດ້ວຍຫົວໜ້າການປະຕິບັດການສຸກເສີນສະຫະພາບ ຢູໂຣບ ທ່ານ ຢາເນັສ ເລນາຊິຈ໌ ມີກຳນົດທີ່ຈະໄປຢ້ຽມຢາມເມືອງ ເປທຣິນຈາ.

ທ່ານ ເລນາຊິຈ໌ ໄດ້ຂຽນໃນທວິດເຕີວ່າ “ໃນເວລານີ້, ຕູບຜ້າລະດູໜາວ, ເຕົາ ທຳຄວາມຮ້ອນໄຟ ຟ້າ, ຕຽງນອນ ແລະ ຖົງນອນ ແມ່ນມີຄວາມຕ້ອງການທີ່ສຸດ ພ້ອມກັບຕູ້ສຳລັບພັກເຊົາ.”

ບັນດາເຈົ້າໜ້າທີ່ໄດ້ກ່າວວ່າ ໃນຜູ້ທີ່ເສຍຊີວິດນັ້ນລວມມີເດັກຍິງອາຍຸ 12 ປີ ໃນເມືອງ ເປທຣິນຈາ, ເຊິ່ງເປັນເມືອງນ້ອຍທີ່ມີປະຊາຊົນ ປະມານ​ 25,000 ຄົນ. ອີກ 6 ຄົນໄດ້ເສຍຊີວິດໃນບ້ານທີ່ຢູ່ອ້ອມແອ້ມ, ໃນຂະນະທີ່ 26 ຄົນໄດ້ເຂົ້າປິ່ນປົວຢູ່ໂຮງໝໍ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG