ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ແຜ່ນດິນ​ໄຫວ ປະທະເກາະ Ischia ໃນອິຕາລີ ເຮັດໃຫ້ຄົນນຶ່ງ ເສຍຊີວິດ ແລະ 25 ຄົນບາດເຈັບ


ຜູ້ຄົນພາກັນຢືນເບິ່ງເຫດແຜ່ນດິນໄຫວ ທີ່ປະທະເກາະ Ischia, ນອກ​ຝັ່ງ​ທະ​ເລ Naples ຂອງ​ປະ​ເທດອິຕາລີ, 21 ສິງຫາ, 2017. (Massimo Bottiglieri/Handout ຈາກແຫຼ່ງຂ່າວ Reuters)
ຜູ້ຄົນພາກັນຢືນເບິ່ງເຫດແຜ່ນດິນໄຫວ ທີ່ປະທະເກາະ Ischia, ນອກ​ຝັ່ງ​ທະ​ເລ Naples ຂອງ​ປະ​ເທດອິຕາລີ, 21 ສິງຫາ, 2017. (Massimo Bottiglieri/Handout ຈາກແຫຼ່ງຂ່າວ Reuters)

ມີ​ຢ່າງ​ໜ້ອຍ ນຶ່ງ​ຄົນ​ເສຍ​ຊີວິດ ​ແລະ​ອີກ 25 ຄົນ ​ໄດ້​ຮັບ​ບາດ​ເຈັບ ​ແລະ​ອີກ​ຫຼາຍໆຄົນ
ຍັງ​ຕົກ​ຄ້າງ​ຢູ່​ຂ້າງໃນ​ຕຶກຫັກ​ພັງ ຫຼັງ​ຈາກ​ທີ່​ໄດ້​ມີ​ແຜ່ນດິນ​ໄຫວ ​ໃນ​ຂົງ​ເຂດ​ທີ່​ມີ​ນັກ​ທ່ອງ​
ທ່ຽວທີ່​ເກາະ Ischia ນອກ​ຝັ່ງ​ທະ​ເລ Naples ຂອງ​ປະ​ເທດ ​ໃນແລງວັນ​ຈັນວານ​ນີ້.

ກະຊວງ​ພູ​ເຂົາ​ໄຟ​ແຫ່ງ​ຊາດ​ຂອງ​ Italy ​ໄດ້​ໃຫ້​ລະດັບ​ຄວາມ​ເຮ​ງຂອງ​ແຜ່ນດິນ​ໄຫວ ​
ໃນ​ຂັ້ນ​ຕົ້ນ​ນີ້​ວ່າ​ ມີ​ຄວາມ​ແຮງ 3.6 ​ເຣັກ​ເຕີ, ​ແຕ່​ວ່າ ນັກທໍລະນີວິທະຍາ​ສະຫະລັດ ​
ໄດ້​ຈັດ​ ຄວາມ​ເເຮ​ງຂອງ​ແຜ່ນດິນ​ໄຫວ​ໃນ​ຄັ້ງ​ນີ້​ວ່າ 4.3 ເຣັກ​ເຕີ ​ໃນ​ຂະນະ​ທີ່ ພວກ​ນັກ
ທໍລະ​ນີຂອງ​ຢູ​ໂຣບ-​ເມ​ດິ​ເຕຣານຽນ ​ໄດ້​ລະບຸ​ວ່າ ​ເປັນ 4.5 ​ເຣັກ​ເຕີ. ທຸກ​ຝ່າຍ​ໄດ້​ລະບຸ​
ສູນ​ກາງ​ແຜ່ນດິນ​ໄຫວ​ນີ້ວ່າ ​ແມ່ນ ຢູ່ນອກເກາະ Ischia ທີ່​ມີ​ຄວາມ​ເລິກ​ເຖິງ 10 ກິ​ໂລ
​ແມັດ.​

ພາບ​ທີ່​ນຳ​ອອກ​ເຜີຍແຜ່​ທາງ​ໂທລະພາບ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ມີ​ຕຶກ 6 ຫຼັງ ​ໃນ​ເມືອງ Casamiccciola ຮວມທັງ​ໂບດ ​ໄດ້​ພັງ​ລົງ​ມາ.​ໂຮງໝໍ​ແຫ່​ງດຽວ ​ຂອງເກາະ Ischia
ແມ່ນ​ໄດ້​ຖືກ​ກະທົບ ​ແລະ​ຕ້ອງ​ໄດ້​ອົບ​ພະຍົບອອກ.

ຮ້ານ​ອາຫານ​ທັງຫຼາຍ ​ແມ່ນ​ເຕັມ​ໄປ​ດ້ວຍ​ຜູ້​ຄົນ ​ແລະ​ມີຫຼາຍໆ​ຫ້າງ​ຮ້ານ​ທີ່​ທຳ​ການເປີດ​
ໃຫ້​ບໍລິການ​ຢູ່ ​ໃນ​ຕອນ​ທີ່ແຜ່ນດິນ​ໄຫວ​ສັ່ນ​ສະ​ເທືອ​ນນັ້ນ ອິງ​ຕາມ​ພວກ​ເຫັນ​ເຫດການ​
ໄດ້​ກ່າວ​ໄວ້.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG