ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຢ່າງໜ້ອຍມີ 430 ຄົນ ເສຍຊີວິດ ຍ້ອນ ແຜ່ນດິນໄຫວ ທີ່ຮ້າຍແຮງ ຢູ່ອີຣ່ານ


ພາບຖ່າຍໃນວັນທີ 13 ພະຈິກ, 2017 ຜູ້ຍິງຄົນນຶ່ງ ຮ້ອງໄຫ້ອາໄລອາວອນ ນໍາລູກສາວຂອງລາວ ໃນຂະນະທີ່ລາວກອດຮັດລູກສາວຂອງລາວ ທີ່ຕາຍຍ້ອນເຫດແຜ່ນດິນໄຫວ ຢູ່ໃນເມືອງ Sarpol-e-Zahab ແຂວງ Kermanshah ໃນພາກຕາເວັນຕົກຂອງອີຣ່ານ
ພາບຖ່າຍໃນວັນທີ 13 ພະຈິກ, 2017 ຜູ້ຍິງຄົນນຶ່ງ ຮ້ອງໄຫ້ອາໄລອາວອນ ນໍາລູກສາວຂອງລາວ ໃນຂະນະທີ່ລາວກອດຮັດລູກສາວຂອງລາວ ທີ່ຕາຍຍ້ອນເຫດແຜ່ນດິນໄຫວ ຢູ່ໃນເມືອງ Sarpol-e-Zahab ແຂວງ Kermanshah ໃນພາກຕາເວັນຕົກຂອງອີຣ່ານ

ປະທານາທິບໍດີອີຣ່ານ ທ່ານ Hassan Rouhani ໄດ້ໃຫ້ຄຳໝັ້ນສັນຍາໃນວັນອັງ
ຄານມື້ນີ້ວ່າ ລັດຖະບານຂອງທ່ານ ຈະໃຫ້ການຊ່ວຍເຫຼືອຢ່າງວ່ອງໄວ ແກ່ເຂດທີ່
ໄດ້ຮັບຜົນກະທົບຈາກແຜ່ນດິນໄຫວຮ້າຍແຮງໃນຂະນະທີ່ປະເທດດັ່ງກ່າວໄວ້ອາ
ໄລຢ່າງເປັນທາງການໃຫ້ແກ່ພວກໄດ້ຮັບເຄາະຮ້າຍຈາກເຫດແຜ່ນດິນໄຫວ.

ປະທານາທິບໍດີ Rouhani ໄດ້ຖະແຫລງ ໃນລະຫວ່າງການຢ້ຽມຢາມ ເມືອງ Ker-
manshah ທີ່ໄດ້ຮັບຜົນກະທົບຮ້າຍແຮງສຸດຈາກແຜ່ນດິນໄຫວໃນວັນອາທິດແລ້ວ
ທີ່ມີຄວາມແຮງ 7.3 ຢູ່ໃນບໍລິເວນຊາຍແດນຂອງອີຣ່ານທີ່ຕິດກັບປະເທດອີຣັກ.

ອົງການຂ່າວສານ IRNA ຂອງລັດຖະບານອີຣ່ານ ເວົ້າວ່າ ມີລານງານວ່າ ຢ່າງ
ໜ້ອຍມີ 430 ຄົນເສຍຊີວິດ ແລະອີກ 7,000 ຄົນໄດ້ຮັບບາດເຈັບ. ຜູ້ໄດ້ຮັບເຄາະ
ຮ້າຍຫລາຍຄົນແມ່ນຢູ່ໃນເມືອງ Sarpol-e-Zahab ຂອງແຂວງ Kermanshah
ໃນອີຣ່ານ. ກະຊວງພາຍໃນຂອງອີຣັກບອກວ່າ ຈໍານວນຄົນຕາຍ ຢູ່ທີ່ນັ້ນແມ່ນ 7
ຄົນ ແລະຈໍານວນຜູ້ໄດ້ຮັບບາດເຈັບ 500 ຄົນ.

ອົງການສໍາຫລວດທາງດ້ານທໍລະນີວິທະຍາຂອງສະຫະລັດເວົ້າວ່າ ເຫດແຜ່ນດິນ
ໄຫວມີຈຸດໃຈກາງຢູ່ໃກ້ເມືອງ Halabja ໃນເຂດ Kurdistan ຂອງອີຣັກ ແລະມີຄົນ
ຮູ້ສຶກວ່າມັນສັ່ນສະເທືອນໄປ ຈົນຮອດເທີກີ ແລະອິສຣາແອລ.

ປະຊາຊົນໄດ້ໜີອອກຈາກບ້ານເຮືອນຂອງພວກເຂົາເຈົ້າ ໃນເວລາທີ່ແຜ່ນດິນໄຫວ
ກະທົບໃສ່ເຂດດັ່ງກ່າວ ແລະຫລາຍຄົນກໍໄດ້ນອນຢູ່ສູນບັນເທົາທຸກ ຫລືບໍ່ກໍນອນ
ໜາວຢູ່ນອກສູນ ໃນຂະນະທີ່ມີແຜ່ນດິນໄຫວຂະໜາດນ້ອຍກະທົບໃສ່ເຂດດັ່ງກ່າວ
ຫລາຍໆຄັ້ງ.

ອົງການອະນາໄມໂລກ ຫລື WHO ໄດ້ສົ່ງທີມງານຮັບມືກັບແຜ່ນດິນໄຫວ ລວມທັງ
ລົດຂົນສົ່ງຄົນເຈັບໄປໂຮງໝໍ ແລະຊຸດເຄື່ອງມືຜ່າຕັດໄປທີ່ນັ້ນ ໃນຂະນະດຽວກັນ ພວກທີມງານກູ້ໄພພາກັນຂຸດຢູ່ຕາມຊາກຫັກພັງຂອງເຮືອນ ແລະໃຊ້ໝາສືບກິ່ນຄົນ ເພື່ອຊອກຫາຜູ້ໄດ້ຮັບເຄາະຮ້າຍ.

ອີຣ່ານຕັ້ງຢູ່ໃນເສັ້ນທີ່ແຜ່ນດິນເລື່ອມກັນຂະໜາດໃຫຍ່ ແລະປະເທດນີ້ກໍມີແຜ່ນດິນ
ໄຫວທີ່ຮ້າຍແຮງຫລາຍໆຄັ້ງມາແລ້ວໃນປະຫວັດສາດ.

ໃນເຫດແຜ່ນດິນໄຫວໃນປີ 2003 ຢູ່ໃນເມືອງ Bam ທາງພາກໃຕ້ຂອງປະເທດນັ້ນ
ໄດ້ເຮັດໃຫ້ຢ່າງໜ້ອຍ 26,000 ຄົນເສຍຊີວິດ ໃນຂະນະທີ່ເຫດແຜ່ນດິນໄຫວໃນປີ
2012 ຢູ່ແຂວງ Azerbaijan ຕາເວັນອອກເຮັດໃຫ້ຄົນ 300 ເສຍຊີວິດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Earthquake in Iran
please wait
Embed

No media source currently available

0:00 0:01:02 0:00

XS
SM
MD
LG