ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກີດແຜ່ນດິນໄຫວ ຮ້າຍແຮງ ຢູ່ເຂດຊາຍແດນ ອີຣ່ານ-ອີຣັກ


ຕຶກອາຄານໄດ້ຮັບຄວາມເສຍຫາຍ ຫຼັງຈາກແຜ່ນດິນໄຫວ ໃນເມືອງ ຊາປອລ ອີ-ຊາຮາບ, ແຂວງ ເຄີມານຊາ, ອີຣ່ານ. 13 ພະຈິກ, 2017.
ຕຶກອາຄານໄດ້ຮັບຄວາມເສຍຫາຍ ຫຼັງຈາກແຜ່ນດິນໄຫວ ໃນເມືອງ ຊາປອລ ອີ-ຊາຮາບ, ແຂວງ ເຄີມານຊາ, ອີຣ່ານ. 13 ພະຈິກ, 2017.

ແຜ່ນດິນໄຫວທີ່ໄດ້ເກີດຂຶ້ນຕາມເຂດຊາຍແດນ ອີຣັກ ກັບ ອີຣ່ານ ໃນວັນອາທິດວານນີ້
ໄດ້ເຮັດໃຫ້ປະຊາຊົນຫຼາຍກວ່າ 300 ຄົນເສຍຊີວິດ ແລະ ບາດເຈັບ 2,500 ຄົນ.

ສື່ມວນຊົນລັດຖະບານ ອີຣ່ານ ໄດ້ລາຍງານໃນວັນຈັນມືນີ້ວ່າ ປະຊາຊົນ 328 ຄົນໄດ້
ເສຍຊີວິດຢູ່ບ່ອນດັ່ງກ່າວ, ພ້ອມດ້ວຍຜູ້ເຄາະຮ້າຍສ່ວນໃຫຍ່ແມ່ນຢູ່ໃນເມືອງ ຊາປໍລ
ອີ-ຊາຮາບ ແຂວງ ເຄີມານຊາ.

ບັນດານັກກູ້ໄພ ແລະ ກຸ່ມບັນເທົາທຸກ ໄດ້ເຮັດວຽກຂ້າມຄືນຮອດວັນຈັນມື້ນີ້ ເພື່ອພະ
ຍາຍາມ ທີ່ຈະຊ່ວຍເຫຼືອຜູ້ທີ່ໄດ້ຮັບຜົນກະທົບ.

ອົງການສຳຫຼວດທໍລະນີວິທະຍາ ສະຫະລັດ ກ່າວວ່າ ແຜ່ນດິນໄຫວມີຄວາມແຮງ 7.3
ໂດຍມີຈຸດສູນກາງສັ່ນສະເທືອນຢູ່ເມືອງ ຮາລັບຈາ ໃນພາກພື້ນ ເຄີດິສຖານ ຂອງ ອີຣັກ.

ນາຍົກລັດຖະມົນຕີ ອີຣັກ ທ່ານ ໄຮເດີ ອາລ-ອາບາດີ ກ່າວວ່າ ທ່ານໄດ້ສັ່ງອົງການສາ
ທາລະນະສຸກ ແລະ ອົງການຊ່ວຍເຫຼືອຕ່າງໆ ໃຫ້ເຮັດທຸກຢ່າງ ທີ່ເຂົາເຈົ້າຈະສາມາດ
ເຮັດໄດ້ ເພື່ອສະໜອງການຊ່ວຍເຫຼືອ.

ທ່ານໄດ້ຂຽນໃນ Twitter ວ່າ “ພວກເຮົາຈະເຮັດທຸກຢ່າງທີ່ສາມາດເຮັດໄດ້ ເພື່ອຊ່ວຍ
ເຫຼືອເຂົາເຈົ້າ. ຂໍອວຍພອນໃຫ້ປະຊາຊົນຂອງພວກເຮົາທຸກຄົນຈົ່ງມີຄວາມປອດໄພ.”

ແຜ່ນດິນໄຫວລະດັບຕໍ່າກວ່າຫຼາຍຄັ້ງ ໄດ້ເກີດຂຶ້ນຕາມຫຼັງແຜ່ນດິນໄຫວໃຫຍ່ຄັ້ງທຳອິດ
ເຮັດໃຫ້ປະຊາຊົນຕ້ອງຫຼົບໜີອອກຈາກບ້ານຂອງເຂົາເຈົ້າໄປ ໃນຄໍ່າຄືນທີ່ຜ່ານມາ.

ແຜ່ນດິນໄຫວດັ່ງກ່າວໄດ້ເຮັດໃຫ້ໄຟມອດ ແລະ ຕັດການບໍລິການໂທລະສັບໃນຫຼາຍ
ເມືອງຂອງ ອີຣ່ານ ແລະ ອີຣັກ, ເຮັດໃຫ້ການປະຕິບັດການກູ້ໄພລຳບາດຂຶ້ນກວ່າເກົ່າ.

ປະເທດ ອີຣັກ ຕັ້ງຢູ່ເສັ້ນຮອຍເລື່ອນໃຫຍ່ຂອງໂລກຫຼາຍເສັ້ນ ແລະ ເຄີຍປະສົບກັບ
ແຜ່ນດິນໄຫວຮ້າຍແຮງຫຼາຍຄັ້ງມາແລ້ວໃນອະດີດ. ແຜ່ນດິນໄຫວປີ 2003 ໃນເມືອງ
ແບມ ທີ່ຕັ້ງຢູ່ພາກໃຕ້ຂອງປະເທດໄດ້ເຮັດໃຫ້ປະຊາຊົນຢ່າງໜ້ອຍ 26,000 ຄົນເສຍ
ຊີວິດ, ໃນຂະນະທີ່ປີ 2012 ແຜ່ນດິນໄຫວໃນແຂວງ ອາເຊີໄບຈານ ຕາເວັນອອກຂອງ
ອີຣ່ານ ກໍໄດ້ສັງຫານຫຼາຍກວ່າ 300 ຄົນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Earthquake Strikes Iran-Iraq Border
please wait

No media source currently available

0:00 0:00:57 0:00

XS
SM
MD
LG