ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ແຜ່ນດິນໄຫວທີ່ ອິນໂດເນເຊຍ


ແຜ່ນດິນໄຫວທີ່ ອິນໂດເນເຊຍ
ແຜ່ນດິນໄຫວທີ່ ອິນໂດເນເຊຍ

ເຈົ້າໜ້າທີ່ອິນໂດເນເຊຍກ່າວວ່າ ມີຜູ້ເສຍຊີວິດຢ່າງນ້ອຍ
3 ຄົນລຸນຫລັງ ທີ່ໄດ້ເກີດແຜ່ນດິນໄຫວຂະໜາດແຮງ
ຫຼາຍໆຄັ້ງ ໃນວັນພຸດມື້ນີ້. ອົງການສຳຫຼວດທໍລະນີວິທະຍາ
ຂອງສະຫະລັດກ່າວວ່າ ຫຼັງຈາກຕອນ ທ່ຽງຂອງວັນພຸດມື້ນີ້
ບໍ່ດົນ ຕາມເວລາທ້ອງຖິ່ນນັ້ນ ໄດ້ເກີດແຜ່ນດິນໄຫວທີ່ມີ
ຄວາມແຮງແທກໄດ້ 7.0 ເລິກລົງໄປໃນພື້ນທະເລປະມານ
29 ກິໂລແມັດ​ແລະ ຢູ່ນອກແຄມຝັ່ງທະເລກ້ຳເໜືອຂອງ
ແຂວງປາປົວ ອອກ​ໄປ 195 ຫລັກກິໂລ ແມັດ.
ມີແຜ່ນດິນໄຫວຂະໜາດແຮງ ຕິດຕາມມາຢ່າງນ້ອຍ 5 ຄັ້ງ
ທີ່ມີຄວາມ ແຮງແທກໄດ້ ລະຫວ່າງ 6.4 ຫາ 4.9.
ມີເຮືອນຫລາຍກວ່າ20 ຫລັງພັງລົງ ໃນເຂດເມືອງ YAPEN ແລະໄດ້ກູ້​ຊາກ​ສົບ 2 ສົບ
ອອກ​ມາຈາກຊາກຫັກພັງ ຂອງເຮືອນຊານ.

ອົງການພະຍາກອນອາກາດຂອງອິນໂດເນເຊຍໄດ້ອອກຄຳເຕືອນກ່ຽວກັບ ການເກີດ
ຟອງຍັກສຶນາມິ ລຸນຫຼັງທີ່ໄດ້ເກີດແຜ່ນດິນໄຫວຄັ້ງທຳອິດ. ເຈົ້າໜ້າທີ່ ທ້ອງຖິ່ນກ່າວວ່າ
ແຜ່ນດິນໄຫວໄດ້ພາໃຫ້ເກີດຄວາມຕື່ນຕົກໃຈທີ່ແຂວງປາປົວ ບ່ອນທີ່ປະຊາຊົນພາກັນ
ແລ່ນຂຶ້ນໄປຫາບ່ອນທີ່ມີດິນສູງ.

ປະມານຫຼາຍຊົ່ວໂມງກ່ອນໜ້ານັ້ນ ມີຜູ້ນຶ່ງເສຍຊີວິດທີ່ແຂວງສຸລາເວສີ ຕາເວັນຕົກ
ເວລາແຜ່ນດິນໄຫວທີ່ມີຄວາມແຮງແທກໄດ້ 5.3 ເກີດຂຶ້ນທີ່ນັ້ນ. ຟອງຍັກສຶນາມິ ທີ່ເກີດ
ຈາກແຜ່ນດິນໄຫວໃຕ້ພື້ນທະເລຂະໜາດແຮງໃນມະຫາ ສະມຸດອິນເດຍ ​ເມື່ອເດືອນ
ທັນວາປີ 2004 ເຮັດໃຫ້ມີຜູ້ເສຍຊີວິດ ເກືອບ 230 ພັນຄົນ ເຄິ່ງນຶ່ງຂອງຈຳນວນ
ດັ່ງກ່າວ ແມ່ນຢູ່ທີ່ແຂວງອາເຈ່ຂອງອິນໂດເນເຊຍ.

XS
SM
MD
LG