ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ແຜ່ນ​ດິນ​ໄຫວ ໃນ​ພາກ​ຕາ​ເວັນ​ນ​ຕົກ​ສຽງ​ເໜືອ​ຂອງ​ຈີນ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 118 ຄົ​ນ ທີ່​ແຂວງ​ການ​ຊູ ແລະ​ຈິງ​ໄຮ່


ພວກ​ກູ້​ໄພ​ ຄົ້ນ​ຫາ​ຜູ້​ທີ່​ລອດ​ຊີ​ວິດ​ມາ​ໄດ້​ ຢູ່​ຕາມ​ເຮືອນ​ຊານ ຫຼັງ​ຈາກ​ເກີດ​ແຜ່ນ​ດິນ​ໄຫວ ທີ່​ບ້ານ​ກັງ​ດ່ຽວ ໃນ​ແຂວງ​ການ​ຊູ ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຈີນ ເມື່ອ​ວັນ​ທີ 19 ທັນ​ວາ 2023.
ພວກ​ກູ້​ໄພ​ ຄົ້ນ​ຫາ​ຜູ້​ທີ່​ລອດ​ຊີ​ວິດ​ມາ​ໄດ້​ ຢູ່​ຕາມ​ເຮືອນ​ຊານ ຫຼັງ​ຈາກ​ເກີດ​ແຜ່ນ​ດິນ​ໄຫວ ທີ່​ບ້ານ​ກັງ​ດ່ຽວ ໃນ​ແຂວງ​ການ​ຊູ ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຈີນ ເມື່ອ​ວັນ​ທີ 19 ທັນ​ວາ 2023.

ສື່ມວນ​ຊົນ​ຂອງ​ທາງ​ການ​ຈີນ​ ແຈ້ງວ່າ ແຜ່ນ​ດິນ​ໄຫວ​ໃນ​ຄືນ​ແລ້ວນີ້ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 118 ຄົນ ຢູ່​ໃນ​ເຂດ​ພູ​ຜາ​ທີ່​ໜາວ​ເຢັນທາງ​ພາກ​ຕາ​ເວັນຕົກ​ສຽງ​ເໜືອ​ຂອງ​ຈີນ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ການ​ປະ​ຕິ​ບັດ​ງານ​ກູ້​ໄພ​ ແລະ​ຊອກ​ຄົ້ນ​ຫາ ​ຍັງ​ດຳ​ເນີນ​ຕໍ່​ໄປ ຢູ່ໃນ​ແຂວງ​ການ​ຊູ​ແລະແຂວງ​ຈິງ​ໄຮ່ທີ່​ຕັ້ງ​ຢູ່​ໃກ້​ຄຽງ. ແຜ່ນ​ດິນ​ໄຫວ​ດັ່ງ​ກ່າວ​ຍັງ​ເຮັດ​ໃຫ້​ມີ​ຜູ້​ທີ່​ໄດ້​ຮັບ​ບາດ​ເຈັບ​ຫຼາຍກວ່າ 500 ຄົນ ສ້າງ​ຄວາມ​ເສຍ​ຫາຍ​ຮ້າຍ​ແຮງ​ໃຫ້​ແກ່​ເຮືອນ​ຊານ​ແລະ​ຖະ​ໜົນ​ຫົນ​ທາງ ແລະ​ເຮັດ​ໃຫ້​ເສົາ​ໄຟ​ຟ້າ ​ແລະ​ໂທ​ລະ​ຄົມ​ມະ​ນາ​ຄົມ​ຫັກ ອີງ​ຕາມ​ລາຍ​ງານ​ຂ່າວ​ຂອງ​ທາງ​ການ.

ແຜ່ນ​ດິນ​ໄຫວ​ທີ່​ມີ​ຄວາມ​ແຮງ 6.2 ໄດ້​ເກີດ​ຂຶ້ນ ​ໃນ​ເຂດ​ຊາຍ​ແດນ​ຂອງ​ແຂວງ​ທັງ​ສອງ ໃນລະ​ດັບ​ທີ່​ຂ້ອນ​ຂ້າງ​ຕື້ນ 10 ກິ​ໂລ​ແມັດ ກ່ອນ​ທ່ຽງ​ຄືນ​ຂອງວັນ​ຈັນ ສູນ​ກາງ​ຄວບ​ຄຸມ​ແຜ່ນ​ດິນ​ໄຫວ​ຂອງ​ຈີນ​ກ່າວ. ສ່ວນ​ການ​ວັດ​ແທກ ​ຂອງ​ອົງ​ການ​ສຳ​ຫຼວດ​ທໍ​ລະ​ນີ​ວິ​ທະ​ຍາ​ຂອງ​ສະ​ຫະ​ລັດແຈ້ງວ່າ ມີ​ຄວາມ​ແຮງ 5.9

ມາ​ຮອດ​ຕອນ​ເຊົ້າ​ຂອງມື້ນີ້ ມີ 105 ແລ້ວ​ ທີ່ໄດ້​ຮັບ​ການ​ຢືນ​ຢັນ​ວ່າ​ເສຍ​ຊີ​ວິດ​ຢູ່​ແຂວງ​ການ​ຊູ ແລະ 397 ຄົນ​ບາດ​ເຈັບ ຮວມ​ທັງ 16 ຄົນ ​ມີ​ອາ​ການ​ສາ​ຫັດ ທ່ານ​ຮານ ຊູ​ຈຸນ (Han Shujun) ໂຄ​ສົກ​ພະ​ແນກ​ຍ​ຄຸ້ມ​ຄອງເຫດ​ການ​ສຸກ​ເສີນ ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ. ທີ່​ແຂວງ​ຈິງ​ໄຮ່ ມີ 13 ຄົນ​ເສຍ​ຊີ​ວິດ​ແລະ 182 ຄົນ​ບາດ​ເຈັບ ໃນ​ບໍ​ລິ​ເວນ​ທາງ​ເໜືອ​ຂອງ​ຈຸດ​ທີ່​ເກີດ​ແຜ່ນ​ດິນ​ໄຫວ ອີງ​ຕາມ​ສື່ມວນ​ຊົນ​ຂອງ​ທາງ​ການ. ອີກ 20 ຄົນ​ຍັງ​ຫາຍ​ສາບ​ສູນ​ທີ່​ແຂວງ​ຈິງ​ໄຮ່ ຫຼັງ​ຈາກ​ຖືກ​ຖົມ​ໂດຍ​ດິນ​ເຈື່ອນ ອົງ​ການ​ຂ່າວ​ຂອງ​ຈີນ​ລາຍ​ງານ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG