ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ເກີດ​ແຜ່ນ​ດິນ​ໄຫວ ຂະ​ໜາດ​ແຮງ ຢູ່​ພາກ​ເໜືອ ຂອງ​ລາວ


ເກິດ​ແຜ່ນ​ດິນ​ໄຫວ​ຢູ່ແຂວງ​ພາກ​ເໜືອ ສ​ປ​ປ ລາວ
ເກິດ​ແຜ່ນ​ດິນ​ໄຫວ​ຢູ່ແຂວງ​ພາກ​ເໜືອ ສ​ປ​ປ ລາວ

ໄດ້​ເກີດ​ແຜ່ນ​ດິນ​ໄຫວຂະ​ໜາດ​ແຮງ ໃນ​ເຂດ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ລາວ ໃນ​ຕອນ​ເຊົ້າ​ຂອງວັນ​ພະ​ຫັດ​ມື້ນີ້ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ສຳ​ຫຼວດ​ທໍ​ລະ​ນີ​ວິ​ທະ​ຍາ​ຂອງ​ສະ​ຫະ​ລັດ.

ນອກນັ້ນ​ແລ້ວ ຍັງ​ມີ​ແຜ່ນ​ດິນ​ໄຫວ​ຂະ​ໜາດ​ນ້ອຍ​ ເກີດ​ຂຶ້ນ​ຢ່າງ​ໜ້ອຍ 18 ​ຄັ້ງ​ຕິດ​ຕາມມ​າ.

ສ່ວນ​ໜັງ​ສື​ພິມ​ວຽງ​ຈັນ​ໄທ​ມ໌​ແຈ້ງວ່າ ແຜ່ນ​ດິນ​ໄຫວ​ດັ່ງ​ກ່າວ​ແມ່ນ​ມີ​ຈຸດ​ສູນ​ກາງ​ຢູ່​ທີ່​ເມືອງ​ຫົງ​ສາ ໃນ​ແຂວງ​ໄຊ​ຍະ​ບູ​ລີ ແລະ​ມີ​ຄວາມ​ແຮງ​ເຖິງ 6.4 ຊຶ່ງ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ເຮືອນ​ຊານ​ຈຳ​ນວນ​ນຶ່ງ​ຢູ່​ໃນ​ຫຼາຍໆ​ບ້ານ.

ແຈ້ງ​ການ​ຂອງ​ກົມ​ອຸ​ຕຸ​ນິ​ຍົມ​ແລະ​ອຸ​ທົກ​ກະ​ສາດ ກະ​ຊວງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ແລະ​ສິ່ງ​ແວດ​ລ້ອມ ໄດ້​ອອກ​ແຈ້ງ​ການ​ສະ​ບັບ​ນຶ່ງ ​ໃນ​ຕອນ​ເຊົ້າ​ຂອງວັນ​ທີ 21 ພະ​ຈິກ 2019 ນີ້ວ​່າ ໄດ້​ເກີດ​ແຜ່ນ​ດິນ​ໄຫວ​ໃນ​ວັນ​ທີ 21 ພະ​ຈິກ ໃນ​ຂອບ​ເຂດ ສ​ປ​ປ ລາວ 18 ຄັ້ງ ຊຶ່ງ​ມີ​ຄວາມ​ແຮງ​ແຕ່ 5.9 ຫາ 6.4 ໂດຍ​ເຂດ​ສູນ​ກາງ​ຂອງ​ແຜ່ນ​ດິນ​ໄຫວ ແມ່ນ​ຢູ່​ທີ່​ເມືອງ​ຫົງ​ສາ ໃນ​ແຂວງ​ໄຊ​ຍະ​ບູ​ລີ ແລະ​ຢູ່​ເລິກ​ຈາກ​ພື້ນ​ດິນ​ລົງ​ໄປ 3 ກິ​ໂລ​ແມັດ.

ພ້ອມນີ້ ທາງ​ກົມ​ອຸ​ຕຸ​ນິ​ຍົມ​ແລະ​ອຸ​ທົກ​ກະ​ສາດ​ຍັງ​ໄດ້​ເຕືອນ​ໃຫ້​ປະ​ຊາ​ຊົນ​ໃນ​ເຂດ​ດັ່ງ​ກ່າວ ມີ​ສະ​ຕິ​ລະ​ວັງໂຕ​ຕໍ່​ສະ​ພາບ​ການ​ເກີດ​ແຜ່ນ​ດິນ​ໄຫວ​ໃນ​ຄັ້ງ​ນີ້ ແລະ​ຈະ​ອອກ​ແຈ້ງ​ການ​ເປັນ​ໄລ​ຍະໆ.

ຍັງ​ບໍ່​ທັນ​ມີ​ລາຍ​ງານ​ກ່ຽວ​ກັບ​ການ​ບາດ​ເຈັບ​ລົ້ມ​ຕາຍ​ໃດໆ​ເທື່ອ.

XS
SM
MD
LG