ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫຼາຍສິບຄົນ ບາດເຈັບ ຍ້ອນແຜ່ນດິນໄຫວ ຢູ່ ອິນໂດເນເຊຍ


ແຜ່ນດິນໄຫວຂະໜາດແຮງ ຢູ່ນອກແຄມຝັ່ງທະເລ ທາງກ້ຳຕາ
ເວັນອອກຂອງອິນໂດເນເຊຍເຮັດໃຫ້ມີຜູ້ໄດ້ຮັບບາດເຈັບຫຼາຍ
ສິບຄົນ ແລະພາໃຫ້ ປະຊາຊົນແຕກຕື່ນ ແລ່ນອອກໄປ ນອກ
ເຮືອນໃນຕອນທ່ຽງຄືນ ຂອງຄືນແລ້ວນີ້.

ແຜ່ນດິນໄຫວທີ່ມີຄວາມແຮງ 6.6 ໄດ້ເກີດຂຶ້ນໃນເວລາປະມານ
1 ໂມງເຊົ້າ ຕາມເວລາທ້ອງຖິ່ນ ໃນວັນສຸກມື້ນີ້ ຢູ່ທາງເໜືອຂອງ
ເມືອງ Sorong ໃນແຂວງປາປົວຕາເວັນຕົກ ຂອງອິນໂດເນເຊຍ ອີງຕາມອົງການສຳຫຼວດທໍລະນີວິທະຍາຂອງສະຫະລັດ.

ເຈົ້າໜ້າທີ່ຄຸ້ມຄອງໄພພິບັດໃນເຂດທ້ອງຖິ່ນກ່າວວ່າ ຢ່າງໜ້ອຍ
39 ຄົນ ໄດ້ຮັບບາດເຈັບ ຊຶ່ງບາງຄົນໃນຈຳນວນນັ້ນ ແມ່ນມີອາການສາຫັດ ຍ້ອນສິ່ງຂອງ
ຕົກລົງມາທັບ ແລະມີເຮືອນຢ່າງໜ້ອຍ 200 ຫລັງໄດ້ຮັບຄວາມເສຍຫາຍ.

ນອກນັ້ນແລ້ວ ແຜ່ນດິນໄຫວຍັງໄດ້ເຮັດໃຫ້ໄຟຟ້າມອດ ຢູ່ໃນທົ່ວຂົງເຂດ ຮວມທັງໂຮງໝໍ
ແຫ່ງນຶ່ງທີ່ເມືອງ Manokwary ທີ່ໄດ້ບັງຄັບໃຫ້ມີການຍົກຍ້າຍພວກຄົນເຈັບອອກໄປນັ້ນ.

ເຈົ້າໜ້າທີ່ບາງຄົນ ກ່າວວ່າ ເຂົາເຈົ້າຄາດວ່າ ຈຳນວນຂອງຜູ້ທີ່ບາດເຈັບ ຈະເພີ້ມຂຶ້ນຕື່ມ. ແຕ່ຂະນະດຽວກັນ ເຂົາເຈົ້າກໍກ່າວວ່າ ບໍ່ຄາດວ່າ ແຜ່ນດິນໄຫວ ໃນຄັ້ງນີ້ ຈະພາໃຫ້ເກີດ ຟອງຍັກສຸນາມິແຕ່ຢ່າງໃດເລີຍ.

ອິນໂດເນເຊຍແມ່ນຕັ້ງຢູ່ໃນເຂດເສັ້ນແຕກແຫງ “ວົງແຫວນໄຟ” ຂອງປາຊີຟິກ ຊຶ່ງມັກຈະ ພາໃຫ້ເກີດແຜ່ນດິນໄຫວແລະພູໄຟລະເບີດຢູ່ເລື້ອຍໆນັ້ນ.

ແຜ່ນດິນໄຫວຂະໜາດແຮງເມື່ອປີ 2004 ຢູ່ນອກຝັ່ງຂອງແຂວງອາເຈ່ ໄດ້ກໍ່ໃຫ້ເກີດຟອງ ຍັກສຸນາມິທີ່ເຮັດໃຫ້ຫລາຍກວ່າ 200,000 ຄົນເສຍຊີວິດຢູ່ໃນຫຼາຍໆປະເທດຕັ້ງຢູ່ແຄມ ມະຫາສະມຸດອິນເດຍ.

XS
SM
MD
LG