ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

2 ຄົນ ເສຍຊີວິດ ຍ້ອນແຜ່ນດິນໄຫວ ຂະໜາດແຮງ ຢູ່ ອິນໂດເນເຊຍ


ແຜ່ນດິນໄຫວທີ່ມີຄວາມແຮງ 6.5 ໄດ້ສ້າງຄວາມສັ່ນສະເທືອນທີ່ນະຄອນຫຼວງຈາກາ ຕ້າຂອງອິນໂດເນເຊຍແລະຫົວເມືອງອື່ນໆ ໃນເກາະຈາວາ ໃນຕອນແລງວັນສຸກວານ
ນີ້ ຊຶ່ງພວກເຈົ້າໜ້າທີ່ລາຍງານວ່າ ມີຢ່າງໜ້ອຍ 2 ຄົນເສຍຊີວິດ.

ເຈົ້າໜ້າທີ່ຈາກອົງການຄຸ້ມຄອງໄພພິບັດກ່າວວ່າ ຕຶກອາຄານຫຼາຍຫລັງໄດ້ພັງລົງມາ
​ໃນເຂດຈາວາຕາເວັນຕົກ ແລະໂຮງໝໍຫລາຍໆແຫ່ງໄດ້ຍ້າຍຜູ້ຄົນອອກໜີຫລັງຈາກ
ທີ່ ໄດ້ຮັບຄວາມເສຍຫາຍ. ແຜ່ນດິນໄຫວດັ່ງກ່າວໄດ້ເຮັດໃຫ້ຕຶກອາຄານໄກວໄປມາ ທີ່ນະຄອນຫຼວງຈາກາຕ້າ.

ເຈົ້າໜ້າທີ່ເວົ້າວ່າ ຜູ້ຊາຍອາຍຸ 62 ຄົນຄົນນຶ່ງ ໃນເຂດຊີອາມິສ ແລະແມ່ຍິງອາຍຸ 80
ປີຄົນນຶ່ງ ໃນເມືອງເປກາລອງການໄດ້ເສຍຊີວິດຍ້ອນຕຶກອາຄານພັງລົງມາທັບ. ຍັງ
ບໍ່ທັນເປັນທີ່ຈະແຈ້ງເທື່ອວ່າມີຜູຸ້ຄົນໜ້ອຍຫລາຍປານໃດໄດ້ຮັບບາດເຈັບ.

ເຈົ້າໜ້າທີ່ຍັງສືບຕໍ່ພະຍາຍາມຊັ່ງຊາເບິ່ງຄວາມເສຍຫາຍຈາກແຜ່ນດິນໄຫວຊຶ່ງເກີດ
ຂຶ້ນບໍ່ດົນ ກ່ອນທ່ຽງຄືນ ຕາມເວລາທ້ອງຖິ່ນ.

ການສັນຈອນໄປມາຕິດຂັດ ຂະນະທີ່ຜູ້ຄົນ ພະຍາຍາມ ມຸ່ງໜ້າໄປຫາທີ່ສູງ ຍ້ອນຢ້ານເກີດ ຟອງຍັກສຸນາມິ
ການສັນຈອນໄປມາຕິດຂັດ ຂະນະທີ່ຜູ້ຄົນ ພະຍາຍາມ ມຸ່ງໜ້າໄປຫາທີ່ສູງ ຍ້ອນຢ້ານເກີດ ຟອງຍັກສຸນາມິ

ອົງການສຳຫຼວດທໍລະນີວິທະຍາຂອງສະຫະລັດ ກ່າວວ່າ ແຜ່ນດິນໄຫວດັ່ງກ່າວມີຈຸດ
ສູນກາງປະມານ 50 ຫຼັກກິໂລແມັດ ຫ່າງຈາກເມືອງຕາຊິກມາລາຢາ ໄປທາງພາກຕາ
ເວັນຕົກສຽງໃຕ້.

ເຈົ້າໜ້າທີ່ໄດ້ອອກຄຳເຕືອນໃຫ້ລະວັງໄພຟອງຍັກສຸນາມິ ໃນເຂດແຄມຝັ່ງທະເລອ້ອມ
ແອ້ມເກາະຈາວາ ຊຶ່ງມີຜູ້ຄົນອາໄສຢູ່ 250 ລ້ານກວ່າຄົນ ຄືຫຼາຍກວ່າເຄິ່ງຂອງປະຊາ
ຊົນອິນໂດເນເຊຍທັງໝົດ. ສູນກາງເຕືອນໄພສຸນາມິ ໃນເຂດປາຊີຟິກ ທີ່ຕັ້ງຢູ່ຮາວາຍ
ກ່າວວ່າ ຕົນໄດ້ກວດພົບວ່າ ມີຟອງຍັກສຸນາມິ.

ອິນໂດເນເຊຍແມ່ນຕັ້ງຢູ່ໃນເຂດ “ວົງແຫວນໄຟ” ຊຶ່ງເປັນເຂດທີ່ການເຄື່ອນຍ້າຍຂອງ
ແຜ່ນດິນມັກເກີດຂຶ້ນໃນມະຫາສະໝຸດປາຊີຟິກ ບ່ອນທີ່ແຜ່ນດິນໄຫວ ແລະພູໄຟເກີດ
ຂຶ້ນນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG