ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ຈຳນວນ ຜູ້ເສຍຊີວິດ ເພີ້ມຂຶ້ນ ໃນຂະນະທີ່ ພວກກູ້ໄພ ຄົ້ນຫາຜູ້ຄົນ ຈາກແຜ່ນດິນໄຫວ ໃນອີຕາລີ


Italy Earthquake
please wait
Embed

No media source currently available

0:00 0:00:57 0:00

ແຜ່ນດິນ​ໄຫວ​ຮ້າຍ​ແຮງ ​ໄດ້​ສັ່ນ​ສະ​ເທືອ​ນທາງ​ພາກ​ກາງອີ​ຕາ​ລີ ​ໃນ​ວັນ​ພຸດ​ວານ​ນີ້ ​ເຮັດ​ໃຫ້ມີ​ຜູ້ເສ​ຍຊີວິດ ຢ່າງ​ນ້ອຍ 247 ຄົນ ​ແລະໄດ້​ຮັບ​ບາດ​ເຈັບ​ຫຼາຍ​ກວ່າ 360 ຄົນ ອິງ​ຕາມໜ່ວຍ ງານປົກ​ປ້ອງ​ຄຸມ​ຄອງ​ພົນລະ​ເຮືອນ ​ໃນ​ວັນ​ພະຫັດ​ມື້​ນີ້.

ນາຍົກລັດຖະມົນຕີອີຕາລີ ທ່ານ Matteo Renzi ​ໄດ້​ເດີນທາງ​ໄປ​ຍັງ​ຂົງ​ເຂດ​ດ້ວຍ​ເຮ​ລິ​ຄອບ​ເຕີ ​ແລະ​ຈັບ​ມື​ກັບ​ພວກ​ອາສາ​ສະໝັກທີ່ີຊ່ອຍ​ກູ້​ໄພ ​ໃນ​ວັນ​ພະຫັດ​ມື້​ນີ້ ກ່ອນ​ທີ່​ຈະໂອ້​ລົມ​ກັບ​ກະຊວງພື້ນຖານ​ໂຄງ​ລ່າງ ​ແລະ​ຫົວໜ້າ​ຂອງ​ໜ່ວຍງານປົກ​ປ້ອງ​ຄຸມ​ຄອງ​ພົນລະ​ເຮືອນ.

ທ່ານ​ປະຕິ​ເສດ​ບໍ່​ຍອມ​ໃຫ້​ຄວາມ​ເຫັນໃດ​ໆຕໍ່​ພວກ​ນັກ​ຂ່າວ ​ໂດຍ​ກ່າວ​ວ່າ ມັນ “ບໍ່​ແມ່ນ​ເວລາ​ທີ່​ຈະ​ມາ​ເວົ້າລົມ​ກັນ.” ທ່ານ Renzi ​ໄດ້​ກ່າວ​ກ່ອນ​ໜ້າ​ນີ້​ແລ້ວ​ວ່າ “ຈະ​ບໍ່​ມີ​ຄອບຄົວ​ໃດ​ ເມືອງ​ໃດ ບ້ານ​ໃດ ຈະ​ຖືກ​ປ່ອຍປະ​ລະ​ເລີຍ.”

ແຜ່ນດິນໄຫວຂະໜາດແຮງ ໄດ້ສັ່ນສະເທືອນ ​ໃນ​ຂົງເຂດ ປະມານ 3:30 ຕອນ​ເຊົ້າ ທີ່​ພາໃຫ້ 3 ​ເມືອງ ​ໃກ້ໆ​ກັບ​ຈຸດ​ສູນ​ກາງຂອງແຜ່ນດິນໄຫວ ​ໄດ້​ຮັບ​ຄວາມ​ເສຍ​ຫາຍຮ້າຍ​ແຮງ. ​ເດັກນ້ອຍ​ແມ່ນຮວມຢູ່​ໃນພວກ​ທີ່ເສຍ​ຊີວິດ​.

ອົງການສຳຫຼວດທໍລະນີສາດສະຫະລັດ ໄດ້ລະບຸ​ວ່າ ແຜ່ນດິນໄຫວທີ່​ມີຄວາມແຮງ 6.2 ຊຶ່ງມີຈຸດສູນກາງຢູ່ຫ່າງຈາກເມືອງ Norcia ປະມານ 10 ກິໂລແມັດ
​ໄປ​ທາງ​ຕາ​ເວັນ​ອອກສຽງ​ໃຕ້.

ເຊີນຊົມ: ສະຖານະການ ຫຼັງຈາກແຜ່ນດິນໄຫວ

Deadly Earthquake Hits Central Italy
please wait

No media source currently available

0:00 0:00:39 0:00

​ ການສັ່ນສະເທືອນດັ່ງກ່າວ ​ແມ່ນຮູ້ສຶກກັນ ​ໃນທົ່ວບໍລິ​ເວນ​ກວ້າງ​ ຂອງຂົງເຂດ ​ Umbria ທີ່​ຮວມ​ເຖິງ​ເຂດນະຄອນ​ຫຼວງ Rome ທີ່ຕັ້ງ​ຢູ່ໄກອອກໄປເຖິງ 150 ກິໂລແມັດ.


ເຂດ​ທີ່ເສຍຫາຍໜັກ ​ແມ່ນ​ຮວມທັງ ຫຼາຍໆ​ເມືອງ​ເຊັ່​ນ Amatrice ແລະເມືອງ​ Accumoli ຊຶ່ງ​ສ່ວນ​ໃຫຍ່​ແມ່ນ​ໄດ້ຫັກພັງລົງ​ມາ​. “ປະມານ 3 ສ່ວນ 4 ຂອງ​ເມືອງດັ່ງກ່າວ ​ແມ່ນບໍ່​ຢູ່​ທີ່​ນັ້ນ​ອີກ​ແລ້ວ.” ເຈົ້າຄອງ​ເມືອງ Amatrice ທ່ານ Sergio Pirozzi ​ໄດ້​ບອກ​ກັບ​ອົງການ​ອອກ​ອາກາດ RAI ​ຂອງທາງ​ການ​ເຊັ່ນ​ນັ້ນ ​ແລະ​ໄດ້​ກ່າວ​ຕໍ່​ໄປ​ວ່າ “ຈຸດ​ປະສົງ​ຫລັກ​ໃນ​ເວລາ​ນີ້ ​ແມ່ນຈະ​ຊ່ອຍ​ເຫຼືອ​ຊີວິດ​ຜູ້​ຄົນ​ໃຫ້ຫຼາຍ​ເທົ່າ​ທີ່​ຈະ​ຫຼາຍ​ໄດ້. ມັນ​ຍັງ​ມີ​ສຽງ​ຮ້ອງ​ມາ​ຈາກ​ຊາກ​ຫັກ​ພັງ​ພວກ​ນັ້ນ, ພວກ​ເຮົາ​ຕ້ອງ​ໄດ້​ຊ່ອຍ​ເຫຼືອ​ພວກ​ເຂົາ​ເຈົ້​າ.”

ພວກກູ້ໄພ ພາກັນຊ່ອຍເຫຼືອພວກທີ່ອາດລອດຊີວິດໄດ້ ໃນເມືອງ Amatrice, ພາກກາງອີຕາລີ, 24 ສິງຫາ 2016.
ພວກກູ້ໄພ ພາກັນຊ່ອຍເຫຼືອພວກທີ່ອາດລອດຊີວິດໄດ້ ໃນເມືອງ Amatrice, ພາກກາງອີຕາລີ, 24 ສິງຫາ 2016.

ໜ່ວຍງານປົກ​ປ້ອງ​ຄຸມ​ຄອງ​ພົນລະ​ເຮືອນ ຢືນຢັນ​ວ່າ ​ໃນ​ຈຳ​ນວນ ພວກ​ທີ່​ເສຍ​ຊີວິດ​ນັ້ນ 53 ຄົນ ​ແມ່ນ​ເປັນ​ຊາວ​ເມືອງ Amatrice ​ເມືອງ​ດຽວ ​ແລະ ອີກ 150 ຄົນ ແມ່ນ​ຍັງ​ຊອກ​ຫາ​ບໍ່​ເຫັນເທື່ອ.

ນາງ Maria Gianni ຜູ້​ອາ​ໄສ​ທີ່ເມືອງ Amatrice ​ໄດ້​ກ່າວ​ວ່າ “ເພດານທັງໝົດໄດ້ ພັງລົງມາ ແຕ່ບໍ່ໄດ້ຖືກຂ້ອຍ. ຂ້ອຍພຽງແຕ່ ນຳເອົາໝອນໜ່ວຍນຶ່ງມາປົກຫົວຂອງ ຂ້ອຍ​ໄວ້ ແລະ ຂ້ອຍ​ບໍ່​ຖືກ​ຫຍັງ​ກະທົບ ໂຊກດີ ທີ່ຂ້ອຍພຽງແຕ່ໄດ້ຮັບບາດເຈັບໜ້ອຍນຶ່ງ ຢູ່ທີ່ຂາ​ເທົ່າ​ນັ້ນ.”

ພວກກູ້ໄພ ພາກັນຊ່ອຍເຫຼືອພວກທີ່ອາດລອດຊີວິດໄດ້ ໃນເມືອງ Amatrice, ພາກກາງອີຕາລີ, 24 ສິງຫາ 2016.
ພວກກູ້ໄພ ພາກັນຊ່ອຍເຫຼືອພວກທີ່ອາດລອດຊີວິດໄດ້ ໃນເມືອງ Amatrice, ພາກກາງອີຕາລີ, 24 ສິງຫາ 2016.

​ແມ່​ຍິງ​ອີກ​ຜູ້​ນຶ່ງ ທີ່​ນັ່ງ​ຢູ່​ໜ້າ​ບ້ານ​ຂອງ​ລາວ​ທີ່​ຖືກ​ທຳລາຍ​ນັ້ນ ​ໄດ້​ກ່າວ​ວ່າ ລາວບໍ່​ຮູ້​ເລີຍ​ວ່າ ​ແມ່ນ​ຫຍັງ​ທີ່​ຈະ​ເກີດ​ຂຶ້ນ​ກັບ​ສະມາຊິກໃນ​ຄອບຄົວ​ຂອງ​ລາວ ຊຶ່ງ​ລາວໄດ້ກ່າວ​ວ່າ “ນີ້​ແມ່ນ​ເມືອງ​ທີ່​ສວຍ​ງາມ​ທີ່​ສຸດ​ເມືອງ​ນຶ່ງ​ຂອງ​ອີ​ຕາ​ລີ ​ແລະ​ປະຈຸ​ບັນ​ນີ້ ມັນ​ບໍ່​ຫຼົງ​ເຫຼືອ​ຫຍັງ​ເລີຍ.”

ຄຸນພໍ່ Savino D’Amelio ພະ​ປະຈຳ​ເຂດເມືອງ Amatrice ເອີ້ນສະຖານະການນີ້ວ່າ ເປັນ “ໂສກນາດຕະກຳຮ້າຍ​ແຮງ.”

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

ຄະນະຊ່ອຍເຫຼືອນາໆຊາດ

ຜູ້ທີ່ໄດ້ຮັບເຄາະຮ້າຍ ໄດ້ຖືກຫາມອອກ ຈາກເຫດແຜ່ນດິນໄຫວ ໃນເມືອງ Pescara del Tronto, ພາກກາງອີຕາລີ, 24 ສິງຫາ 2016.
ຜູ້ທີ່ໄດ້ຮັບເຄາະຮ້າຍ ໄດ້ຖືກຫາມອອກ ຈາກເຫດແຜ່ນດິນໄຫວ ໃນເມືອງ Pescara del Tronto, ພາກກາງອີຕາລີ, 24 ສິງຫາ 2016.

XS
SM
MD
LG