ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແຜ່ນດິນໄຫວ ຂະໜາດແຮງ ຢູ່ພາກກາງ ຂອງ ອີຕາລີ ໄດ້ສັງຫານ ຢ່າງນ້ອຍ 37 ຄົນ


ແຜ່ນດິນໄຫວຂະໜາດແຮງ ໄດ້ສັ່ນສະເທືອນ ​ໃນ​ເຂດ​ພາກກາງ ຂອງອີຕາລີ ໃນຕອນ ເຊົ້າວັນພຸດມື້ນີ້ ເຮັດໃຫ້ເກີດຄວາມເສຍຫາຍຢ່າງໜັກ ໃນພື້ນທີ່ຕ່າງໆ ທີ່ຢູ່ໃກ້ກັບ ຈຸດສູນກາງຂອງແຜ່ນດິນໄຫວ ແລະໄດ້ສັງ ຫານຢ່າງນ້ອຍ 37 ຄົນ.

ແຜນທີ່ ສະແດງໃຫ້ເຫັນ ຈຸດສູນກາງຂອງແຜ່ນດິນໄຫວ ໃນປະເທດອີຕາລີ
ແຜນທີ່ ສະແດງໃຫ້ເຫັນ ຈຸດສູນກາງຂອງແຜ່ນດິນໄຫວ ໃນປະເທດອີຕາລີ

ອົງການສຳຫຼວດທໍລະນີສາດ ສະຫະລັດ ໄດ້ລາຍງານວ່າ ແຜ່ນດິນໄຫວທີ່​ມີຄວາມແຮງ 6.2 ໂດຍມີຈຸດສູນກາງຢູ່ຫ່າງຈາກເມືອງ Norcia ປະມານ 10 ກິໂລແມັດ ​ໄປທາງພາກ ຕາເວັນອອກສຽງໃຕ້. ການສັ່ນສະເທືອນດັ່ງກ່າວ ​ແມ່ນຮູ້ສຶກກັນ ​ໃນທົ່ວພື້ນບໍລິ​ເວນ​ສ່ວນ​ໃຫຍ່ ຂອງຂົງເຂດ ທີ່ໄກອອກໄປເຖິງ 150 ກິໂລແມັດ ລວມທັງນະຄອນຫຼວງ Rome.

ແຜ່ນດິນໄຫວໄດ້ເກີດຂຶ້ນ ບໍ່ດົນຫຼັງຈາກ 3 ໂມງ 30 ຕອນເຊົ້າ ແລະ ໄດ້ຕິດຕາມມາດ້ວຍ​ແຜ່ນດິນ​ໄຫວ​ຂະໜາດ​ນ້ອຍຫຼາຍໆຄັ້ງ. ອົງການປົກປ້ອງພົນລະເຮືອນຂອງອີຕາລີ ໄດ້ກ່າວວ່າ ຫຼາຍຮ້ອຍຄົນໄດ້ຮັບບາດເຈັບ ແລະ ຫຼາຍໆຄົນ ແມ່ນຕ້ອງການທີ່ພັກ ຊົ່ວຄາວ.

ທ່ານ Fabrizio Curcio ຫົວໜ້າອົງການນັ້ນ ກ່າວວ່າ “ແຜ່ນດິນໄຫວທີ່​ມີຄວາມແຮງ ຂະໜາດນີ້ ໃນລະດັບຄວາມເລິກນີ້ ຢູ່ໃນດິນ​ແດນຂອງພວກເຮົາໂດຍທົ່ວໄປ ​ໄດ້ກໍ່ ໃຫ້ເກີດການຫຍຸບລົງຂອງຕຶກ ຊຶ່ງສາມາດເຮັດໃຫ້ມີ​ການເສຍຊີວິດໄດ້.”

ປະຊາຊົນ ອອກມາຢືນຢູ່ຕາມທ້ອງຖະໜົນ ຫຼັງຈາກ ເກີດແຜ່ນດິນໄຫວ ຂະໜາດແຮງ ໃນເມືອງ Amatrice, ຢູ່ພາກກາງຂອງອີຕາລີ, ວັນທີ 24 ສິງຫາ 2016.
ປະຊາຊົນ ອອກມາຢືນຢູ່ຕາມທ້ອງຖະໜົນ ຫຼັງຈາກ ເກີດແຜ່ນດິນໄຫວ ຂະໜາດແຮງ ໃນເມືອງ Amatrice, ຢູ່ພາກກາງຂອງອີຕາລີ, ວັນທີ 24 ສິງຫາ 2016.

ພື້ນທີ່ທີ່ໄດ້ຮັບຜົນກະທົບໜັກທີ່ສຸດ ປະກອບດ້ວຍ ເມືອງ Amatrice ແລະ ເມືອງ Accumoli. ເຈົ້າຄອງ​ເມືອງ Amatrice ທ່ານ Sergio Pirozzi ໄດ້ກ່າວຕໍ່ນັກຂ່າວ RAI ຂອງທາງການ ວ່າ ບໍລິເວນສ່ວນໃຫຍ່ຂອງເມືອງ ໄດ້ຖືກທຳລາຍ.

ນາງ Maria Gianni ປະຊາຊົນ​ໃນເມືອງ Amatrice ເວົ້າວ່າ “ເພດານທັງໝົດໄດ້ ພັງລົງມາ ແຕ່ບໍ່ໄດ້ຖືກຂ້ອຍ. ຂ້ອຍພຽງແຕ່ສາມາດນຳເອົາ ໝອນໜ່ວຍນຶ່ງ ມາປົກ ຫົວຂອງຂ້ອຍ​ໄວ້ ແລະ ໂຊກດີທີ່ຂ້ອຍບໍ່ໄດ້ຖືກຫຍັງ ພຽງແຕ່ໄດ້ຮັບບາດເຈັບໜ້ອຍ ນຶ່ງຢູ່ທີ່ຂາຂອງຂ້ອຍ.”

ບັນດາພະນັກກູ້ໄພ ໄດ້ທຳງານຫຼັງຈາກຟ້າແຈ້ງ ເພື່ອພະຍາຍາມຊ່ວຍ​ເອົາ​ພວກ​ທີ່​ຕົກ ​ຄ້າງຢູ່ໃນຊາກຫັກພັງ ຂອງຕຶກຕ່າງໆ ທີ່ຫຍຸບລົງນັ້ນ ອອກ​ມາ.

ພະນັກງານປ້ອງກັນພົນລະເຮືອນ ທ່ານ Andrea Gentili ໄດ້ກ່າວຕໍ່ອົງການຂ່າວ ​ເອພີວ່າ “ພວກເຮົາຕ້ອງການພວກ ຈັກຕັດໄມ້ ຄີມຕັດທ່ອນເຫຼັກ ແລະ ​ເຄື່ອງ​ຍົກ ເພື່ອຍົກເສົາຕຶກອອກ ທຸກສິ່ງທຸກຢ່າງ ພວກເຮົາຕ້ອງການທຸກສິ່ງທຸກຢ່າງ.”

ຄຸນພໍ່ Savino D’Amelio ພະ​ປະຈຳ​ເຂດເມືອງ Amatrice ເອີ້ນສະຖານະການນີ້ ວ່າເປັນ “ໂສກນາດຕະກຳຮ້າຍ​ແຮງ.”

ຄຸນພໍ່ D’Amelio ໄດ້ເວົ້າວ່າ “ພວກເຮົາພຽງແຕ່ຫວັງວ່າ ຈະມີຜູ້ເຄາະຮ້າຍໜ້ອຍດຽວ ຖ້າເປັນໄປໄດ້ ແລະ ວ່າ ພວກເຮົາໝົດທຸກຄົນ ມີຄວາມກ້າຫານ ທີ່ຈະຢູ່ຕໍ່ໄປ.”

ແຜ່ນດິນໄຫວ ໃນວັນພຸດມື້ນີ້ ໄດ້ເກີດຂຶ້ນຢູ່ບໍ່ໄກຈາກເມືອງ L’Aquila ທີ່ໄດ້ປະສົບກັບ ແຜ່ນດິນໄຫວ ເມື່ອປີ 2009 ທີ່ໄດ້ສັງຫານຢ່າງນ້ອຍ 300 ຄົນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Italy Earthquake
please wait
Embed

No media source currently available

0:00 0:01:06 0:00

XS
SM
MD
LG