ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກີດແຜ່ນດິນໄຫວ ແຮງປານກາງ ຢູ່ອັຟການິສຖານ (ສະໄລດ໌)


ແຜນທີ່ອັຟການິສຖານ
ແຜນທີ່ອັຟການິສຖານ
ໄດ້​ເກີດແຜ່ນດິນ​ໄຫວ​ ທີ່​ມີຄວາ​ມ​ແຮງ​ຂະໜາດ​ພໍ​ປານ​ກາງ​ຢູ່​
ອັຟການິສຖານ​ໃນ​ວັນ​ພຸດ​ມື້ນີ້ ແລະສັ່ນ​ສະ​ເທືອ​ນ​ໄປ​ເຖິງນະ
ຄອນຫຼວງກາ​ບູລ ນະຄອນຫລວງອິສລາມາ​ບັດ ​ຂອງປາກິສ
ຖານ ແລະນະຄອນຫລວງ ນິວ​ເດ​ລີ ຂອງອິນເດຍ.

ອົງການ​ສຳ​ຫຼວດທໍ​ລະ​ນີວິທະຍາ​ດຂອງ​ສະຫະລັດ​ ກ່າວ​ວ່າ ​
ແຜ່ນດິນ​ໄຫວ​ທີ່​ມີ ຄວາມ​ແຮງ​ແທກ​ໄດ້ 5.7 ຣິກ​ເຕີ້ ​ໄດ້​ເກີດ​ຂຶ້ນ​
ເລິກ​ລົງ​ໄປ​ຈາກ​ໜ້າດິນ 65 ກິໂລ​ແມັດແລະ 25 ກິ​ໂລ​ແມັດ
​ຫ່າງ​ຈາກ​ເມືອງ Jalalabad ໄປ​ທາງ​ຕາ​ເວັນຕົກ​ສຽງ​ເໜືອ ຊຶ່ງ​
ເມືອງ​ດັ່ງກ່າວ​ນີ້ ​ເປັນ​ຫົວ​ເມືອງ​ສຳຄັນ​ໃນ​ພາກ​ຕາ​ເວັນ​ອອກ
ຂອງອັຟກາ​ນິສຖານ​ ໃກ້​ກັບ​ຊາຍ​ແດນ​ປາ​ກິ​ສຖານ. ​ເຈົ້າໜ້າ​ທີ່​ອຸຕຸນິຍົມ​ວິທະຍາ ຂອງ​ປາກິ​ສ
ຖານກ່າວວ່າ ​ແຜ່ນດິນ​ໄຫວ​ນີ້ມີ​ຄວາມ​ແຮງ 6.2 ຣິກ​ເຕີ້.

ມີ​ລາຍ​ງານ​ວ່າ ຕຶກ​ອາຄານ​ບາງ​ຫຼັງ​ສັ່ນສະເທືອນ ໄກວ​ໄປໄກວມາ ທີ່​ກຸງ​ນິວ​ເດ​ລີ ຊຶ່ງ​ໄດ້ສ້າງ
ຄວາ​ມຕື່ນ​ຕົກ​ໃຈ​ບໍ່​ໜ້ອຍ​ໃຫ້​ແກ່​ປະຊາຊົນ. ຍັງ​ບໍ່​ທັນ​ມີ​ລາຍ​ງານ​ກ່ຽວ​ກັບ​ການບາດ​ເຈັບລົ້ມ
ຕາຍ​ເທື່ອ.

​ໃນ​ສັບປະດາ​ແລ້ວນີ້ ​ແຜ່ນດິນ​ໄຫວ​ຂະໜາດ​ແຮງ 7.6 ຣິກ​ເຕີ້ ​ໄດ້​ສັງຫານ 41 ຄົນ​ໃນ​ເຂດ Baluchistan ຂອງ​ປາ​ກິ​ສຖານ ​ແລະ​ໃນ​ໄລຍະ​ບໍ່​ເທົ່າ​ໃດ​ມື້ຕໍ່​ມາ​ ແຜ່ນດິນ​ໄຫວ​ທີ່ແຮງ 6.6
ຣິກ​ເຕີ້ ກໍ​ໄດ້​ສັງຫານ​ປະມານ 600 ຄົນ ​ໃນ​ພາກ​ຕາເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ.

XS
SM
MD
LG