ແຜ່ນດິນໄຫວ ທີ່ມີຄວາມແຮງ 5.1 ຣິກເຕີ້ ໄດ້ສັ່ນສະເທືອນ
ນະຄອນຫລວງ Quito ຂອງເອກົວດໍ ແລະບັນດາເຂດອ້ອມ
ແອ້ມ ເຮັດໃຫ້ສອງຄົນເສຍຊີວິດ ແລະອີກແປດຄົນໄດ້ຮັບ
ບາດເຈັບ.
ອົງການຄວບຄຸມໄພອັນຕະລາຍແຫ່ງຊາດ ກ່າວໃນວັນອັງ
ຄານວານນີ້ຢູ່ໃນໜ້າ Twitter ວ່າ ພວກດັບເພີງໄດ້ປະຕິ
ບັດງານ ຊ່ວຍເຫລືອສາມຄົນທີ່ຖືກຕິດຄ້າງຍ້ອນດິນເຈື່ອນ
ຢູ່ທີ່ບໍ່ເຈາະຫີນ.
ດິນເຈື່ອນຍັງເຮັດໃຫ້ຖະໜົນຫົນທາງຜ່ານໄປມາບໍ່ໄດ້ ແລະມີ
ຂີ້ຝຸ່ນທີ່ໜາຕຶບຢູ່ເຂດອ້ອມແອ້ມນະຄອນ Quito ຊຶ່ງບັງຄັບໃຫ້ມີການປິດເດີ່ນເຮືອບິນ
ຢູ່ໃນນະ ຄອນຫລວງດັ່ງກ່າວ.
ແຜ່ນດິນໄຫວເຮັດໃຫ້ບັນດາຜູ້ຄົນ ພາກັນແລ່ນອອກໄປຢູ່ຕາມຖະໜົນຫົນທາງ ໃນຂະ
ນະທີ່ຕຶກສູງກວຍໄປມາ.
ອົງການສຳຫລວດທໍລະນີວິທະຍາດຂອງສະຫະລັດກ່າວວ່າ ແຜ່ນດິນໄຫວຄັ້ງນີ້ ມີຈຸດ
ສູນກາງຢູ່ 23 ກິໂລແມັດ ຫ່າງຈາກນະຄອນຫລວງ Quito ໄປທາງພາກຕາເວັນອອກ
ສຽງເໜືອຂອງ.