ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກີດຄວາມ​ສັ່ນ​ສະ​ເທືອ​ນ ຂອງ​ແຜ່ນດິນ​ ​ໃກ້​ກັບ​ບ່ອນ ​ທົດ​ລອງ​ນິວ​ເຄລຍ ຂອງ ເກົາຫຼີເໜືອ.


ຄົນພາກັນເບິ່ງລາຍງານຂ່າວໂທລະພາບ ກ່ຽວກັບແຜ່ນດິນໄຫວຢູ່ ເກົາຫລີເໜືອ ທີ່ສະຖານນີລົດໄຟ ໃນນະຄອນໂຊລ.
ຄົນພາກັນເບິ່ງລາຍງານຂ່າວໂທລະພາບ ກ່ຽວກັບແຜ່ນດິນໄຫວຢູ່ ເກົາຫລີເໜືອ ທີ່ສະຖານນີລົດໄຟ ໃນນະຄອນໂຊລ.

ຄວາມ​ສັ່ນ​ສະ​ເທືອ​ນຈາກ​ແຜ່ນດິນ​ໄຫວຂະໜາດ​ນ້ອຍ ໄດ້​ພົບ​ເຫັນ​ໃນ​ຕອນ​ເຊົ້າ​ວັນ​ສຸກ
​ມື້​ນີ້ ​ໃກ້​ກັບ​ບ່ອນ​ທົດ​ລອງ​ນິວ​ເຄລຍຂອງ​ເກົາຫລີເໜືອ ອີງຕາມຄຳເວົ້າ ຂອງອົງການ​ສຳ​ຫລວດທໍລະນີ​ວິທະຍາສະຫະລັດ​.

​ໄດ້​ມີການພົບ​ເຫັນວ່າ ເກີດຄວາມ​ສັ່ນ​ສ​ະ​ເທືອ​ນ 2.9 ​ປະມານ 23 ກິ​ໂລແມັດ​ຫ່າງຈາກ
​ເມືອງ Sungibaegam “ຢູ່​ໃນ​ບໍລິເວນ ທີ່ມີການ​ທົດ​ລອງ​ນິວ​ເຄລຍ ຂອງ​ເກົາຫລີ​ເໜືອ
​ເທື່ອ​ກ່ອນ” ອີງຕາມອົງການທໍລະນີວິທະຍາສະຫະລັດ.

ອົງການດັ່ງກ່າວເວົ້າ​ວ່າ “ໄດ້​ເຫດການ​ທີ່ຄ້າຍຄື​ກັນ​ກັບແຜ່ນດິນ​ໄຫວ ​ເຖິງແມ່ນວ່າພວກ
ເຮົາ​ບໍ່​ສາມາດໃຫ້ການ​ຢືນຢັນຢ່າງເປັນທີ່ແນ່ນອນໄດ້ໃນ​ເວລານີ້​ເຖີງສາ​ເຫດທີ່ແທ້ຈິງ
ຂອງການສັ່ນສະເທືອນນີ້.”

ການ​ທົດ​ລອງ​ນິວ​ເຄລຍຂອງ​ເກົາຫ​ລີ​ເໜືອ​ເທື່ອ​ລ້າ​ສຸດ​ເມື່ອ​ວັນ​ທີ 3 ​ກັນຍາຜ່ານມາ​
ເຮັດ​ໃຫ້​ແຜ່ນດິນ​ໄຫວ​ສັ່ນ​ສະ​ເທືອນ​ເຖິງ 6.3 ອີງ​ຕາມອົງການສຳຫຼວດທໍລະນີວິທະຍາ
ສະຫະລັດ.

ການ​ສັ່ນ​ສະ​ເທືອນຂອງແຜ່ນດິນ ບໍ່​ໄດ້​ໝາຍເຖິງ​ການ​ທົດ​ລອງ​ນິວເຄລຍສະ​ເໝີ​ໄປ.
ການ​ສັ່ນ​ສະ​ເທືອ​ນຂອງແຜ່ນດິນ ຂະໜາດນ້ອຍໃນ​ວັນ​ທີ 23 ​ກັນ​ຍາເປັນ​ທີ່​ຄິດກັນ​ວ່າ
​ເປັນການ​ສັ່ນ​ສະ​ເທືອນ ຫຼັງຈາກ​ການ​ທົດ​ລອງອາວຸດ​ນິວ​ເຄລຍ​ໃນ​ຕົ້ນ​ເດືອນນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG