ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ແຜ່ນດິນໄຫວຢ່າງແຮງ ປະທະໃສ່ ນະຄອນຫຼວງ ຂອງ ໂຄຣເອເຊຍ ເຮັດໃຫ້ບ້ານເຮືອນເພພັງໝົດ


ຊາຍຄົນນຶ່ງກວດກາເບິ່ງ ຄວາມເສຍຫາຍຈາກເຫດແຜ່ນດິນໄຫວຢູ່ນະຄອນຫລວງ Zagreb ຂອງໂຄຣເອເຊຍ ໃນວັນອາທິດ, ທີ 22 ມີນາ 2020 (ພາບຖ່າຍໂດຍ AP Photo/Filip Horvat)
ຊາຍຄົນນຶ່ງກວດກາເບິ່ງ ຄວາມເສຍຫາຍຈາກເຫດແຜ່ນດິນໄຫວຢູ່ນະຄອນຫລວງ Zagreb ຂອງໂຄຣເອເຊຍ ໃນວັນອາທິດ, ທີ 22 ມີນາ 2020 (ພາບຖ່າຍໂດຍ AP Photo/Filip Horvat)

ແຜ່ນດິນໄຫວທີ່ມີຄວາມແຮງ 5.3 ໄດ້ປະທະໃສ່ນະຄອນຫລວງຊາເກຣັບຂອງ ໂຄຣເອເຊຍ ໃນຕອນເຊົ້າວັນອາທິດວານນີ້ ເຮັດໃຫ້ຜູ້ນຶ່ງມີອາການບາດເຈັບ ຢ່າງສາຫັດ ແລະພາໃຫ້ມີຄວາມເສຍຫາຍຢ່າງຫລວງຫລາຍ ແລະໄຟຟ້າດັບ.

ຜູ້ໄດ້ຮັບເຄາະຮ້າຍແມ່ນເດັກຊາຍອາຍຸ 15 ປີ ທີ່ຫລັງຄາເຮືອນພັງທັບລາວ, ອີງຕາມລາຍງານຂ່າວຈາກທ້ອງຖິ່ນ. ພວກເຈົ້າໜ້າທີ່ເວົ້າວ່າ ຍັງມີຄົນໄດ້ຮັບ ບາດເຈັບຫລາຍຄົນຢູ່ແຕ່ກໍບໍ່ໄດ້ໃຫ້ລາຍລາຍອຽດເພີ້ມເຕີມແຕ່ຢ່າງໃດ.

“ພວກເຮົາໄດ້ຮັບໂທລະສັບກ່ຽວກັບຕຶກທີ່ພັງລົງນັ້ນ. ພວກທີມງານກໍໄດ້ໄປຍັງທີ່ ເກີດເຫດ ແລະພົບວ່າມີເດັກນ້ອຍທີ່ໄດ້ຮັບບາດເຈັບໜັກ ທີ່ບໍ່ມີທ່າທີວ່າຈະລອດ ຊີວິດໄດ້,” ນັ້ນຄືຄໍາເວົ້າຂອງທ່ານ ຊາໂກ ຣາຊິກ (Zarko Rasic), ຫົວໜ້າ ໜ່ວຍ ສຸກເສີນຂອງນະຄອນຊາເກຣັບ ທີ່ກ່າວຕໍ່ອົງການຂ່າວ ຮີນາ (HINA) ຂອງລັດ ຖະບານ.

ຕຶກຫລາຍຫລັງໄດ້ແຕກແຫງ ແລະຝາພ້ອມກັບຫລັງຄາຫັກພັງລົງ. ຝາຄອນ ກຣີດທີ່ໜາໆໄດ້ພັງລົງມາທັບລົດ ແລະທໍ່ຄວັນໄຟຢູ່ເຮືອນຄົນກໍຕົກລົງມາຈາກ ຫລັງຄາ. ຖະໜົນຫົນທາງຢູ່ໃຈກາງເມືອງນະຄອນຫລວງຊາເກຣັບ ແມ່ນ ເຕັມ ໄປດ້ວຍຊາກຫັກພັງ.

ຜູ້ຄົນພາກັນແລ່ນອອກຈາກບ້ານເຮືອນຂອງຕົນໄປດ້ວຍຄວາມແຕກຕື່ນ ເຖິງ ແມ່ນວ່າ ໂຄຣເອເຊຍ ຈະຖືກປິດລົງເປັນບາງພາກສ່ວນຍ້ອນໄວຣັສໂຄໂຣນາ ຢູ່ກໍຕາມ.

ຍອດຊໍ່ຟ້າອັນນຶ່ງໃນຈໍານວນ 2 ອັນຂອງພະວິຫານໃນນະຄອນຫຼວງ ຊາເກຣັບ ຫັກລົງມາ. ວິຫານດັ່ງກ່າວໄດ້ສ້າງຂຶ້ນມາໃໝ່ ພາຍຫລັງທີ່ມັນຖືກທໍາລາຍໃນປີ 1880 ຍ້ອນແຜ່ນດິນໄຫວ.

ອົງການສຶກສາກ່ຽວກັບແຜ່ນດິນໄຫວຂອງທະວີບຢູໂຣບ ຫລື EMSC ເວົ້າວ່າ ແຜ່ນດິນໄຫວໄດ້ເກີດຂຶ້ນໃນເວລາ 6:23 ຕອນເຊົ້າ ຂອງເວລາໃນທ້ອງຖິ່ນ. ຢ່າງໜ້ອຍ ກໍມີການບັນທຶກວ່າມີແຜ່ນດິນໄຫວລະດັບນ້ອຍຕາມມາສອງຄັ້ງ.

ຈຸດສູນກາງຂອງເຫດແຜ່ນດິນໄຫວນີ້ ແມ່ນຢູ່ຫ່າງຈາກນະຄອນຫລວງຊາເກຣັບ ໄປ ທາງທິດເໜືອ 7 ກິໂລແມັດ ຢູ່ໃນພື້ນດິນເລິກ 10 ກິໂລແມັດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດຢູ່ລຸ່ມນີ້

A 5.3 magnitude earthquake struck Croatia’s capital, Zagreb, Sunday morning, leaving one person in critical condition and causing widespread damage and power outages.

The victim was a 15-year-old boy whose roof collapsed on him, according to local reports. Officials said there were also injuries but did not give further details.

"We got a call about a collapsed building. Teams went to the spot and found a seriously injured child who did not show signs of life,” Zarko Rasic, the head of Zagreb's emergency unit told state-run HINA news agency.

Several buildings cracked, and walls and rooftops were damaged. Concrete slabs fell on cars and chimneys fell off the roofs. Streets in downtown Zagreb were littered with debris.

People ran out of their homes in panic, despite Croatia’s partial coronavirus lockdown.

One of the two spires of Zagreb's iconic cathedral collapsed. The cathedral was rebuilt after it was destroyed in the 1880 earthquake.

The European seismological agency, EMSC, said the quake struck at 6:23 a.m. local time. At least two other aftershocks were recorded later.

The epicenter was 7 kilometers north of Zagreb at the depth of 10 kilometers.

XS
SM
MD
LG