ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂລກພາກັນປະຕິບັດ ຊົ່ວໂມງແຫ່ງແຜ່ນດິນ


ຫໍຄອຍ Eiffel Tower ທີ່ກຸງປາຣີ ປາດສະຈາກແສງສີ ເປັນເວລານຶ່ງຊົ່ວໂມງ ຕອນ Earth Hour ໃນຄືນວັນທີ 27 ມີນາ 2011
ຫໍຄອຍ Eiffel Tower ທີ່ກຸງປາຣີ ປາດສະຈາກແສງສີ ເປັນເວລານຶ່ງຊົ່ວໂມງ ຕອນ Earth Hour ໃນຄືນວັນທີ 27 ມີນາ 2011

ຄື້ນຟອງ​ແຫ່ງ​ຄວາມ​ມື​ດ​ໄດ້ແຜ່​ໄປ​ທົ່ວ​ໂລກ​ໃນຄືນ​ວັນ​ເສົາ​ວານ​ນີ້ ໃນ​ຂະນະ​ທີ່ປະ​ເທດ​ຕ່າງໆ​ພາກັນປະຕິບັດ​ຊົ່ວ​ໂມງແຫ່ງແຜ່ນດິນ ຫລື Earth Hour ອັນ​ເປັນ​ສັນຍະລັກ​ຂອງ​ການ​ພະຍາຍາມ​ປົກ​ປັກ​ຮັກສາຜືນ​ແຜ່ນດິນ​ຂອງ​ໂລກ​ໄວ້ ໂດຍ​ພາກັນ​ມອດ​ໄຟເປັນ​ເວລາ​ນຶ່ງ​ຊົວ​ໂມງ.

ປະຊາຊົນ​ໃນ 134 ປະ​ເທດ​ໄດ້​ໃຫ້​ຄໍາ​ໝັ້ນ​ສັນຍາ​ເຂົ້າ​ປະກອບສ່ວນ​ໃນຊົ່ວ​ໂມງ​ດັ່ງກ່າວ ​ໃນ​ເວລາ 8:30 ​ໂມງ​ຕອນ​ແລງ​ໃນ​ແຕ່ລະ​ເຂດ​ເວລາ​ໃນ​ທ້ອງ​ຖິ່ນ​ຂອງ​ໃຜລາວ. ການ​ປຸກລະດົມ​ດັ່ງ​ກ່າວ​ມີ​ວັດຖຸ​ປະສົງ​ເພື່ອ​ປຸກ​ຈິດ​ໃຈ​ປະຊາຊົນ​ໃຫ້ຊ່ອຍ​ກັນ​ປົກ​ປ້ອງ​ສິ່ງ​ແວດ​ລ້ອມ​ໂດຍ​ການ​ປ່ຽນ​ແປງຄວາມ​ປະພຶດ​ຂອງ​ເຂົາ​ເຈົ້າ ​ໃຫ້​ຫັນ​ໄປ​ຊ່ວຍ​ກັນ​ອະນຸລັກ​ແຫ​ລ່ງຊັບພະຍາ
ກອນ​ເອົາ​ໄວ້.

ພວກ​ຫລັກ​ເມືອງ​ທີ່​ສໍາຄັນໆມີ​ຊື່​ສຽງ​ຂອງ​ປະ​ເທດ​ຕ່າງໆ ​ເຊ່ນ​ໂຮງ​ລະຄອນ​ໂອ​ເປຣາ ຫລື Opera House ທີ່​ນະຄອນ​ຊິດ​ນີປະ​ເທດ​ອອສ​ເຕຣ​ເລຍ, ຫໍຄອຍ Eiffel ທີ່​ກຸງ​ປາຣີ, ​ແລະຕຶກ Empire State Building ທີ່​ນະຄອນ​ນີວຢອກ​ ​ແມ່ນ​ໄດ້​ຕົກ​ຢູ່​ໃນ​ຄວາມ​ມືດ​ເປັນ​ເວລາ​ນຶ່ງ​ຊົ່ວ​ໂມງ​ໃນ​ຄືນ​ວານ​ນີ້. ພວກ​ສະຖານ​ທີ່​ສໍາຄັນອື່ນໆ​ອີກ ​ທີ່​ເຂົ້າ​ປະກອບ​ສ່ວນ​ນໍາ ກໍ​ມີ​ຮວມທັງ Christ the Redeemer statue ທີ່ປະ​ເທດ​ບຣາຊີ​ລ ຕຶກ​ແຝດ Petronas Towers ທີ່​ມາ​ເລ​ເຊຍ ​ແລະ​ສະໜາມ​ກີລາຮັງ​ນົກ ຫລື Bird’s Nest ທີ່​ກຸງ​ປັກ​ກິ​ງ ​ບ່ອນ​ທີ່​ຈີນ​ເປັນ​ເຈົ້າພາບ​ຈັດການ​ແຂ່ງຂັນ​ກີລາ​ໂອ​ລິ​ມປິກ​ລະດູ​ຮ້ອນ​ໃນ​ປີ 2008 ນັ້ນ.

ກອງ​ທຶນ​ອະນຸລັກ​ສັດປ່າ​ເປັນ​ຜູ້​ຈັດ​ແຈງໃຫ້​ມີ​ການ​ຮ່ວມ​ກັນ​ປະຕິບັດ ​ຊົ່ວ​ໂມງ​ແຫ່ງ​ແຜ່ນດິນ​ນີ້ ຊຶ່ງ​ມີ​ຂຶ້ນ​ທຸກໆ​ປີ ຊຶ່ງ​ຄັ້ງ​ທໍາ​ອິດ​ໄດ້​ມີ​ຂຶ້ນ​ທີ່​ນະຄອນ​ຊິດ​ນີ ​ປະ​ເທດ​ອອສ​ເຕຣ​ເລຍ ໃນ​ປີ 2007​.

XS
SM
MD
LG