ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ໂລກມະນຸດ ກໍາລັງປະສົບ ກັບຄວາມຮ້ອນເອົ້າ ເພີ້ມຂຶ້ນ


ສະພາບອາກາດຮ້ອນເອົ້າຂຶ້ນຂອງໂລກ ຊ່ວຍກໍ່ໃຫ້ເກີດໄພແຫ້ງແລ້ງ ຢູ່ໃນຫຼາຍໆເຂດຂອງໂລກ.
ສະພາບອາກາດຮ້ອນເອົ້າຂຶ້ນຂອງໂລກ ຊ່ວຍກໍ່ໃຫ້ເກີດໄພແຫ້ງແລ້ງ ຢູ່ໃນຫຼາຍໆເຂດຂອງໂລກ.
ການ​ສຶກສາ​ຄົ້ນ​ຄວ້າ​ໃໝ່ ຢູ່​ໃນວາລະສານ​ວິທະຍາສາດ​ ກ່າວ​ວ່າ ​
ໂລກ​ມະນຸດໄດ້​ກາຍ​ມາ​ເປັນ​ບ່ອນ​ຮ້ອນ​ເອົ້າ​ທີ່​ສຸດ​ແບບ​ທີ່​ບໍ່​ເຄີຍ​ມີ​
ມາ​ກ່ອນ​ ໃນຮອບ 11,000 ປີ ທີ່ຜ່ານ​ມາ.

ບັນດາ​ນັກ​ຄົ້ນ​ຄ​ວ້າ ​ໄດ້​ໃຊ້​ຊາກ​ພືດ ​ແລະ​ສັດ ສະ​ໄໝ​ດຶກ​ດຳ​ບັນ ​
ແລະ​ຊິ້ນສ່ວນ​ຂໍ້ມູນອື່ນໆຈາກ​ທົ່ວ​ໂລກເພື່ອ​ກໍ່​ຕັ້ງ​ຄືນ​ໃໝ່​ອຸນຫະ​
ພູມ​ຂອງໂລກນັບ​ຕັ້ງ​ແຕ່​ການ​ສິ້ນ​ສຸດລົງຂອງ​ຍຸກ​ສະ​ໄໝນໍ້າກ້ອນ
ເທື່ອ​ຫຼັງສຸດ.

​ເຂົາ​ເຈົ້າ​ໄດ້​ລົງ​ຄວາມ​ເຫັນ​ວ່າ ​ໂລກ​ມະນຸດ ​ໄດ້​ເຢັນ​ລົງຫຼາຍ​ສົມ
ຄວນ​ກ່ອນທີ່ອຸນຫະ​ພູມ ​ໄດ້ກະ​ໂດດ​ຂື້ນຢູ່​ໃນ​ໂລກ ຫລັງ​ຈາກ​ປີ
1910. ​ແລະ​ເຂົາ​ເຈົ້າ​ກ່າວ​ວ່າ ​ໃນ​ທົດ​ສະ​ວັດທີ່​ຜ່ານ​ມາ​ ​ໂລກ​ມະ
ນຸດ​ເຮົາແມ່ນ​ຮ້ອນເອົ້າທີ່​ສຸດ ​ເປັນ​ປະຫວັດ​ການ.

ນັກວິທະຍາສາດ​ບາງ​ຄົນ​ກ່າວ​ວ່າ ກິດຈະການ​ຂອງ​ມະນຸດ ​ແລະ​ມົນ​ລະ​ພິດຈາກລົດ ​ແລະ​ໂຮງງານ​ອຸດສາ​ຫະກໍາຕ່າງໆເປັນ​ສິ່ງ​ທີ່​ເຮັດ​ໃຫ້​ໂລກ ເກີດ​ມີ​ຄວາມ​ຮ້ອນ​ເອົ້າ​ຂື້ນ. ​ແຕ່ອີກ​ຈໍານວນ​ນຶ່ງ ຊໍ້າ ພັດກ່າວ​ວ່າ ພະລັງ​ຂອງ​ທໍາ​ມະ​ຊາດ ເຮັດ​ໃຫ້​ເກີດ​ມີ​ຄວາມ​ຮ້ອນ​ເອົ້າຢູ່​ໃນ​ໂລກ.​
XS
SM
MD
LG