ທຸກໆປີໃນວັນແຫ່ງໜ່ວຍໂລກ ວັນທີ 22 ເມສາ - ຜູ້ຄົນມາເຕົ້າໂຮມກັນ ເພື່ອ ປູກຈິດສໍານຶກກ່ຽວກັບບັນຫາສິ່ງ ແວດລ້ອມ. ແລະໃນປີນີ້ເຂົາເຈົ້າຈະເພັ່ງເລັງໃສ່ ການເລັ່ງການຫັນເປັນເສດຖະກິດຂຽວທີ່ອຸດົມຮັ່ງມີໃຫ້ໄວຂຶ້ນ.
ໃນໂອກາດດັ່ງກ່າວທີ່ເອີ້ນອີກຢ່າງນຶ່ງວ່າ ວັນເຈົ້າແມ່ໜ່ວຍໂລກສາກົນນີ້ມີປະຊາ ຊົນປະມານ 1 ຕື້ ຄົນໃນ 190 ປະເທດເຂົ້າຮ່ວມກິດຈະກຳທີ່ມັກຈະມີການປູກຕົ້ນໄມ້, ເອົາຂີ້ເຫຍື້ອອອກຈາກໜ້າດິນ ແລະແຄມນ້ຳ ແລະໃຫ້ຄວາມຮູ້ກ່ຽວກັບສິ່ງແວດລ້ອມ.
ໃນຂະນະທີ່ການຫຼຸດຜ່ອນການປ່ຽນແປງດິນຟ້າອາກາດ ຍັງຄົງເປັນວຽກງານ ແຖວຫນ້າຂອງວາລະດ້ານສິ່ງແວດລ້ອມໂລກຢູ່ ວັນແຫ່ງໜ່ວຍໂລກ ປີນີ້ ເນັ້ນໃສ່ດ້ານທຸລະກິດຂອງເປົ້າຫມາຍນັ້ນ ຊຶ່ງກໍຄື ການລົງທຶນໃສ່ໜ່ວຍໂລກ ຂອງພວກເຮົາ.
ມີຫລາຍທຸລະກິດເພີ້ມຂຶ້ນ ທີ່ຕ້ອງໄດ້ຖືກດຶງເຂົ້າໄປຮ່ວມດຳເນີນຄວາມພະຍາ ຍາມນີ້ ເພື່ອປົກປ້ອງໜ່ວຍໂລກ ໂດຍສະເພາະແມ່ນການຕໍ່ສູ້ກັບການປ່ຽນ ແປງຂອງດິນຟ້າອາກາດ, ອີງຕາມອົງການບໍ່ຫວັງຜົນກໍາໄລ Earthday.org ທີ່ນະຄອນຫລວງວໍຊິງຕັນ.
ອີງຕາມເວັບໄຊທ໌ຂອງ Earthday.org, "ບໍລິສັດທີ່ສະຫລາດກໍາລັງຄົ້ນພົບວ່າ ພວກເຂົາເຈົ້າບໍ່ມີທາງເລືອກອີກແລ້ວ ລະຫວ່າງການກ້າວໄປສູ່ສີຂຽວ ແລະການ ເຕີບໂຕຂອງກໍາໄລໃນໄລຍະຍາວ -ຊຶ່ງຄວາມຍືນຍົງແມ່ນເສັ້ນທາງນຳ ໄປສູ່ ຄວາມຈະເລີນຮຸ່ງເຮືອງ."
ທ່ານນາງແຄັດທລິນ ໂຣເຈີຣສ໌ (Kathleen Rogers), ປະທານຂອງອົງການ Earthday.org ກ່າວຕໍ່ວີໂອເອໃນການໃຫ້ສໍາພາດວ່າ "ຖ້າທ່ານຢາແກ້ໄຂບັນຫາການປ່ຽນແປງຂອງດິນຟ້າອາກາດ, ໃຫ້ເຮັດໄປຕາມເງິນ, ເພາະວ່າເງິນແມ່ນ ເຄື່ອນຍ້າຍເຂົ້າໄປຢ່າງຖ້ວມລົ້ນ ຫາການແກ້ໄຂບັນຫາທາງດ້ານເທັກໂນໂລຈີ, ການຄົ້ນຄວ້າ ແລະການພັດທະນາ, ເຊິ່ງທັງຫມົດນີ້ລ້ວນແຕ່ແມ່ນສີຂຽວ."
ບໍລິສັດນໍ້າມັນ ແລະອາຍແກັສທີ່ເພິ່ງພາອາໄສນໍ້າມັນເຊື້ອໄຟທີ່ມາຈາກຊາກພືດແລະສັດກໍາລັງຮູ້ສຶກເຖິງຄວາມກົດດັນທີ່ວ່ານີ້.
ບໍລິສັດມດທີ່ບໍ່ໄດ້ຫັນໄປຫາທາງສີຂຽວແມ່ນປະເຊີນກັບ "ຄວາມສ່ຽງອັນໃຫຍ່ ຫຼວງ," ນັ້ນຄືຄຳເຕືອນຂອງທ່ານນາງ ໂຣເຈສ໌ (Rogers) ເພາະວ່າ ການຮຽກຮ້ອງ ໃຫ້ຫລຸດຜ່ອນເຊື້ອໄຟຟອດຊິລ ແມ່ນສືບຕໍ່ຂະຫຍາຍຕົວຂຶ້ນ.