ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ຊາວໂລກ ປະກອບ ກິດຈະກໍາ ປົກປ້ອງ ສິ່ງແວດລ້ອມ ໃນວັນໂລກ ວັນຈັນມື້ນີ້ (ສະໄລດ໌/ວີດິໂອ)


Earth Day 2013: The Face of Climate Change
please wait

No media source currently available

0:00 0:02:57 0:00
ລິງໂດຍກົງ

ເບິ່ງວີດິໂອກ່ຽວກັບ ການປຸກລະດົມເພື່ອປົກປັກຮັກສາ ສິ່ງແວດລ້ອມ ໃນວັນອະນຸລັກໂລກ, ທີ 22 ເມສາ.

ບັນດາ​ຜູ້​ອະນຸລັກສິ່ງ​ແວດ​ລ້ອມ​ໃນທົ່ວ​ໂລກ ພາກັນ​ສະຫລອງ​
Earth Day ວັນໂລກ​ ຫລື​ວັນ​ອະນຸລັກ​ໂລກ ​ໃນ​ວັນ​ຈັນ​ມື້​ນີ້ ​
ໂດຍ​ການຈັດ​ພິທີ​ແລະ​ງານ​ຕ່າງໆ​ຂຶ້ນ ທີ່​ເນ້ນ​ໜັກ​ກ່ຽວ​ກັບ​ຜົນ
ກະທົບຈາກ​ການປ່ຽນ​ແປງ ຂອງ​ດິນ​ຟ້າ​ອາກາດ ​ແລະ​ຊ່ອງ​
ທາງປົກ​ປ້ອງ​ສິ່ງ​ແວດ​ລ້ອມ.

​ຫລັງ​ຈາກທີ່​ໄດ້​ຈັດ​ຕັ້ງ​ຂື້ນ​ມາ​ໃນ​ປີ 1970 ໃນເວລາທີ່ ຂະ​ບວນ
ການ​ ອະນຸລັກສິ່ງ​ແວດ​ລ້ອມ ທີ່​ຈັດ​ຕັ້ງ​ຂຶ້ນ​ມາ​ໃໝ່ໆ​ ​ໄດ້​ປະສົບ
​ກັບ​ລາ​ຄາ​ນໍ້າມັນ​ແພງ ​ແລະ​ອາກາດເປື້ອນ​ເປິະນັ້ນ ວັນ​ໂລກ​ກໍ
ໄດ້​ກາຍ​ມາ​ເປັນ​ ມື້​ທີ່​ເນັ້ນ​ໜັກ​ໃສ່ ວິທີການ​ປະຕິບັດທີ່ດີ​ຂື້ນ ​
ເພື່ອ​ຮັກສາ​ສຸຂະພາບຂອງ ທໍາ​ມະ​ຊາດຂອງໂລກ ​ແລະ​ຫລຸດ
ຜ່ອນ​ຜົນ​ສະທ້ອນ ທີ່​ມາ​ຈາກມະນຸດ.

ໜ້າ​ແວັບ​ໄຊ້ທາງ​ການ​ຂອງ ວັນໂລກ​ ກ່າວ​ວ່າ ວັນ​ດັ່ງ​ກ່າວ​ໄດ້​ຈັດ​ຕັ້ງ​ຂື້ນ​ໃນ​ປີ 1970 ​ໂດຍຜູ້​ແທນ​ສະພາ​ສູງ ສະຫະລັດ ທ່ານ Gaylord Nelson ຫລັງ​ຈາກ​ທ່ານ​ໄດ້ເຫັນຄວາມ​ເສຍ​
ຫາຍ​ຮ້າຍ​ແຮງທີ່​ເກີດ​ຈາກ ນໍ້າມັນ​ຮົ່ວ​ໄຫລ​ ໃນ​ປີ 1969 ທີ່​ເມືອງ Santa Barbara ລັດ California. ບັນດາ​ຜູ້​ປະ​ທ້ວງ ສົງຄາ​ມຫວຽດນາມ ​ກໍໄດ້​ພາກັນ​ສວຍ​ໂອ​ກາດ ເອົາວັນ​ນີ້​ ທໍາ​ການ​ປະ​ທ້ວງ ເພື່ອ​ຊຸກ​ຍູ້ສົ່ງ​ເສີມ​ຈຸດປະສົງຂອງ​ເຂົາ​ເຈົ້າ.

​ເຫດການຕ່າງໆ​ທີ່ເປັນ​ຂີດ​ໝາຍ ວັນ​ໂລກ​ ແມ່ນ​ຈັດ​ຂຶ້ນ​ໃນ​ລະດັບ​ທ້ອງ​ຖິ່ນ ​ແລະ​ໃນ​ຫລາຍໆ​ກໍລະນີ ກໍ​ແມ່ນ​ພົວພັນ​ກັບ​ການພະ​ຍາ​ຍາມທໍາ​ຄວາມ​ສະ​ອາດ​ ອະນາ​ໄມຕາມ​ເຂດ​ຄຸ້ມ​ຊຸມ​ຊົນ ຕາມ​ແຄມ​ຫາດ​ຊາຍ ຫ້ວຍໜອງ​ຄອງ​ບື​ງ ຫລື​ຢູ່​ຕາມ​ເຂດ​ປ່າທໍາ​ມະ​ຊາດ​ຕ່າ​ງໆ.

ຢູ່​ເຂດ​ນະຄອນຫລວງ Washington ນີ້ ບັນດາ​ຊາວ​ເມືອງ​ພາກັນປະ ກອບ​ສ່ວນ ໃນຄວາມ​ພະຍາຍາມທໍາ​ຄວາມ​ສະອາດ ​ເກັບຂີ້​ເຫ​ຍື່ອ ຢູ່​ອ້ອມ​ແອ້ມແມ່​ນໍ້າ Anacostia ຊຶ່ງ​ເປັນ​ເຂດ​ເປື້ອນ​ເປີ້​ທີ່​ຮ້າຍ​ແຮງ. ​ແລະຢູ່່ເດີ່ນສະໜາມ​ຫລວງ​ແຫ່ງ​ຊາດ​ໃນ​ໃຈ​ກາງ​ວໍ​ຊິງ​ຕັນ ບັນດານັກ ຮຽນໄດ້ພາກັນ​ແຂ່ງ​ຂັນ ​ໃນການປະ​ກວດ ​ໂຄງການ​ປັບ​ປຸງ​ຮັກສາ​ສິ່ງ​ແວດ​ລ້ອມ.

ຢູ່ທີ່​ເມືອງ Veracruz ​ປະ​ເທດ Mexico ພວກ​ອາສາ​ສະມັກ​ພາກັນ ອະນາ​ໄມ ຫາດ​ຊາຍ ​ແລະ​ຈັດ​ຕັ້ງ​ໂຄງການ​ປຸກ​ລະດົມ​ປູກປ່າ​ໄມ້ຄືນ.

ທີ່​ເມືອງ Jalandhar ​ປະ​ເທດ​ອິນ​ເດຍ ອົງການ​ທ້ອງ​ຖິ່ນອົງການ​ນຶ່ງ​ໄດ້​ແຈກ​ຢາຍ ​ເບ້ຍ​ຕົ້ນ​ໄມ້ ຟຣີ ​ໃຫ້​ນັກຮຽນ​ພາກັນນໍາ​ໄປ​ປູກ.

​ແລະ​ທີ່​ກຸງ​ໂຊ​ລ ​ເກົາຫລີ​ໃຕ້ ປະ​ເທດ​ຂອງ​ ທ່ານ Psy ນັກ​ເຕັ້ນ​ ຈັງ​ວະມ້າ​ເຕ້ນ ຫລື Gangnam Style ທີ່ກໍາລັງ​ດັງ​ຢູ່​ທົ່ວ​ໂລກ ບັນດາ​ຜູ້​ສະໜັບສະໜຸນ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ໄດ້​ຈັດ​ງານ​ເຕັ້ນ ທີ່​ມີ​ຜູ້​ເຂົ້າ​ຮ່ວມ “​ເຕັ້ນ​ເປັນ​ໝູ່” ໄປ​ຕາມ​ຈັງ​ວະ​ Gangnam Style ​ໃນທີ່​ດັດ​ແປງ​ໃໝ່ ​ເອີ້ນ​ວ່າ “Eco-style” ຫລື “ຮັກສາທໍາ​ມະ​ຊາດ”


XS
SM
MD
LG