ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ການ​ປ່ອນ​ບັດ ກ່ອນ​ກຳ​ນົດ ເພື່ອ​ເລືອກ​ເອົາ ຜູ້​ສະ​ໝັກ​ຈາກ​ພັກ ​ເດ​ໂມ​ແຄ​ຣັດ ເລີ້ມ​ຂຶ້ນ​ແລ້ວ ໃນ​ລັດ ​ເນ​ວາ​ດາ


ພວກ​ຄົນ​ພາ​ກັນ ເຂົ້າ​ໃນ​ລະ​ບົບ​ເຄື່ອງ​ແທບ​ເບ​ລັດ ແລະ​ຄອບ​ພິວ​ເຕີ້ ​ຢູ່​ສະ​ຖານ​ທີ່​ປ່ອນ​ບັດ​ເລືອກ​ຕັ້ງ ທີ່​ສູນ​ການ​ຄ້າ Chinatown Plaza, ວັນ​ທີ 15 ກຸມ​ພາ 2020, ໃນນະ​ຄອນ ລາ​ສ ເວ​ກັ​ສ ລັດ​ເນ​ວາ​ດາ.
ພວກ​ຄົນ​ພາ​ກັນ ເຂົ້າ​ໃນ​ລະ​ບົບ​ເຄື່ອງ​ແທບ​ເບ​ລັດ ແລະ​ຄອບ​ພິວ​ເຕີ້ ​ຢູ່​ສະ​ຖານ​ທີ່​ປ່ອນ​ບັດ​ເລືອກ​ຕັ້ງ ທີ່​ສູນ​ການ​ຄ້າ Chinatown Plaza, ວັນ​ທີ 15 ກຸມ​ພາ 2020, ໃນນະ​ຄອນ ລາ​ສ ເວ​ກັ​ສ ລັດ​ເນ​ວາ​ດາ.

ພວກ​ມີ​ສິດ​ເລືອກ​ຕັ້ງ ໃນ​ລັດ​ເນ​ວາ​ດາ ທາງ​ພາກ​ຕ​າ​ເວັນ​ຕົກ​ຂອງ​ສະ​ຫະ​ລັດ ກຳ​ລັງ​ພາ​ກັນ​ປ່ອນ​ບັດ​ກ່ອນ​ກຳ​ນົດ ໃນ​ການ​ແຂ່ງ​ຂັນ​ເພື່ອຖືກ​ເລືອກຕົວ​ແທນ​ຂອງ​ພັກເດ​ໂມ​ແຄ​ຣັດ ຂັ້ນ​ຕໍ່​ໄປ ອັນ​ເປັນ​ຄັ້ງ​ທີ​ສາມ​ໃນ​ການ​ຄັດ​ເລືອກຫຼາຍ​ຮອບ​ຂອງ​ພັກ​ໃນ​ແຕ່​ລະ​ລັດ ແລະ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ ເພື່ອ​ເລືອກ​ເອົາ​ຜູ້​ສະ​ໝັກ ທີ່​ຈະ​ໄປ​ແຂ່ງ​ກັ​ບ ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ ໃນການ​ເລືອກ​ຕັ້ງ​ແຫ່ງ​ຊ​າດ ທີ່​ຈະມີ​ຂຶ້ນ​ໃນເດືອນ​ພະ​ຈິກຈະ​ມາ​ເຖິງນີ້.

ຄັ້ງ​ນີ້ເປັນ​ຄັ້ງ​ທຳ​ອິດ ທີ່​ການ​ປ່ອນ​ບັດແບບນີ້ ໄດ້​ອະ​ນຸ​ຍາດ​ໃຫ້ມີ​ການ​ລົງ​ຄະ​ແນນ​ສຽງ​ກ່ອນ​ກຳ​ນົດ​ຢູ່​ໃນ​ລັດ​ເນ​ວາ​ດາ ແລະ ຄວາມ​ນິ​ຍົມສູງ​ຂອງ​ມັນ​ນັ້ນ ໄດ້ກໍ່ໃຫ້ເກີດມີ​ແຖວ​ຍາວ​ຢຽດ ​ໃນ​ວັນ​ທຳ​ອິດ​ຂອງ​ການ​ລົງ​ຄະ​ແນນ​ສຽງ​ໃນ​ວັນ​ອາ​ທິດ​ວານນີ້ ໂດຍ​ພວກ​ຄົນ​ບາງ​ສ່ວນ ໄດ້ລໍຖ້າຮອດ 90 ນາ​ທີ​ເພື່ອ​ທີ່​ພວກ​ເຂົາ​ເຈົ້າ ຈະ​ໄດ້​ເລືອກ​ເອົາ​ຜູ້​ສະ​ໝັກ ພາຍ​ໃນ​ກຸ່ມ​ຂອງ​ຜູ້​ສະ​ໝັກ​ຈາກ​ພັກ​ເດ​ໂມ​ແຄ​ຣັດ​ທີ່​ໜາ​ແໜ້ນ.

ກ​ານປ່ອນ​ບັດ​ກ່ອນ​ກຳ​ນົດ​ ຈະ​ດຳ​ເນີນ​ໄປ​ຈົນ​ຮອດ​ວັນ​ອັງ​ຄານ ໂດຍ​ການ​ລົງ​ຄະ​ແນນ​ສຽງ​ສ່ວນ​ໃຫຍ່ ແມ່ນ​ຈະ​ເກີດ​ຂຶ້ນ​ຢູ່​ທີ່​ການ​ຊຸມ​ນຸມ​ຂອງ​ພັກ ທີ່​ຈະ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ເສົາ​ຈະ​ມາ​ເຖິງນີ້ ຢູ່​ທົ່ວ​ລັດ​ນີ້.

ລັດ​ເນ​ວາ​ດາ ເປັນ​ແຫ່ງ​ທຳ​ອິດບ່ອນ​ທີ່​ບັນ​ດາ​ຜູ້​ລົງ​ແຂ່ງ​ຂັນ​ຈ​າກ​ພັກ​ເດ​ໂມ​ແຄ​ຣັດ ກຳ​ລັງ​ປະ​ເຊີນ​ກັບຜູ້​ມີ​ສິດ​ເລືອກ​ຕັ້ງ​ທີ່​ມີຫຼາກຫຼາຍ​ຊົນ​ຊາດ. ​ພວກ​ມີ​ສິດ​ປ່ອນ​ບັດ ຜູ້​ທີ່​ເວົ້າ​ພາ​ສາ ​ສ​ເປນ ແລະ ຊາວ​ອາ​ເມ​ຣິ​ກັນ​ຜິວ​ດຳ ລວມ​ເຂົ້າ​ກັນ​ແລ້ວ ເປັນ​ພາກ​ສວນ​ໃຫຍ່​ຂອງປະ​ຊາ​ກອນ​ໃນລັດ​ເນ​ວາ​ດາ ບໍ່​ຄື​ກັນ​ກັບ ລັດ​ໄອ​ໂອ​ວາ ແລະ ນິວ​ແຮມ​ເຊີ ທີ່​ມີ​ພວກ​ຄົນ​ຜິວ​ຂາວ​ອາ​ໄສ​ຢູ່​ເປັນ​ສ່ວນ​ໃຫຍ່ ບ່ອນ​ທີ່ການ​ປ່ອນ​ບັດ​ໄດ້​ເລີ້ມ​ຂຶ້ນ​ແຫ່ງ​ທຳ​ອິດ ເມື່ອ​ສອງ​ສັບ​ປະ​ດາ​ຜ່ານ​ມານີ້.

ຜົນ​ການ​ລົງ​ຄະ​ແນນ​ສຽງ​ໃນ​ເບື້ອງ​ຕົ້ນ ໄດ້ສະ​ແດງ​ໃຫ້​ເຫັນ​ວ່າ ສະ​ມາ​ຊິກ​ສະ​ພາ​ສູງ​ຈາກ​ລັດ ​ເວີ​ມອນຕ໌ ທ່ານ​ເບີ​ນີ ແຊນ​ເດີ​ສ໌ ຜູ້​ທີ່​ໄດ້​ປະ​ກາດ​ຕົນ​ເອງວ່າ ເປັນ​ນັກ​ສັງ​ຄົມ​ນິ​ຍົມ ນິ​ຍົມ​ປະ​ຊາ​ທິ​ປະ​ໄຕ ຜູ້​ທີ່​ໄດ້​ຮັບ​ຄະ​ແນນ​ສຽງ​ນິ​ຍົມຫຼາຍກວ່າ​ໝູ່​ໃນ​ທັງ​ສອງ​ລັດ​ດັ່ງ​ກ່າວ ຊຶ່ງ​ອາດ​ເປັນ​ໄປ​ໄດ້​ວ່າ ຈະ​ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ລັດ​ເນ​ວາ​ດາ ອັນ​ເປັນ​ຖິ່ນ​ຖານ​ແຫ່ງ​ການ​ພະ​ນັນທີ່​ໃຫຍ່​ທີ່​ສຸດຂອງ​ປະ​ເທດ ກໍຄື​ນະ​ຄອນ ລາ​ສ ເວ​ກັ​ສ.

​ທ່ານ​ແຊນ​ເດີ​ສ໌ ໄດ້​ຮັບ​ຈຳ​ນວນ​ຄະ​ແນນ​ສຽງ​ໄວ້​ແລ້ວຢ່າງຫຼວງຫຼາຍ ພ້ອມ​ກັບອະ​ດີດຜູ້​ປົກຄອງລັດ​ ອິນ​ເດຍ​ນາ ຈາກເມືອງ​ ເຊົ້າ​ເບັນ ທ່ານພິດ ບູ​ຕີ​ເຈ​ຈ ໃນ​ທັງ​ສອງ​ລັດ​ທີ່​ໄດ້​ປ່ອນ​ບັດ​ກ່ອນ​ໝູ່ ແຕ່​ການ​ສຳ​ຫຼວດ​ທາງ​ດ້ານ​ການ​ເມືອງ ສະ​ແດງ​ໃຫ້​ເຫັນ​ວ່າ ອະ​ດີດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ທ່ານ​ໂຈ ໄບ​ເດັນ ອາດ​ຈະ​ເປັນ​ຂູ່​ແຂ່ງ​ສຳ​ຄັນ​ໃນ​ລັດ​ເນ​ວາ​ດາ. ທ່ານ​ໄບ​ເດັນ ໃນ​ຄັ້ງ​ນຶ່ງ ເຄີຍ​ເປັນ​ຜູ້​ທີ່​ໄດ້​ຮັບ​ຄວ​າ​ມ​ນິ​ຍົມ​ສູງ ໃນ​ການ​ເລືອກ​ຕັ້ງ​ແຫ່ງ​ຊາດ ທີ່​ຈະ​ສູ້​ກັບ​ທ່ານ​ທ​ຣຳ ໄດ້, ແມ່ນ​ກຳ​ລັງ​ຫາ​ທາງ​ທີ່​ຈະ​ດຶງ​ເອົາ​ຄວາມ​ນິ​ຍົມ​ດ້ານ​ການ​ເມືອງ​ນັ້ນ​ກັບ​ຄືນ​ມາ ຫຼັງ​ຈາກ​ທີ່​ໄດ້​ຕິດ​ອັນ​ດັບ​ທີ​ສີ່ ໃນ​ລັດ​ໄອ​ໂອ​ວາ ແລະ​ອັນ​ດັບ​ທີຫ້າ ໃນ​ລັດ​ນິວ​ແຮມ​ເຊີ.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG