BJP ຂອງອິນເດຍ ຈະໄດ້ເປັນນາຍົກລັດຖະມົນຕີຄົນຕໍ່ໄປຂອງປະ
ເທດ ຫຼັງຈາກຜົນການເລືອກຕັ້ງຂັ້ນຕົ້ນ ສະແດງໃຫ້ເຫັນວ່າ ພັກດັ່ງ
ກ່າວ ພວມຈະໄດ້ຮັບຄະແນນສຽງຢ່າງຖ້ວມລົ້ນ.
ພັກຄອງແກຣັສ ຊຶ່ງເປັນພັກລັດຖະບານທີ່ປົກຄອງປະເທດມາໄດ້
10 ປີແລ້ວນັ້ນ ໄດ້ຍອມຮັບໃນວັນສຸກມື້ນີ້ິ້ວ່າ ຕົນໄດ້ເສຍໄຊ. ພັກ
ຄອງແກຣັສ ໄດ້ປະເຊີນກັບຂ່າວນອງນັນ ກ່ຽວກັບການສໍ້ລາດບັງ
ຫລວງທີ່ໃຫຍ່ໆເປັນລຳດັບມາ ພ້ອມກັບໄພເງິນເຟີ້ຢ່າງຮ້າຍແຮງ ແລະເສດຖະກິດບໍ່ເຕີບໂຕ.
ການເລືອກຕັ້ງເປັນເວລາ 5 ອາທິດຂອງອິນເດຍ ໄດ້ມ້ວນທ້າຍລົງ ໃນມື້ວັນຈັນຜ່ານມານີ້ ໂດຍທີ່ການຢັ່ງຫາງສຽງປະຊາຊົນໄປປ່ອນ
ບັດສະແດງໃຫ້ເຫັນວ່າພັກ BJP ແມ່ນເປັນທີ່ນິຍົມຂອງຜູ້ໄປປ່ອນ
ບັດ. ສື່ມວນຊົນຂອງອິນເດຍ ຄາດຄະເນວ່າ ພັກຝ່າຍຄ້ານ ຈະໄດ້
ຮັບບ່ອນນັ່ງຫຼາຍທີ່ສຸດໃນຮອບ 30 ປີຊຶ່ງຈະອຳນວຍພັກ BJP ສາ ມາດສ້າງຕັ້ງລັດຖະບານ ໂດຍບໍ່ຕ້ອງຕັ້ງລັດຖະບານປະສົມ ຮ່ວມ
ກັບພວກຜູ້ນຳໃນຂົງເຂດຕ່າງໆ.
ໃນຂະນະທີ່ຜົນການນັບບັດຄະແນນສຽງພວມຫຼັ່ງໄຫຼເຂົ້າມາຢູ່ນັ້ນ
ທ່ານ Modi ນາຍົກລັດຖະມົນຕີຄົນຕໍ່ໄປຂອງອິນເດຍໄດ້ສົ່ງຂ່າວຜ່ານທາງ tweeter ວ່າ ອິນ ເດຍເປັນຜູ້ໄດ້ຮັບໄຊຊະນະ.
ຄະນະກຳມາທິການເລືອກຕັ້ງຂອງອິນເດຍກ່າວວ່າ ມີຜູ້ໄປປ່ອນບັດຫຼາຍເປັນປະຫວັດການ ຄື 66 ເປີເຊັນຂອງພວກທີ່ຈົດທະບຽນທັງໝົດ 815 ລ້ານຄົນ ໄດ້ພາກັນໄປໃຊ້ສິດໃຊ້ສຽງໃນການ ເລືອກຕັ້ງແຫ່ງຊາດ ທີ່ເລີ້ມຂຶ້ນໃນ ເດືອນແລ້ວນີ້.