ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການກວດ CT scan ແຕ່ຫົວທີ ສາມາດຫລຸດຜ່ອນ ອັດຕາການຕາຍໄດ້ (ເບິ່ງວີດີໂອລາວ/ອັງກິດ)


Dr. Steven Birnbaum ກໍາລັງທໍາການສ່ອງໄຟຟ້າ ໂດຍການໃຊ້ເຄື່ອງສ່ອງ​ອ້ອມ​ໂຕ ​ແລະ​ເບິ່ງ​ທາງ​ຄອມ​ພິວ​ເຕີ ຫລື CT scans ທີ່ສູນກາງການແພດປະຈໍາພາກໃຕ້ລັດນີວແຮມເຊີ.
Dr. Steven Birnbaum ກໍາລັງທໍາການສ່ອງໄຟຟ້າ ໂດຍການໃຊ້ເຄື່ອງສ່ອງ​ອ້ອມ​ໂຕ ​ແລະ​ເບິ່ງ​ທາງ​ຄອມ​ພິວ​ເຕີ ຫລື CT scans ທີ່ສູນກາງການແພດປະຈໍາພາກໃຕ້ລັດນີວແຮມເຊີ.

ການສຶກສາຄົ້ນຄວ້າຂອງສະຫະລັດບັ້ນນຶ່ງ ກ່ຽວ​ກັບ​ພວກຄົນທີ່ຍັງສູບຢາ ແລະເຄີຍສູບຢາ ມາກ່ອນ ໄດ້ສະແດງໃຫ້ເຫັນວ່າ ການກວດຫາໂຣກມະເຮັງໂດຍການ​ໃຊ້ເຄື່ອງສ່ອງ​ອ້ອມ​ໂຕ ​ແລະ​ເບິ່ງ​ທາງ​ຄອມ​ພິວ​ເຕີ ຫລືທີ່​ເອີ້ນ​ວ່າ CT scans ຕັ້ງແຕ່ຫົວທີນັ້ນ ຊ່ວຍຫລຸດຜ່ອນອັດ ຕາການຕາຍຍ້ອນໂຣກມະເຮັງປອດ ໄດ້ 20 ເປີເຊັນ. ການຄົ້ນພົບດັ່ງກ່າວ ແມ່ນສໍາຄັນ ຫລາຍ ເພາະວ່າ​ໂຣກມະເຮັງປອດເປັນພະຍາດທີ່ຮ້າຍແຮງ ຊຶ່ງກວດພົບຍາກ ແລະໃນທັນທີ ທີ່ມີ​ການກວດພົບ​ແລະ​ວິນິດ​​ໄສ​ໄດ້​ ມັນ​ກໍ​ຊ້າ​ໄປ​ແລ້ວແລະອັດຕາການຕາຍກໍແມ່ນສູງຫລາຍ. ວັນນະ​ສອນ​ມີ​ລາຍ​ລະອຽດ​ກ່ຽວ​ກັບ​ເລື່ອງ​ນີ້.

ນາງແອນເຈີລາ ທາວໂຣ (Angela Tauro) ໄດ້​ໄປ​ເຮັດ​ ຊີ​ທີ ສະ​ແກນ ຫລື ​ແຄັຕ ສະ​
ແກນ (CT Scan) ​ເພື່ອກວດ​ເບິ່ງ​ປອດ​ຂອງ​ນາງ ທີ່ໂຮງໝໍຂອງມະຫາວິທະຍາໄລ ເຢລ
(Yale) ​ແລະ​ຜົນ​ກໍ​ຄື ນາຍ​ແພດ​ໄດ້​ຜ່າຕັດ​ເອົາເນື້ອງອກທີ່ມີເຊື້ອມະເຮັງອອກຈາກປອດ
ເບື້ອງນຶ່ງຂອງນາງ. ນາງກ່າວວ່າ:

“ຂ້ອຍມີຊີວິດຢູ່ໄດ້ທຸກວັນນີ້ ກໍຍ້ອນຂ້ອຍ​ໄປກວດ ໂດຍການໃຊ້ CT scan ບໍ່ແມ່ນ
ການສ່ອງໄຟຟ້າແບບທໍາດາ ຫລື X-ray ນັ້ນ."

ແຕ່ປີ 2002 ຫາ 2004, ມີພວກສູບຢາຢູ່ໃນໄວກາງຄົນຫລາຍກວ່າ 53,000 ຄົນ ທີ່
ຕິດນິ​ໄສສູບຢາມື້ລະຊອງ ມາເປັນເວລາ 30 ປີ ຫລືດົນກວ່ານັ້ນ ໄດ້ເຂົ້າຮ່ວມໃນການ
ທົດລອງກວດປອດແຫ່ງຊາດ. ຜູ້ທີ່ເຄີຍສູບຢາມາກ່ອນ ແລະເຊົາແລ້ວ ກໍສາມາດເຂົ້າ
ຮ່ວມ​ໄດ້ເຊ່ນກັນ ຖ້າຫາກເຂົາເຈົ້າເຊົາສູບຢາມາໄດ້ບໍ່ເກີນ 15 ປີ.

ຄລິກບ່ອນນີ້ ເພື່ອເບິ່ງວີດີໂອ ພາສາລາວ

ກຸ່ມນຶ່ງໄດ້​ໄປກວດ​ໂດຍ​ໃຊ້​ວິທີ CT scan ປີນຶ່ງ 3 ເທື່ອ. ສ່ວນອີກກຸ່ມນຶ່ງ ແມ່ນສ່ອງ
ໄຟຟ້າ ຫລື X-rays ໜ້າເອິກແບບທໍາມະດາ.

ພວກນັກຄົ້ນຄວ້າພົບວ່າ ການສ່ອງໄຟຟ້າແບບທຳມະດາ ຫລື X-rays ນັ້ນ ບໍ່ສາມາດ
ພົບເຫັນຮ່ອງ​ຮອບທີ່​ບອກເຕືອນ​ແຕ່​ຫົວທີ ກ່ຽວກັບໂຣກມະເຮັງປອດ. ແຕ່ວ່າການສ່ອງ
ໄຟຟ້າໂດຍໃຊ້ຄອມພີວເຕີກວດ​ເບິ່ງ​ ທີ່ເອີ້ນກັນວ່າ ການກວດ CT scan ທີ່ໝູນອ້ອມ
​ໂຕນັ້ນ ຊ່ວຍໃຫ້ທ່ານໝໍໄດ້ເຫັນຮູບພາບທີ່ລະອຽດຫລາຍກວ່າ.

ການກວດ CT scan ທີ່ໝູນອ້ອມໂຕນັ້ນຊ່ວຍໃຫ້ ທ່ານໝໍໄດ້ເຫັນຮູບພາບທີ່ລະອຽດຫລາຍກວ່າ.
ການກວດ CT scan ທີ່ໝູນອ້ອມໂຕນັ້ນຊ່ວຍໃຫ້ ທ່ານໝໍໄດ້ເຫັນຮູບພາບທີ່ລະອຽດຫລາຍກວ່າ.

ດຣ. ຄຣິສຕິນ ເບີກ (Dr. Christine
Berg) ​ແຫ່ງສະຖາບັນ​ໂຣກມະເຮັງ
ແຫ່ງຊາດຂອງ​ສະຫະລັດ ຊຶ່ງເປັນຜູ້
ອໍານວຍການຄົນນຶ່ງຂອງ​ໂຄງການຄົ້ນ
​ຄ້ວາກວດກາຫາມະເຮັງປອດນີ້ ເວົ້າວ່າ:

"​ໃນ​ໄລຍະ​ເວລາກັ້ນໃຈ ພຽງ​ອຶດ​ໃຈ
ໃນລະຫວ່າງທີ່​ກວດນັ້ນ ​ເຮົາ​ກໍ​ສາ
ມາດຖ່າຍເອົາຮູບບາງໆ ທົ່ວໝົດ
ປອດ​ໄດ້​ ແລະສາມາດເຫັນສິ່ງຜິດປົກກະຕິທີ່ນ້ອຍໆນັ້ນ​ໄດ້."

ອັດຕາການມີຊີວິດຢູ່ລອດຍ້ອນເປັນໂຣກມະເຮັງປອດແມ່ນຕໍ່າ. ​ໃນໝູ່ຜູ້ຄົນທີ່ຖືກວິນິດ​ໄສວ່າ
​ເປັນພະຍາດນີ້ ບໍ່ຮອດ 15% ມີຊີວິດຍືນຕໍ່ໄປໄດ້ ບໍ່ເກີນ 5 ປີ. ແຕ່ ດຣ. ຄຣິສຕິນ ເບີກ
ເວົ້າວ່າ ການກວດຫາໂຣກມະເຮັງໂດຍໃຊ້ການສ່ອງ​ໄຟຟ້າ​ແບບ CT scans ​ໃນລະດັບລັງ
ສີຕໍ່າ ແມ່ນສາມາດປັບປຸງ​ໂອກາດ​ໄດ້ຢ່າງຫລວງຫລາຍ. ທ່ານນາງອະທິບາຍເພີ້ມເຕີມວ່າ:

ດຣ. ຄຣິສຕິນ ເບີກ ແຫ່ງສະຖາບັນໂຣກມະເຮັງແຫ່ງຊາດຂອງ ສະຫະລັດ
ດຣ. ຄຣິສຕິນ ເບີກ ແຫ່ງສະຖາບັນໂຣກມະເຮັງແຫ່ງຊາດຂອງ ສະຫະລັດ

"ຖ້າຫາກທ່ານຖືກວິນິດໄສວ່າ
​ເປັນ​ພະຍາດນີ້ໃນຂັ້ນ 1 ຊຶ່ງ
ດຽວນີ້ ພວກເຮົາສາມາດ
ກວດພົບໄດ້ໂດຍການໃຊ້
CT scan ທີ່ໝູນອ້ອມ​ໂຕ
​ໃນ​ລະດັບ​ລັງສີຕໍ່ານັ້ນ, ໂອ
ກາດການຢູ່ລອດຮອດຫ້າປີ
ຂອງທ່ານອາດມີ​ສູງເຖິງ 60%.
ມັນກໍຍັງບໍ່ຮອດ 100% ແຕ່
ວ່າພວກ​ເຮົາກໍາລັງທໍາຄວາມ ກ້າວໜ້າໃນດ້ານນີ້."

ຜົນຂອງການສຶກສາຄົ້ນຄວ້າສະແດງວ່າ ອັດຕາການຕາຍຍ້ອນມະເຮັງປອດ ​ໄດ້​ຫລຸດ​ລົງ
20% ໃນຈໍານວນພວກໄດ້ຮັບການກວດ ໂດຍໃຊ້ການສ່ອງໄຟຟ້າ CT scans ເມື່ອທຽບ
ໃສ່ພວກທີ່ໄດ້ຮັບການກວດ ໂດຍການສ່ອງໄຟຟ້າ ແບບທໍາມະດາ ຫລື X-rays ນັ້ນ.

ຍັງມີຈຸດອ່ອນໃນການກວດທີ່ໃຊ້ CT scan ນັ້ນ​ຢູ່. ມີຫລາຍກວ່າ 1 ສ່ວນ 5 ຂອງຜົນ
ການກວດ CT scan ທີ່ບອກວ່າ ເປັນມະໂຣກເຮັງ ທັ້ງໆ​ທີ່​ຜູ້​ກວດ​ບໍ່​ໄດ້​ເປັນ.

ຢູ່ໃນສະຫະລັດ ບໍລິສັດປະກັນໄພສຸຂະພາບມັກ​ຈະ​ບໍ່​ຈ່າຍ​ຄ່າກວດໂດຍໃຊ້ CT scan ນັ້ນ
​ເພາະ​ວ່າ​ມັນ​ແພງ​ຫລາຍ. ແຕ່ວ່າໂຮງໝໍບາງແຫ່ງ ໄດ້ເລີ້ມຫລຸດລາຄາຄ່າກວດ CT scan
ລົງແລ້ວ ເພື່ອຊຸກຍູ້ໃຫ້ພວກຄົນສູບຢາທັງຫລາຍ​ເຂົ້າ​ໄປ​ກວດ. ເຊ່ນນາງ ແລສລີ ກຣາຍຊິງ
(Leslie Greissing) ທີ່ເວົ້າວ່າລາວດີໃຈຫລາຍ ທີ່ລາວໄດ້​ໄປ​ເຮັດ CT scan. ນາງກ່າວ ວ່າ:

"ການກວດແບບນີ້ ມັນຈະບອກໃຫ້ເຮົາຮູ້ທຸກສິ່ງທຸກຢ່າງ ທີ່ອາດກໍາລັງກໍ່ຕົວຂຶ້ນ
ຊຶ່ງຖ້າບໍ່ດັ່ງນັ້ນແລ້ວ ກໍຈະບໍ່ອາດສາມາດກວດພົບ."

ຍ້ອນວ່າອຸປະກອນການກວດ CT scan ບໍ່ມີໄວ້ຮັບໃຊ້ຢ່າງກວ້າງ ຂວາງ ຢູ່ໃນຫລາຍຂົງ
ເຂດຂອງໂລກ ດຣ. ເບີກຈຶ່ງ​ແນະ​ນໍາວ່າ ວິທີ ທີ່ດີທີ່ສຸດເພື່ອປ້ອງກັນໂຣກມະເຮັງປອດ ທີ່
​ເຮັດ​ໄດ້ງ່າຍໆນັ້ນກໍຄືວ່າ ບໍ່ຕ້ອງສູບຢາ. ​ແຕ່ຖ້າຫາກວ່າທ່ານສູບຢາຢູ່ແລ້ວ ກໍໃຫ້ເຊົາສາ.

XS
SM
MD
LG