ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທີມ ຟີລາແດລເຟຍ ອີໂກລສ໌ ໄດ້ຊະນະ ຖ້ວຍລາງວັນ ຊຸບເປີ ໂບລ ຂອງ NFL

ທ້າວ Nate Gerry ຂອງທີມ ຟີລາແດລເຟຍ ອີໂກລສ໌ (Philadelphia Eagles) ສະເລີມສະຫຼອງຫຼັງຈາກ ຍາດໄດ້ ໄຊຊະນະຈາກ ທີມ ນິວ ເອັງແກລນ ໃນການແຂ່ງຂັນ ຊຸບເປີ້ ໂບລ ຄັ້ງທີ 52 ຂອງ NFL ໃນແລງວັນອາທິດ ທີ 4 ກຸມພາ 2018,ໃນເມືອງຫຼວງມີນີອາໂປລິສ໌.

ທີມ ຟີລາແດລເຟຍ ອີໂກລສ໌ (Philadelphia Eagles) ທີ່ເປັນທີມມ້າມືດ ຍາດໄດ້
ໄຊຊະນະ ທີມ ນິວ ເອັງແກລນດ໌ ເພທຣີອອສ໌ (New England Patriots) 41 ຕໍ່ 33
ຄະແນນ ຢູ່ໃນເມືອງຫລວງ ມີນີແອບໂປລິສ (Minneapolis) ຂອງລັດ ມີນິສໂຊຕາ
(Minnesota) ໄດ້ກາຍເປັນແຊ້ມປ້ຽນ ການແຂ່ງຂັນ ຊຸມເປີ້ ໂບລ (Super Bowl)
ປະຈຳປີ ຄັ້ງທີ 52 ຂອງສະຫະພັນຟຸດບອລແຫ່ງຊາດ ສະຫະລັດ ຫຼື NFL.

ທີມ ຟີລາແດລເຟຍ ອີໂກລສ໌ (Philadelphia Eagles) ກຳລັງຈະໄດ້ຮັບຖ້ວຍລາງວັນ ວິນສ໌ ລອມບາຣດີ (Vince Lombardi) ໃນຖານະທີມ ຊະນະເລີດ ການແຂ່ງຂັນ ຊຸບເປີ ໂບລ ຄັ້ງທີ 52 (Super Bowl LII) ຢູ່ໃນເມືອງຫຼວງ ມີນີແອບໂປລິສ ຂອງລັດ ມີນິສໂຊຕາ ພາບຖ່າຍໂດຍ Brian Allen/VOA

ໄຊຊະນະດັ່ງກ່າວ ໄດ້ເຮັດໃຫ້ທີມ ອີໂກລສ໌ ຫຼື ນົກອິນຊີ ທີ່ເປັນຕົວແທນຂອງ ພາກ
ສ່ວນ National Football Conference ຫຼື NFC ໄດ້ຮັບຖ້ວຍລາງວັນ ຊຸມເປີ້ ໂບລ
ເປັນຄັ້ງທຳອິດ ຂອງພວກເຂົາເຈົ້າ ຫຼັງຈາກທີ່ໄດ້ຜ່ານເຂົ້າຮອບຊິງຊະນະເລີດມາແລ້ວ
ສອງຄັ້ງກ່ອນໜ້ານີ້.

ຄົວເຕີແບັກ (quarterback) ທ້າວ ນິກ ໂຟລສ໌ (Nick Foles) ຂອງທີມອີໂກລສ໌ ໝາຍເລກ 9 ອຸ້ມລູກສາວ ຂອງລາວ ຊື່ວ່າ ລີລີ ເຈມສ໌ (Lily James) ຫຼັງຈາກເອົາຊະນະທີມ ນິວ ເອັງແກລນ ເພທຣີອອສ໌ (New England Patriots) ໃນການແຂ່ງຂັນ Super Bowl ຄັ້ງທີ 52 ຂອງ NFL, ແລງວັນອາທິດ ທີ 4 ມັງກອນ 2018, ໃນເມືອງຫຼວງມີນີອາບໂປລິສ.

ຄົວເຕີແບັກ (quarterback) ທ້າວ ນິກ ໂຟລສ໌ (Nick Foles) ຂອງທີມອີໂກລສ໌ ຜູ້ນຳທີມທີ່ເປັນໂຕສຳຮອງ ສຳລັບລະດູການນີ້ ຈົນກວ່າ ໂຕເກັງຄົວເຕີແບກ ທ້າວ
ຄາຣຊັນ ເວັ້ນ (Carson Wentz) ໄດ້ຮັບບາດເຈັບທີ່ຫົວເຂົ່າ ທີ່ເຮັດໃຫ້ລະດູການ
ຂອງລາວສິ້ນສຸດລົງ ໃນສັບປະດາທີ 14 ຈຶ່ງໄດ້ເຮັດໃຫ້ ທ້າວນິກ ໂຟລສ໌ ໄດ້ເຂົ້າມາ
ລິ້ນແທນຕະຫຼອດມາ ຈົນລາວໄດ້ຖືກສະເໜີຊື່ ໃຫ້ເປັນນັກກິລາ ທີ່ມີຄຸນຄ່າທີ່ສຸດ
ຂອງເກມ ຫຼື MVP ໂດຍແກວ່ງບານໃຫ້ນັກກິລາຂອງທີມຕົນ ເຂົ້າເສັ້ນໄຊທຳຄະແນນ
ໄດ້ເຖິງ 3 ຄັ້ງ ເອີ້ນວ່າ touchdown ແລະລວມໄລຍະໄກໄດ້ 341 ແມັດ ລວມທັງ
ການແກວ່ງໃຫ້ຜູ້ຮັບບານ ທ້າວ ແຊກຈ໌ ເອີຣສ໌ (Zach Ertz) ທຳຄະແນນໄດ້ ໃນຕອນ
ທ້າຍຂອງຊ່ວງທີສີ່ ທີ່ເຮັດໃຫ້ທີມອີໂກລສ໌ ນຳໜ້າຄູ່ຕໍ່ສູ້ໄປເລີຍ. ທ້າວໂຟລສ໌ ຍັງໄດ້
ຮັບບານທຳຄະແນນໄດ້ ດ້ວຍວິທີຫລອກຄູ່ຕໍ່ສູ້ ໃນຊ່ວງທີສອງ ໂດຍເຮັດໃຫ້ລາວ
ເປັນຄົວເຕີແບັກ ຄົນທຳອິດ ໃນປະຫວັດສາດຂອງ Super Bowl ທີ່ທັງໄດ້ແກວ່ງ
ບານ ແລະ ຮັບບານ ທຳຄະແນນໄດ້ ໃນໄລຍະການແຂ່ງຂັນ.

ທ້າວ ແຊກຈ໌ ເອີຣສ໌ (Zach Ertz) ຂອງທີມ ຟີລາແດລເຟຍ ອີໂກລສ໌ (Philadelphia Eagles) ພະຍາຍາມ ທີ່ຈະຮັບເອົາບານຫຼັງຈາກທີ່ທຳແຕ້ມໄດ້ ອັນເປັນການຕັດສິນເກມ ໃນການແຂ່ງຂັນ ຊຸບເປີ ໂບລ ຄັ້ງທີ 52, ພາບຖ່າຍໂດຍ (Brian Allen/VOA)

ທີມອີໂກລສ໌ ໄດ້ເສຍການແຂ່ງຂັນຊິງແຊ້ມ Super Bowl ໃນປີ 1981 ໃຫ້ແກ່ທີມ
Oakland Raiders ແລະ ໃນປີ 2005 ໃຫ້ແກ່ທີມ New England. ທີມສຸດທ້າຍ ຂອງຟີລາແດລເຟຍ ທີ່ໄດ້ເປັນແຊມປ້ຽນ ຂອງ NFL ແມ່ນໃນປີ 1960 7 ປີ ກ່ອນທີ່
ການແຂ່ງຂັນ Super Bowl ຄັ້ງທຳອິດ ຈະເລີ້ມຕົ້ນຂຶ້ນ.

ຄົວເຕີແບກ ທ້າວ ທອມ ເບຣດີ (Tom Brady) ຖອຍໄປຕັ້ງທ່າ ກຽມຈະແກວ່ງບານ ໃນຕັ້ງທີສາມ ຂອງການແຂ່ງຂັນຊິງແຊ້ມປ້ຽນ ຊຸບເປີ ໂບລ Super Bowl ຄັ້ງທີ 52 ພາບຖ່າຍໂດຍ (Brian Allen/VOA)
ຄົວເຕີແບກ ທ້າວ ທອມ ເບຣດີ (Tom Brady) ຖອຍໄປຕັ້ງທ່າ ກຽມຈະແກວ່ງບານ ໃນຕັ້ງທີສາມ ຂອງການແຂ່ງຂັນຊິງແຊ້ມປ້ຽນ ຊຸບເປີ ໂບລ Super Bowl ຄັ້ງທີ 52 ພາບຖ່າຍໂດຍ (Brian Allen/VOA)

ສ່ວນທີມເພທຣີອອສ໌ນຳພາໂດຍ ຫົວໜ້າໂຄຈຂອງທີມ ທ່ານບີລ ແບລີຊຈິກ (Bill
Belichick) ຜູ້ທີ່ຈະໄດ້ເຂົ້າຮ່ວມໃນຫໍກຽດຕິຍົດ ໃນອະນາຄົດ ແລະຄົວເຕີແບກ
ທ້າວ ທອມ ເບຣດີ (Tom Brady) ຜູ້ທີ່ຈະໄດ້ເຂົ້າຮ່ວມໃນຫໍກຽດຕິຍົດ ໃນອະນາຄົດ
ທີ່ພວມພະຍາຍາມແຂ່ງເອົາຖ້ວຍລາງວັນ ວິນສ໌ ລອມລາຣດີ (Vince Lombardi)
ຄັ້ງທີສອງ ລຽນຕິດ ແລະ ຈະເປັນເປັນແຊ້ມປ້ຽນຄັ້ງທີ 6 ລວມທັງໝົດ ຂອງທ້າວເບຣດີ
ໃນ 16 ລະດູການ ກັບທີມ ນິວ ເອັງແກລນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG