ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຂດ ອີ​ໂກ ພາ​ສ ຂອງ​ລັດ​ ເທັກ​ຊັ​ສ ສືບ​ຕໍ່​ມີ​ການຫຼັ່ງ​ໄຫຼ​ ຂອງ​ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ


ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ​ຈາກ ເວ​ເນ​ຊູ​ເອ​ລາ ກຳ​ລັງ​ຂ້າ​ມ​ຮົ້ວ​ໜາມ​ໝາກ​ຈັບ ຫຼັງ​ຈາກ​ເດີນ​ທາງ​ຂ້າມ​ແມ່​ນ້ຳ ຣີ​ໂອ ກ​ຣາ​ນ​ເດ ເຂົ້າ​ມາ​ ສະ​ຫະ​ລັດ ໃນ​ເຂດ ອີ​ໂກ ພາ​ສ໌, ລັດ ເທັກ​ຊັ​ສ, 26 ກັນ​ຍາ 2023.
ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ​ຈາກ ເວ​ເນ​ຊູ​ເອ​ລາ ກຳ​ລັງ​ຂ້າ​ມ​ຮົ້ວ​ໜາມ​ໝາກ​ຈັບ ຫຼັງ​ຈາກ​ເດີນ​ທາງ​ຂ້າມ​ແມ່​ນ້ຳ ຣີ​ໂອ ກ​ຣາ​ນ​ເດ ເຂົ້າ​ມາ​ ສະ​ຫະ​ລັດ ໃນ​ເຂດ ອີ​ໂກ ພາ​ສ໌, ລັດ ເທັກ​ຊັ​ສ, 26 ກັນ​ຍາ 2023.

ເຂດ ອີ​ໂກ ພາ​ສ (Eagle Pass) ໃນ​ລັດ ເທັກ​ຊັ​ສ ຍັງ​ສືບ​ຕໍ່ ​ມີ​ການຫຼັງ​ໄຫຼ​ຂອງ​ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ, ເຊິ່ງ​ຄົນ​ສ່ວນຫຼາຍ​ແມ່ນມ​າ​ຈາກ​ປະ​ເທດ ເວ​ເນ​ຊູ​ເອ​ລາ, ທີ່​ເປັນ​ບ່ອນ​ທີ່​ຄົນ​ບໍ່​ມີ​ຢູ່​ອາ​ໄສ​ຫຼາຍ​ທີ່​ສຸດ​ໃນ​ຊີກ​ໂລກ​ຕາ​ເວັນ​ຕົກ ແລະ ໃຫຍ່​ສຸດ​ເປັນ​ອັນ​ດັບ​ສອງ​ໃນ​ໂລກ, ຕາມຫຼັງ​ພຽງ​ວິ​ກິດ​ການ​ອົບ​ພ​ະ​ຍົບ ຊີ​ເຣຍ ເທົ່າ​ນັ້ນ, ອີງ​ຕາມ​ອົງ​ການ​ອົບ​ພະ​ຍົບ​ສະ​ຫະ​ປະ​ຊາ​ຊາດ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ເຂດ​ຊາຍ​ແດນ ສະ​ຫະ​ລັດ ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ວ່າ​ເຂົາ​ເຈົ້າ​ເຄີຍ​ເຫັນ​ສິ່ງນີ້​ມາ​ແລ້ວ ແລະ ກຳ​ລັງ​ຈັດ​ການ​ກັບ​ສະ​ຖາ​ນະ​ການ​ດັ່ງ​ກ່າວ.

ເຈົ້າ​ໜ້າ​ທີ່​ພາ​ສີ ແລະ ປ້ອງ​ກັນ​ເຂດ​ຊາຍ​ແດນ ສະ​ຫະ​ລັດ ໄດ້​ກ່າວ​ຕໍ່​ວີ​ໂອ​ເອໂດຍບໍ່​ບອກ​ຊື່, ເຊິ່ງ​ແມ່ນ​ວິ​ທີ​ທີ່​ມັກ​ນຳ​ໃຊ້​ໂດຍ​ບັນ​ດາ​ເຈົ້າ​ໜ້າ​ທີ່ ສະ​ຫະ​ລັດ ເພື່ອ​ແບ່ງ​ປັນ​ຂໍ້​ມູນ​ກັບ​ນັກ​ກ່າວ​ໂດຍບໍ່​ໄດ້​ຖືກ​ລະ​ບຸ​ຕົວ​ວ່າ “ພວກ​ເຮົາ​ມີ​ແຜນ, ພວກ​ເຮົາ​ແມ່ນ​ກຳ​ລັງ​ປະ​ຕິ​ບັດ​ແຜນ​ນັ້ນ.”

ແຕ່​ການ​ເພີ່ມ​ຂຶ້ນ​ທີ່​ເຫັນ​ໄດ້​ຊັດ​ໃນ​ການ​ເດີນ​ທາງ​ມາ​ຮອດ​ເຂດ ອີ​ໂກ ພາ​ສ ແມ່ນ​ໄດ້​ສ້າງ​ຄວາມ​ກົດ​ດັນ​ຕໍ່​ແຫຼ່ງ​ຊັບ​ພະ​ຍາກ​ອນ​ພາຍ​ໃນ​ປະ​ເທດ ແລະ ຖ້ວມ​ລົ້ນ​ສະ​ຖານ​ທີ່​ຕ່າງໆ​ທີ່​ແອ​ອັດ​ຢູ່​ແລ້ວ.

ເມື່ອ​ອາ​ທິດ​ແລ້ວນີ້, ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ​ລ​ະ​ຫວ່າງ 500 ແລະ 800 ຄົນ, ເຊິ່ງ​ສ່ວນ​ໃຫຍ່​ມາ​ຈາກ ເວ​ເນ​ຊູ​ເອ​ລາ ນັ້ນ, ໄດ້​ລໍ​ຖ້າ​ການ​ດຳ​ເນີນ​ການ​ຂອງ​ບັນ​ດາ​ເຈົ້າ​ໜ້າ​ທີ່​ລາດ​ຕະ​ເວນ​ເຂດ​ຊາຍ​ແດນ​ຢູ່​ກ້ອງ​ຂົວ ອີ​ໂກ
ພາ​ສ-ປີດເອ​ຣາ​ສ ເນກ​ຣາ​ສ (Eagle Pass-Piedras Negras), ເຊິ່ງ​ແມ່ນ​ນຶ່ງ​ໃນ​ສອງ​ຂົວ​ໃນ​ເຂດ ອີ​ໂກ ພາ​ສ. ຂົວ​ທີ່​ຍັງ​ເຫຼືອ​ຢູ່​ແມ່ນ​ຖືກ​ປິດ​ສຳ​ລັບ​ຍາ​ນ​ພາ​ຫະ​ນະ ແຕ່​ເປີດ​ສຳ​ລັບ​ຄົນ​ຍ່າງ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG