ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມີການເຕືອນໃຫ້ ສະຫະລັດກວດກາ ເຊື້ອອີໂຄລາຍຫລາຍຂຶ້ນ ລຸນຫລັງການລະບາດທີ່ຢູໂຣບ(ເບິ່ງວີດີໂອພາສາອັງກິດ)


ມີການສັນນິຖານກັນໃນເບື້ອງຕົ້ນວ່າ ເຊື້ອອີໂຄລາຍ ທີ່ລະບາດຢູ່ເຢຍລະມັນນັ້ນ ມາຈາກໝາກເດ່ນແລະໝາກແຕງ ຈາກປະເທດສະເປນ.
ມີການສັນນິຖານກັນໃນເບື້ອງຕົ້ນວ່າ ເຊື້ອອີໂຄລາຍ ທີ່ລະບາດຢູ່ເຢຍລະມັນນັ້ນ ມາຈາກໝາກເດ່ນແລະໝາກແຕງ ຈາກປະເທດສະເປນ.

ພວກເຈົ້າ​ໜ້າ​ທີ່ຢູ​ໂຣບ​ໄດ້​ອອກ​ມາຢືນຢັນ ​ເມື່ອວັນ​ເສົາ​​ແລ້ວ​ນີ້ວ່າ ໝາກຖົ່ວງ​ອກຈາກ​ຟາ​ມຖົ່ວງ​ອກ​ແຫ່ງ​ນຶ່ງ​ໃນ​ປະ​ເທດ​ເຢຍລະມັນ ​ເປັນສາ​ເຫດ​ຂອງການ​ລະບາດ​ຂອງເຊື້ອ​ອີ​ໂຄ​ລາຍ​ຮ້າຍ​ແຮ​ງທີ່​ສຸດ​ໃນຢູ​ໂຣບ ທີ່​ໄດ້​ຍັງ​ຜົນ​ໃຫ້​ມີຜູ້​ເສຍ​ຊີວິດ​​ໄປ​ຫລາຍ​ສິບ​​ຄົນ ​ແລະ​ເຈັບ​ປ່ວຍ​ອີກ​ຫລາຍ​ພັນຄົນ​ນັ້ນ. ​ ຢູ່​ທີ່​ສະຫະລັດ​ນີ້ ​ພວກ​ເຈົ້າໜ້າ​ທີ່​ສາທາລະນະ​ສຸກບາງ​ຄົນ​ກ່າວ​ວ່າ ບໍ່​ໄວ​ກໍ​ຊ້າ ​ການລະບາດ​ຂອງເຊື້ອ​ອີ​ໂຄ​ລາຍ​​ແບບ​ນັ້ນ​ ຈະ​ເກີດ​ຂື້ນຢູ່ໃນ​ສະຫະລັດ. ທອງ​ປານ​ມີ​ລາຍ​ງານ​ມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ການ​ລະບາດ​ຂອງເຊື້ອ​ອີ​ໂຄ​ລາຍ​ ທີ່ຮ້າຍ​ແຮ​ງທີ່​ສຸດຂອງ​ຢູ​ໂຣບ ທີ່​ເລີ້​ມຂຶ້ນ​ເມື່ອ​ວັນ​ທີ 2 ​ເດືອນ​ພຶດສະພາ​ນັ້ນ ​ໄດ້ຍັງ​ຜົນ​ໃຫ້​ມີຜູ້​ເສຍ​ຊີວິດໄປ​ແລ້ວ​ຢ່າງ​ໜ້ອຍ ​33 ​ຄົນ ​ແລະ​ເຈັບ​ປ່ວຍ​ອີກ​ຫລາຍ​ກວ່າ 3000 ຄົນ​ ຊື່​ງ ພວກ​ເສຍ​ຊີວິດ​ເກືອບ​ທັງ​ໝົດ ​ແລະ​ພວກ​ເຈັບ​ປ່ວຍ​ສ່ວນ​ໃຫຍ່ ​ແມ່ນຢູ່​ໃນ​ ​ເຢຍລະ​ມັນ. ​ແຕ່ນອກ​ນີ້​ແລ້ວ ​ກໍ​ມີ 11 ປະ​ເທດ​ອື່ນໆ​ໃນ​ພາກ​ພື້ນ​ຢຸໂຣບ ​ແລະ​ສະຫະລັດ ທີ່​ໄດ້​ລາຍ​ງານວ່າ​ມີ​ຄົນ​ຕິດ​ເຊື້ອ​ອີ​ໂຄ​ລາຍ ​ແລະ​ສ່ວນ ຫລາຍ​ແມ່ນ​ພວກທີ່​ໄດ້​ໄປ​ຢ້ຽມຢາມປະ​ເທດ​ເຢຍຣະມັນມາ ຊຶ່ງ​ປາກົດວ່າ​ ມີ​ຊາວ​ອະ​ເມຣິກັນ​ສີ່​ຄົນ ທີ່​ເຈັບ​ປ່ວຍຫລັງ​ຈາ​ກກັບ​ມາ​ຈາກ​ໄປ ​ຢ້ຽມຢາມ​ເຢຢຣະມັນ.

ດຣ. ຣໍບີນ ຈັດ​ກັນ(Robynne Chutkan) ​ແພດ​ຊ່ຽວຊານ​ກ່ຽວ​ກັບ​ກະ​ເພາະ​ແລະ​ລໍາ​ໃສ້​ປະ​ຈໍາ​ໂຮງໝໍ Georgetown ​ໃນ​ນະຄອນຫລວງ​ວໍ​ຊິງ​ຕັນ ຄາດ​ວ່າ ຈະ​ມີ​ຄົນ​ຕິດ​ເຊື້ອ​ແບກ​ທີ​ເຣຍອີ​ໂຄ​ລາຍ ​ຫລາຍ​ເພີ່ມ​ຂື້ນ​ໃນ​ສະຫະລັດ. ດຣ. ຈັດ​ກັນ ກ່າວ​ວ່າ:

“ມີ​ການ​ເດີນທາງ​ລະຫວ່າງ​ປະ​ເທດ​ກັນ​ຫລາຍ​ທີ່​ສຸດ​ ລະຫວ່າງສະຫະລັດ​ແລະ​ພາກ​ພື້ນ​ຢຸ​ໂຣບ. ຂ້າພະ​ເຈົ້າຄິດ​ວ່າ ມັນ​ເປັນ​ເລຶ່ອງທີ່ຈະ​ເປັນ​ໄປ​ໄດ້​ຫລາຍ​ທີ່​ສຸດ​ວ່າ ​ໃນ​ໄລ​ຍະ​ບໍ່​ເທົ່າ​ໃດ​ອາທິດ​ຕໍ່ໜ້າ​ນີ້ ພວກ​ເຮົາ​ຈະ​ໄດ້​ເຫັນ​ການ​ແຜ່​ລະບາດ​ຂອງ​ເຊື້ອ​ພະຍາດອີ​ໂຄ​ລາຍ ​ພັນ​ໃໝ່​ແລະ​ມີ​ພິດ​ຮ້າຍ​ແຮງ ກວ່ານີ້ ​ເກີດ​ຂື້ນ​ໄດ້​ຢູ່​ໃນ​ສະຫະລັດ.”

ການ​ລະບາດ​ຂອງ​ເຊື້ອ​ອີ​ໂຄ​ລາຍ​ໃນ​ເຢຍຣະມັນ ໄດ້​ຍັງ​ຜົນ​ໃຫ້​ຜູ້​ຄົນຈໍາ​ນວນ​ຫລາຍ​ພັນ​ຄົນ​ລົ້ມປ່ວຍ​ເຖິງ​ຂັ້ນເຂົ້າຮັກສາ​ຕົວ​ໃນໂຮງໝໍ ຍ້ອນອາ ການເຈັບ​ໝາກໄຂ່ຫລັງ ​ທີ່​ອາດ​ພາ​ໃຫ້​ເສຍຊີວິດ​ໄດ້. ​ສະຖານ​ນະ​ການ​ທີ່​ວ່ານີ້​ເກີດ​ຂື້ນ ໃນເວລາ​ເຈົ້າໜ້າ​ທີ່ສາທາລະນະ​ສຸກ​ສະຫະລັດໄດ້ເປີດ​ເຜີຍ ຂໍ້​ມູນ​ທີ່​ພົບ​ເຫັນ​ວ່າ ມີ​ຄົນ​ເຈັບ​ປ່ວຍໃນຈໍານວນຫລາຍ​ຂື້ນ​ ຍ້ອນເຊື້ອ​ອີ​ໂຄ​ລາຍ ສາຍພັນໃໝ່ທີ່​ຮ້າຍແຮງ​ກ່ວາ​ເກົ່າ ຢູ່​ໃນ​ສະຫະລັດ​ເມື່ອ​ປີຜ່ານມາ.

ເບິ່ງວີດິໂອລາຍງານພາສາອັງກິດທີ່ກ່ຽວຂ້ອງກັບເລື້ອງນີ້

ທ່ານນາງ ​ແພັທ ບັກ(Pat Buck) ຜູ້​ອໍານວຍ​ການ​ບໍລິຫານແຫ່ງ​ສູນ​ກາງ​ຄົ້ນຄວ້າ​ແລະປ້ອງ​ກັນ​ຄວາມ​ເຈັບ​ປ່ວຍ​ທີ່​ມາ​ຈາກ​ອາຫານ ຊຶ່ງ​ທ່ານ​ນາງ​ເອງ​ເປັນ​ຜູ້​ກໍ່​ຕັ້ງ​ອົງການ​ດັ່ງກ່າວ​ນີ້​ຂື້ນ​ມາ ​ເມື່ອ​ປີ 2006 ຫລັງ​ຈາກທ້າວ Kevin ​ຫລາຍ​ຊາຍຂອງ​ນາງ​ເສຍ​ຊີວິດ​ຍ້ອນ​ໄດ້​ກິນ​ອາຫານ​ທີ່​ມີ​ເຊື້ອ​ອີ​ໂຄ​ລາຍ. ​ທ່ານ​ນາງ Buck ກ່າວ​ວ່າ ຍັງ​ມີຫລາຍສິ່ງ​ຫລາຍ​ຢ່າງທີ່ສາມາດ​ກະທໍາຕື່ມ​ອີກ​ໄດ້ ​ເພື່ອ​ປັບປຸງ​ມາດຕະຖານ​ຂອງ​ອາຫານໃນສະຫະລັດ​ໃຫ້​ດີ​ຂື້ນ​ກວ່າ​ເກົ່າ. ນາງ​ກ່າວ​ຕໍ່​ໄປ​ວ່າ:

“​ເປັນ​ຕົ້ນ​ວ່າ ສຶກສາເບິ່ງ​ການ​ເຊື່ອມ​ໂຍງ​ກັນລະຫວ່າງ​ມະນຸດແລະ​ສັດ ​ແລະ​ສິ່ງແວດ​ລ້ອມ ​ແລະ​ເບິ່ງ​ວ່າ​ສິ່ງ​ເຫລົ່າ​ນີ້​ມັນ​ເຊື່ອມ​ໂຍງ​ກັນ​ຢູ່ບ່ອນ​ໃດ ​ເພາະວ່າ ​ແມ່ນຜ່ານ​ພວກ​ພະຍາດ​ທີ່​ມາສັດ​ທັງຫລາຍ​ ທີ່ພາ​ໃຫ້ພວກ​ເຮົາ​ເຈັບ​ປ່ວຍໃນ​ທີ່​ສຸດ ຍ້ອນອາຫານ​ທີ່​ກິນນັ້ນ.”

ດຣ. ຈັດ​ກັນ ກ່າວ​ວ່າ ລັກສະນະ​ຂອງ​ເຊື້ອ​ອີ​ໂຄ​ລາຍ​ທີ່​ຮ້າຍ​ແຮງ ທີ່ປະ​ທະ​ພາກ​ພື້ນ​ຢຸ​ໂຣບນັ້ນ ສະ​ແດງ​ໃຫ້​ເຫັນເຖິງ​ຄວາມ​ຈໍາ​ເປັນ​ທີ່​ຈະ​ຕ້ອງທໍາ ການກວດ​ສອບ​ອາຫານ​ຫລາຍ​ປະ​ເທດ​ເພີ່ມ​ຂື້ນ ​ຢູ່​ໃນ​ສະຫະລັດ​ ​ເພື່ອ​ຊອກ​ຫາ ເຊື້ອ​ແບັກ​ທີ​ເຣຍທີ່​ບໍ່​ຄ່ອຍ​ຈະ​ພົບ​ເຫັນ​ນີ້.

ດຣໃ ຈັດກັນ ກ່າວວ່າ “ສິ່ງທີ່​ໜ້າ​ຢ້ານ​ກົວ​ປະການ​ນຶ່ງ ​ແລະຖື​ວ່າຂ້ອນ​ຂ້າງ​ຈະ​ເປັນ​ຮູບ​ການ​ທີ່ທ້າ​ທາຍ​ຫລາຍ​ກວ່າ​ ກໍ​ແມ່ນວ່າ ການລະບາດ​ທີ່ຢູ​ໂຣບນັ້ນສະ​ແດງ​ໃຫ້​ເຫັນ​ວ່າການເຈັບ​ປ່ວຍ​ທີ່​ມີ​ສາ​ເຫດ​ມາ​ຈາກ​ອາຫານ​ການ​ກິນ​ນັ້ນ ສາມາດ​ສົ່ງ​ຜົນ​ກະທົບ​ຕໍ່​ອາຫານ​ຫລາຍໆ​ຊະນິດໄດ້ ​ແລະ​ພວກ​ເຮົາເຄີຍພາກັນ​ຄິດວ່າ ເຊື້ອ​ອີ​ໂຄລາຍ​ທີ່​ເກີດ​ຂື້ນ​ຄັ້ງ​ຜ່ານ​ມາ​ນັ້ນ ​ແມ່ນ​ພົວພັນກັບ​ເນື້ອ​ສັດ​ຫລາຍ​ກ່ວາ​ອາຫານ​ຊະນິດ​ອື່ນ ແຕ່​ບັດ​ນີ້​ພວກ​ເຮົາ​ເຫັນ​ມີ​ຢູ່​ໃນ​ຜັກ ​ເຊັ່ນ​ໝາກ​ເລັ່ນ ໝາກ​ແຕງ ຖົ່ວງອກ​ ​ແລະ​ອາດ​ຮອດຜັກ​ສະ​ລັດ ​ກໍ​ໄດ້.”

ສູງ​ກາງ​ຄວບ​ຄຸມ​ແລະ​ປ້ອງ​ກັນ​ພະຍາດ​ສະຫະລັດ ຫລື CDC ​ໄດ້ແຈ້ງ​ໃຫ້​ກົມ​ສາທາລະນະ​ສຸກ​ຂອງ​ລັດ​ຕ່າງໆ​ ໃຫ້​ຕື່ນ​ຕົວ​ລະວັງ​ໄພ ​ກ່ຽວ​ກັບ​ການລະບາດ​ຂອງ​ເຊື້ອ​ອີ​ໂຄ​ລາຍ ​ທີ່​ກໍາລັງ​ມີ​ຂຶ້ນຢູ່​ໃນ​ເວລາ​ນີ້ ​ແລະ​ໄດ້​ຮ້ອງ​ຂໍ​ເອົາ​ຂໍ້​ມູນ​ກ່ຽວ​ກັບ​ບຸກຄົນ​ໃດກໍ​ຕາມ ​ທີ່ກວດ​ເຫັນ​ວ່າ​ຕິດ​ເຊື້ອ​ພະ​ຍາດ​ນີ້. ນອກ​ນັ້ນແລ້ວ ຫ້ອງການ​ຄວບ​ຄຸມອາຫານ​ແລະ​ຢຸກຢາ​ສະຫະລັດ​ ຫລື FDA ຍັງ​ໄດ້​ເພີ່ມ​ການກວດກາອາຫານ​ ທີ່ນໍາ​ເຂົ້າມາ​ຈາກພວກປະ​ເທດ​ທີ່​ມີ​ເຊື້ອ​ນີ້​ລະບາດ​ຢູ່​ນັ້ນຂື້ນ ​ແລະ​ນອກ​ນີ້​ແລ້ວ ກໍ​ຍັງ​ມີການ​ອອກ​ກົດ ໝາຍໃໝ່ ທີ່​ກໍານົດ​ໃຫ້ຫ້ອງການ FDA ຕັ້ງ​ມາດຕະຖານ ​ເພື່ອ​ປ້ອງກັນ​ ​ການ​ແປ​ດ​ເປື້ອນ​ຂອງ​ສານພິດ​ທຸກ​ຊະນິດ​ ໃນ​ຜັກ​ສົດ​ທັງຫລາຍ​ນັ້ນ.

ດຣ​. ທໍ​ມັສ ທອລ​ແມນ(Thomas Tallman) ປະ​ຈໍາ the Cleveland Clinic Event Medicine ກ່າວ​ວ່າ ການລະບາດ​ຂອງ​ເຊື້ອ​ອີ​ໂຄ​ລາຍ​ຢູ່​ໃນ​ຢຸ​ໂຣບນັ້ນ ຖືວ່າ​ເປັນ​ເຫດການ​ເຕືອນ​ສະຕິ​ແກ່​ໝົດ​ທຸກ​ຄົນ ​ໃຫ້​ເພີ່ມ​ຄວາມ​ພິຖີ​ພິຖັນຫລາຍ​ຂື້ນ​ ໃນ​ການ​ລ້າງ​ຜັກ​ແລະ​ໝາກ​ໄມ້ໃຫ້​ສະອາດ​ດີ​ ກ່ອນ​ກິນ.

ດຣ​. ທອລ​ແມນ ກ່າວ​ວ່າ “ຂ້າພະ​ເຈົ້າ​ເອງຊື້​ກະ​ປ໋ອງ​ສີດຂ້າ​ເຊື້ອ ທີ່​ຫາ​ຊື້​ໄດ້​ຈາກ​ຮ້ານ​ຕະຫລາດ​ຂາຍ​ອາຫານທົ່ວ​ໄປ ທີ່​ພວກ​ເຮົາ​ສາມາດ​ສີດ​ໃສ່​ຜັກ​ແລະ​ໝາກ​ໄມ້​ແລ້ວ​ລ້າງ​ເຊິ​ະ ອອກ​ໂດຍ​ໄວ. ກະປ໋ອງສີ​ດທີ່​ວ່າ​ນີ້​ບໍ່​ແມ່ນ​ສານ​ປະ​ເພດ​ຜົງ​ຊັກ​ຟອກ ຫລື​ສິ່ງ​ທີ່​ໃຫ້ອັນຕະລາຍ​ແຕ່​ຢ່າງ​ໃດ ​ແຕ່​ມັນ​ຊ່ວຍໃນ​ການລ້າງ​ຜັກ​ໝີ່ ​ຫລື​ແມ່ນ​ແຕ່​ຈະລ້າງດ້ວຍ​ນໍ້າຊື່ໆ ​ເຮົາ​ກໍ​ຈະ​ສາມາດ​ລ້າງ​ສານພິດ​ຫລື​ເຊື້ອ​ໂຣກ​ໃດໆ​ອອກ​ຈາກ​ຜັກ ​ແລະ​ໝາກ​ໄມ້​ໄດ້.”

ການລະບາດ​ຂອງ​ເຊື້ອ​ອີ​ໂຄ​ລາຍ​ໃນ​ຢູ​ໂຣບ​ແມ່ນໄດ້​ນໍາ​ໄປ​ສູ່ຄວາມ​ກົດ​ດັນເພີ້​ມຂຶ້ນຈາກ​ກຸ່ມ​ຜູ້​ອຸບປະ​ໂພ​ກບໍລິ​ໂພ​ກ ​ເພື່ອໃຫ້​ພວກ​ເຈົ້າໜ້າ​ທີ່​ກ່ຽວຂ້ອງ ​ໃນສະຫະລັດ ຈົ່ງ​ໄດ້​ທໍາ​ການ​ກວດກາ​ເຊື້ອ​ອີ​ໂຄ​ລາຍ​ໃນ​ຊີ້ນ​ງົວ​ຫລາຍ​ຂື້ນ. ນອກ​ນີ້ແລ້ວ​ກຸ່ມ​ດັ່ງກ່າວ​ຍັງ​ຕ້ອງການ​ໃຫ້​ເພີ່ມ​ກົດ​ລະບຽບ​ທີ່​ເຂັ້ມ​ງວດ​ກວ່າ ​ເກົ່າ ຕໍ່​ພວກ​ບໍລິສັດທີ່​ຜະລິດ​ຊີ້ນ​ງົວ ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ເຊື້ອ​ອີ​ໂຄ ລາຍຕິດ​ແປດ​ຂື້ນ​ໄດ້ ​ໃນ​ໂຮງ​ຂ້າ​ສັດ​ທັງຫລາຍ​ນັ້ນ.

XS
SM
MD
LG