ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ Duterte ເດິນທາງຢ້ຽມຢາມ ຈີນ ເພື່ອ ຟື້ນຟູສາຍພົວພັນຄືນໃໝ່


ປະທານາທິບໍດີ ຟີລິບປິນ ທ່ານ Rodrigo Duterte, ໜ້າ, ຍ່າງກັບປະທານປະເທດ ຈີນ ທ່ານ ສີ ຈິ່ນຜິງ ໃນລະຫວ່າງ
ພິທີຕ້ອນຮັບ ນອກຫໍປະຊຸມໃຫຽ່ແຫ່ງປະຊາຊົນ ໃນນະຄອນ
ຫຼວງ ປັກກິ່ງ, ຈີນ. 20 ຕຸລາ, 2016.
ປະທານາທິບໍດີ ຟີລິບປິນ ທ່ານ Rodrigo Duterte, ໜ້າ, ຍ່າງກັບປະທານປະເທດ ຈີນ ທ່ານ ສີ ຈິ່ນຜິງ ໃນລະຫວ່າງ ພິທີຕ້ອນຮັບ ນອກຫໍປະຊຸມໃຫຽ່ແຫ່ງປະຊາຊົນ ໃນນະຄອນ ຫຼວງ ປັກກິ່ງ, ຈີນ. 20 ຕຸລາ, 2016.

ຈີນ ໄດ້ປູພົມແດງຕ້ອນຮັບປະທານາທິບໍດີ ຟີລິບປິນ ທ່ານ Rodrigo Duterte ເວລາ ທ່ານພົບປະກັບປະທານປະເທດ ຈີນ ທີ່ ສີ ຈິ່ນຜິງ ເພື່ອພະຍາຍາມ ແລະ ປັບປຸງສາຍພົວ ພັນທີ່ແຂງກະດ້າງມາຫຼາຍປີ ລະຫວ່າງ ສອງປະເທດ.

ທ່ານ ສີ ໄດ້ທັກທາຍທ່ານ Duterte ໃນວັນພະຫັດມື້ນີ້ ດ້ວຍທະຫານກອງກຽດຕິຍົດເຕັມ ຮູບແບບທີ່ຫໍປະຊຸມໃຫຍ່ແຫ່ງປະຊາຊົນ, ເຊິ່ງເປັນອາຄານສະຖານນິຕິບັນຍັດໃຫຍ່ຂອງ ຈີິນ ໃນນະຄອນຫຼວງ ປັກກິ່ງ.

ບັນດາຜູ້ນຳທັງສອງທ່ານ ມີກຳນົດທີ່ຈະເຊັນຂໍ້ຕົກລົງໃໝ່ຫຼາຍສະບັບຫຼັງຈາກການປຶກສາ ຫາລືກັນ ໃນວັນພະຫັດມື້ນີ້ທີ່ທ່ານ ສີ ໄດ້ກ່າວວ່າ ມີເຈຕະນາທີ່ຈະ “ປັບປຸງສາຍພົວພັນ ຢ່າງເຕັມທີ່” ລະຫວ່າງ ຈີນ ກັບ ຟີລິບປິນ ຫຼັງຈາກໄດ້ມີຄວາມຂັດແຍ້ງກັນ ຕໍ່ການກ່າວ ອ້າງເອົາເຂດແດນໃນທະເລຈີນໃຕ້ຂອງ ຈີນ.

ໃນຕົ້ນປີນີ້, ສານສາກົນໄດ້ຕັດສິນຄະດີໃຫ້ ຟີລິບປິນ ຊະນະໃນການຟ້ອງຮ້ອງຄະດີທີ່ ໃຫຍ່ ກ່ຽວກັບ ເຂດແດນທະເລຈີນໃຕ້, ແລະ ນັບຕັ້ງແຕ່ນັ້ນມາ ທ່ານ Duterte ກໍໄດ້ພະ ຍາຍາມທີ່ຈະບໍ່ທຳລາຍສາຍພົວພັນກັບ ຈີນ ຕໍ່ໄປອີກ, ໃນເວລາດຽວກັນທ່ານກໍໄດ້ເຮັດ ວຽກເພື່ອອ້າງເອົາເຂດແດນຂອງປະເທດຂອງທ່ານ.

ກ່ອນໜ້າການເລີ່ມຕົ້ນປຶກສາຫາລືກັນນັ້ນ, ທ່ານ Duterte ຜູ້ທີ່ມັກຈະເວົ້າຈາຢ່າງເປີດ ເຜີຍໄດ້ກ່າວວ່າ ທ່ານຈະບໍ່ນຳເອົາຫົວຂໍ້ກ່ຽວກັບຄວາມຂັດແຍ້ງເຂດແດນຂຶ້ນມາເວົ້າ ນອກຈາກວ່າທ່ານ ສີ ຈະເປັນຜູ້ເລີ່ມຕົ້ນກ່ອນ, ໂດຍເອີ້ນມັນວ່າເປັນ “ມາລະຍາດ” ຕໍ່ເຈົ້າ ພາບຜູ້ຕ້ອນຮັບທ່ານ.

ທ່ານ Duterte ໄດ້ກ່າວໃນວັນພຸດວານນີ້ວ່າ “ໂດຍມາລະຍາດ ແລະ ໃນວິທີຂອງຊາວ ເອເຊ ຕາເວັນອອກແລ້ວ, ເຈົ້າຕ້ອງຖ້າຕະຫຼອດເວລາ, ຍ້ອນວ່າຂ້າພະເຈົ້າແມ່ນແຂກ ຜູ້ຢ້ຽມຢາມ, ຂ້າພະເຈົ້າສາມາດທຳລາຍສັນທະວະໄມຕີ ດ້ວຍການເວົ້າບາງຢ່າງອອກ ມາໂດຍບໍ່ໄດ້ຕຽມຕົວລ່ວງໜ້າ.”

ທ່ານ ສີ ບໍ່ໄດ້ກ່າວໂດຍສະເພາະເຈາະຈົງເຖິງຄວາມຂັດແຍ້ງໃນທະເລຈີນໃຕ້ ໃນລະ ຫວ່າງການປຶກສາຫາລືກັນ, ແຕ່ທ່ານໄດ້ເອີ້ນ ຈີນ ແລະ ຟີລິບປິນ ວ່າເປັນອ້າຍນ້ອງກັນ ແລະ ໄດ້ກ່າວວ່າທັງສອງປະເທດ ສາມາດຫາທາງແກ້ໄຂໄດ້ຢ່າງເໝາະສົມສຳລັບຄວາມ ຂັດແຍ້ງຂອງພວກເຂົາເຈົ້າ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG