ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ ດູເຕີເຕ ໃຫ້ຄຳເຫັນ ກ່ຽວກັບ ການປ່ຽນແປງ ສຳລັບ ຟີລິບປິນ


ປະທານາທິບໍດີ ຟີລິບປິນ ທ່ານ ໂຣດຣີໂກ ດູເຕີເຕ ກ່າວຄຳປາໄສໃນພິທີເປີດງານລ້ຽງຕ້ອນຮັບ ຈັດ
ໂດຍນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ ຊິນໂຊ ອາເບະ, ນະຄອນຫຼວງ ໂຕກຽວ. 30 ຕຸລາ, 2017.
ປະທານາທິບໍດີ ຟີລິບປິນ ທ່ານ ໂຣດຣີໂກ ດູເຕີເຕ ກ່າວຄຳປາໄສໃນພິທີເປີດງານລ້ຽງຕ້ອນຮັບ ຈັດ ໂດຍນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ ຊິນໂຊ ອາເບະ, ນະຄອນຫຼວງ ໂຕກຽວ. 30 ຕຸລາ, 2017.

ປະທານາທິບໍດີ ຟີລິບປິນ ກ່າວວ່າ ທ່ານບໍ່ມີຄວາມສົນໃຈທີ່ຈະຕໍ່ອາຍຸການເປັນປະທານາທິບໍດີ 6 ປີຂອງທ່ານອີກຕໍ່ໄປ ຫຼື ຈະລົບລ້າງການເລືອກຕັ້ງໃນປີໜ້າ.

ທ່ານ ໂຣດຣິໂກ ດູເຕີໂຕ ໄດ້ກ່າວໃນການສຳພາດກັບນັກຂ່າວທາງເວັບໄຊທ໌ Minda News ວ່າ "ມັນຈະບໍ່ມີການໂຈະການເລືອກຕັ້ງ ແລະ ການຕໍ່ອາຍຸສະໄໝການເປັນປະທານາທິບໍດີ ໂດຍສະເພາະສຳລັບຂ້າພະເຈົ້າ." ສະໄໝຂອງທ່ານ ດູເຕີເຕ ຈະສິ້ນສຸດລົງໃນປີ 2022.

ທ່ານປະທານາທບໍດີໄດ້ລົມນຳຂ່າວສານ Minda ກ່ຽວກັບ ວິໄສທັດຂອງທ່ານສຳລັບລັດຖະບານກາງຂອງ ຟີລິບປິນ,​ທ່ານເວົ້າວ່າທ່ານມີວິໄສທັດ ກ່ຽວກັບ ໂຄງຮ່າງອັນນຶ່ງໄປຕາມແນວທາງຂອງລັດຖະບານ ຝຣັ່ງ, ໂດຍການເປັນ "ປະທານາທິບໍດີທີ່ເຂັ້ມແຂງ" ເຊິ່ງເປັນຄືກັນກັບ "ນາຍົກລັດຖະມົນຕີທີ່ມີອຳນາດເຂັ້ມແຂງ."

ການປ່ຽນແປງອີກອັນນຶ່ງທີ່ທ່ານປະທານາທິບໍດີຢາກຈະເຫັນກໍແມ່ນການປ່ຽນສະພາສູງ ແລະ ສະພາຕໍ່າເປັນສະພາດຽວ ພ້ອມກັບສະມາຊິກພຽງ 50 ຄົນ ຜູ້ທີ່ສາມາດປະກາດໃຊ້ກົດໝາຍໄດ້ຢ່າງວ່ອງໄວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG