ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​​​​​​​ປ. ຟິລິບ​ປີນ ທ່ານ Duterte ຈະຖາມຈີນວ່າ ມີຄວາມຕັ້ງ​ໃຈຢ່າງໃດ ຢູ່​ທະ​ເລ​ຈີນ​ໃຕ້ ​

​​​​​​​ປະທານາທິບໍດີຟິລິບ​ປີນ ທ່ານ Rodrigo Duterte ໃຫ້ການຖະແຫຼງ ທີ່ທຳນຽບນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ໃນນະຄອນໂຕກຽວ, 30 ຕຸລາ 2017.
​​​​​​​ປະທານາທິບໍດີຟິລິບ​ປີນ ທ່ານ Rodrigo Duterte ໃຫ້ການຖະແຫຼງ ທີ່ທຳນຽບນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ໃນນະຄອນໂຕກຽວ, 30 ຕຸລາ 2017.

​ປະທານາທິບໍດີຟິລິບ​ປີນ ທ່ານ Rodrigo Duterte ​ໄດ້​ກ່າວ​ວ່າ ທ່ານໄດ້ວາງ​ແຜນ​ທີ່​ຈະ​
ຖາມ​ປັກ​ກິ່ງ ​ໃນລະຫວ່າງ​ກອງ​ປະຊຸມ​ການຮ່ວມມືດ້ານເສດຖະກິດເຂດ​ເອ​ເຊຍ​ປາ​ຊິຟິກ
ຫຼື APEC ໃນ​ສັບປະດາ​ນີ້ ​ເຖິງ​ຄວາມຕັ້ງ​ໃຈຂອງຈີນ ໃນ​ເຂດ​ທະ​ເລ​ຈີນ​ໃຕ້ ​ແລະ​ວ່າ
ບັນ​ດາ​ປະ​ເທດ​ເອ​ເຊຍ​ທັງຫຼາຍ ຈະ​ໄດ້ຮັບ​ອະນຸຍາດ​ ໃນ​ການ​ເດີນ​ເຮືອໄປມາ​ຢ່າງ​ເສລີ
ໃນ​ເຂດທະເລຍຸດ​ທະ​ສາດ ​ທີ່​ເປັນ​ບັນຫາ​ໂຕ້​ແຍ້​ງກັນນັ້ນຫລືບໍ່.

​ໃນ​ການ​ດຳລົງ​ຕຳ​ແໜ່​ງ​ເປັນ​ເວລາ 18 ​ເດືອນ​ຂອງ​ທ່ານ​ນັ້ນ ທ່ານ Duterte ​ແມ່ນ​ໄດ້ດຳ ເນີນນະໂຍບາຍ ຊຶ່ງສ່ວນໃຫຍ່ແມ່ນບໍ່ປະເຊີນໜ້າ ກັບ​ປັກ​ກິ່ງ ແລະ​ການອ້າງ​ກຳມະສິດ
ທີ່ກວມກັນ ​ໃນເຂດ​ທະ​ເລຈີນ​ໃຕ້​.

ເຂດຍຸດທະສາດ ທີ່ເປັນບັນຫາໂຕ້ແຍ້ງກັນ ໃນທະເລຈີນໃຕ້ ທີ່ຕ່າງຝ່າຍຕ່າງອ້າງເອົາເປັນກຳມະສິດ.
ເຂດຍຸດທະສາດ ທີ່ເປັນບັນຫາໂຕ້ແຍ້ງກັນ ໃນທະເລຈີນໃຕ້ ທີ່ຕ່າງຝ່າຍຕ່າງອ້າງເອົາເປັນກຳມະສິດ.

​ໂຄສົກ​ປະທານາທິບໍດີ ທ່ານ Ernest Abella ​ໄດ້​ອະທິບາຍ ​ໃນ​ເດືອນ​ຕຸລາ ປີ 2016
ວ່າ ການ​ປະ​ເຊີນ​ໜ້າ​ກັນນັ້ນ ບໍ່​ໄດ້​ເປັນ​ຜົນ​ປະ​ໂຫຍ​ດຫຍັງແກ່​ຟິລິບ​ປີນ​ເລີຍ ​ແລະ​ນັ້ນ​ຄື​
ສາ​ເຫດ​ຂອງ​ທ່ານ Duterte “ທີ່​ຕັ້ງໜ້າດຳ​ເນີນ​ການພົວພັນ ​ແລະການ​ເຈລະຈາ”
ທີ່​ສາມາດ​ຄ້ຳປະກັນ​ວ່າ ສິດທິ​ຂອງ​ມະນີ​ລາ ​ໄດ້​ຮັບ​ການເຄົາລົບ ແລະ​ປົກ​ປ້ອງ​.

ທ່ານ Scott Harold ຜູ້ອຳນວຍການຮ່ວມ​ ສູນ​ການນະ​ໂຍບາຍ​ສຳຫຼັບເອ​ເຊຍ​ປາ​ຊິຟິກຂອງອົງການ RAND ​ໄດ້​ກ່າວ​ວ່າ ​ແຜນການ​ຂອງ​ທ່ານ Duterte ທີ່ຈະຕັ້ງຄຳຖາມ
ກ່ຽວກັບບັນຫາໃນເວລານີ້ ອາດເກີດຈາກວ່າ ຜູ້ນຳ​ຟິລິບ​ປີນ ​ພະຍາຍາມ​ທີ່ຈະ​ຫຼິ້ນ​ບົດ
ບາດ “ຍາກທີ່ຈະໄດ້ຮັບ” ກັບ​ວໍ​ຊີງ​ຕັນ ​ໃນ​ຂະນະ​ດຽວ​ກັນ ​ກໍໃຫ້​ຂໍ້​ສັງ​ເກດວ່າ “ນັ້ນບໍ່​ໄດ້
ໝາຍ​ເຖິງ​ການ​ສົ່ງ​ສັນຍານ​ໃຫ້​ຈີນ ທີ່​ວ່າ ​ແມ່ນ​ຫຍັງ​ກໍ​ຕາມທີ່​ພວກ​ເຂົາ​ເຈົ້າ​ເຮັດ​ນັ້ນ ​ແມ່ນຖືກຕ້ອງ.”

ທ່ານ Harold ​ໄດ້​ກ່າວ​ວ່າ “ຖ້າ​ຫາກ​ວ່າ ທ່ານ​ຕ້ອງການ​ທີ່​ຈະ​ບີບຄັ້ນ​ເອົາ​ຄຳສັນຍາ
ຫຼື​ຄຳໝັ້ນໝາຍ ຫຼືປາກົດຕໍ່ພວກສະໜັບສະໜຸນວ່າ ມີຄວາມ​ຮັກ​ຊາດພຽງພໍ ​ມີຫົວ
ຊາດນິຍົມ ຫຼື​ແມ່ນ​ຫຍັງ ກໍ​ຕາມ...ທ່ານ​ຈຳ​ເປັນ​ທີ່​ຈະ​ຕ້ອງລຸກຂຶ້ນ ໃນ​ສິ່ງ​ທີ່​ຟິລິບ​ປິນ​
ໄດ້​ກ່າ​ວອ້າງ​ໄປ​ນັ້ນ,”

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ຊາກຕຶກຫັກພັງໃນເມືອງສົງຄາມ Marawi City, ພາກໃຕ້ຂອງຟິລິບປີນ ຫຼັງຈາກທີ່ ທາງຟິລິບປີນໄດ້ປະກາດ ໃນວັນຈັນຜ່ານມາ ເຖິງການປະຕິບັດງານທາງທະຫານ ມາເປັນເວລາ 5 ເດືອນ ໄດ້ຈົບລົງ ໃນເມືອງທາງພາກໃຕ້ຂອງປະເທດ ຊຶ່ງເປັນຂົງເຂດທີ່ນິຍົມອິສລາມ, 24 ຕຸລາ, 2017..

XS
SM
MD
LG