ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໘ ເມສາ ໒໐໒໔

''ທຣຳ'' ຊາວດັດຈ໌ ຕໍ່ສູ້ເພື່ອສ້າງຕັ້ງລັດຖະບານ ຫຼັງຈາກໄດ້ຮັບໄຊຊະນະ ໃນການເລືອກຕັ້ງ ຢ່າງໜ້າຕົກໃຈ


ທ່ານ ກຽທ ວິລເດີສ໌ (Geert Wilders), ຜູ້ນຳຝ່າຍຂວາຈັດຊາວດັດຈ໌ ແລະຜູ້ນຳພັກເສລີພາບ ພົບກັບບັນດາສະມາຊິກພັກຂອງທ່ານ ຢູ່ທີ່ ລັດຖະສະພາເນເທີແລນ ຫຼັງຈາກຊະນະການເລືອກຕັ້ງລັດຖະສະພາ ໃນນະຄອນ ເຮັກ (Hague) ປະເທດເນເທີແລນ ວັນທີ 23 ພະຈິກ 2023.
ທ່ານ ກຽທ ວິລເດີສ໌ (Geert Wilders), ຜູ້ນຳຝ່າຍຂວາຈັດຊາວດັດຈ໌ ແລະຜູ້ນຳພັກເສລີພາບ ພົບກັບບັນດາສະມາຊິກພັກຂອງທ່ານ ຢູ່ທີ່ ລັດຖະສະພາເນເທີແລນ ຫຼັງຈາກຊະນະການເລືອກຕັ້ງລັດຖະສະພາ ໃນນະຄອນ ເຮັກ (Hague) ປະເທດເນເທີແລນ ວັນທີ 23 ພະຈິກ 2023.

ທ່ານ ກຽທ ວິລເດີສ໌ (Geert Wilders), ຜູ້ນຳຝ່າຍຂວາຈັດຊາວດັດຈ໌ ທີ່ເວົ້າກົງໄປກົງມາ ເຊິ່ງມັກຈະຖືກປຽບທຽບ ກັບອະດີດປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ເລື້ອຍໆ, ກະກຽມເລີ້ມການເຈລະຈາ ກ່ຽວກັບການສ້າງຕັ້ງລັດຖະບານ ຫຼັງຈາກທ່ານໄດ້ຮັບໄຊຊະນະຢ່າງບໍ່​ໜ້າ​ເຊື່ອ ໃນການເລືອກຕັ້ງໃນວັນພຸດທີ່ຜ່ານມາ.

ແນວໃດກໍ່ຕາມ, ທ່ານວິລເດີສ໌ (Wilders) ຍັງຂາດບ່ອນນັ່ງຫຼາຍສິບບ່ອນຈາກ ການ​ກຳສຽງສ່ວນຫຼາຍ ທີ່ມີຜົນ ແລະ ຍັງບໍ່ຈະແຈ້ງວ່າ ພັກອື່ນໆ ເຕັມໃຈຈະເຮັດວຽກຮ່ວມກັບທ່ານ ແລະເຂົ້າເປັນລັດຖະບານປະສົມຫຼືບໍ່. ການເຈລະຈາຄາດວ່າ ຈະໃຊ້ເວລາຫຼາຍເດືອນ.

ເຊິ່ງເຫດການດັ່ງກ່າວ ຖືເປັນເຫດການແຜ່ນດິນໄຫວ ທາງດ້ານການເມືອງ.

ບັນດາຜູ້ລົງຄະແນນສຽງຊາວດັດຈ໌ ສ້າງຄວາມຕື່ນຕົກໃຈທາງດ້ານການເມືອງໄປທົ່ວຢູໂຣບ ໃນຊ່ວງຕອນຄໍ່າຂອງວັນພຸດທີ່ຜ່ານມາ ໃນຂະນະທີ່ລາຍງ​ານ​ການ​ຢັ່ງຫາງສຽງຜູ້ປ່ອນ​ບັດ ໄດ້ສະແດງໃຫ້ເຫັນການນໍາໜ້າຢ່າງຈະແຈ້ງຂອງພັກເສລີພາບ ທີ່ນຳພາໂດຍ ທ່ານວິລເດີສ໌ (Wilders). ພັກ​ຂອງທ່ານ​ໄດ້​ໄຊຊະນະ 37 ບ່ອນ​ນັ່ງ​ໃນ​ຈຳນວນ 150 ບ່ອນ​ນັ່ງ, ເອົາ​ຊະນະ​ຄູ່​ແຂ່ງ​ທີ່​ໃກ້​ຄຽງ​ທີ່​ສຸດ​ຂອງ​ທ່ານ ຄື​ພັກ​ຮ່ວມແຮງ​ງານ ​ແລະ​ພັກ Green ທີ່​ໄດ້ 25 ທີ່​ນັ່ງ ຢ່າງ​ງ່າຍ​ດາຍ.

ພັກປະຊາຊົນເພື່ອເສລີພາບ ແລະ ປະຊາທິປະໄຕ ຫຼື VVD ທີ່ເປັນກາງອ່ຽງຂວາ ຂອງນາຍົກລັດຖະມົນຕີ ມາກ ຣຸຕ (Mark Rutte) ທີ່ກຳລັງຈະພົ້ນຈາກຕຳແໜ່ງ ໄດ້ຮັບໄຊຊະນະ 24 ບ່ອນນັ່ງ ໃນຄືນທີ່ໜ້າຜິດຫວັງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG