ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເທີກີ ປະຕິຍານວ່າຈະແກ້ແຄ້ນ ຕໍ່ການ ກະທຳຂອງປະເທດ ໂຮນລັງ


ປະຊາຊົນຮ້ອງຄຳຂວັນ ໃນລະຫວ່າງການປະທ້ວງຢູ່ຕໍ່ໍ່ໜ້າ
ສະຖານກົງສຸນ ໂຮນລັງ ໃນນະຄອນ ອິສຕານບູລ, ເທີກີ.
12 ມີນາ, 2017.
ປະຊາຊົນຮ້ອງຄຳຂວັນ ໃນລະຫວ່າງການປະທ້ວງຢູ່ຕໍ່ໍ່ໜ້າ ສະຖານກົງສຸນ ໂຮນລັງ ໃນນະຄອນ ອິສຕານບູລ, ເທີກີ. 12 ມີນາ, 2017.

ນາຍົກລັດຖະມົນຕີ ເທີກີ ທ່ານ Binali Yildirim ໄດ້ກ່າວໃນວັນອາທິດມື້ນີ້ວ່າ ທ່ານຈະ
ແກ້ແຄ້ນໃນ “ທາງທີ່ຮຸນແຮງທີ່ສຸດ” ແລະ “ຕອບໂຕ້ດ້ວຍມາລະຍາດທີ່ບໍ່ສາມາດຮັບ
ໄດ້”
ຫຼັງຈາກປະເທດ ໂຮນລັງ ໄດ້ປະຕິເສດທີ່ຈະອະນຸຍາດໃຫ້ລັດຖະມົນຕີ ເທີກີ ຄົນ
ໜຶ່ງເດີນທາງເຂົ້າປະເທດ ແລະ ໄດ້ຂັບໄລ່ອີກຄົນໜຶ່ງອອກໄປ.

ພ້ອມກັນນັ້ນ, ບັນດາເຈົ້າໜ້າທີ່ ເທີກີ ກໍໄດ້ປິດລ້ອມສະຖານທູດ ໂຮນລັງ ໃນນະຄອນ
ຫຼວງ ອັງກາຣາ ແລະ ໄດ້ກ່າວວ່າ ເອກອັກຄະລັດຖະທູດ ໂຮນລັງ ແມ່ນບໍ່ຖືກຕ້ອນຮັບ
ໃນປະເທດນີ້.

ໃນຕອນເຊົ້າຂອງວັນອາທິດມື້ນີ້, ຕຳຫຼວດປາບປາມຈະລາຈົນ ໂຮນລັງ ໄດ້ຂີ່ມ້າປະທະ
ກັບຜູ້ສະໜັບສະນູນລັດຖະບານ ເທີກີ ຫຼາຍຮ້ອຍຄົນໃນເມືອງ Rotterdam ຜູ້ທີ່ໄດ້ປະ
ທ້ວງຕໍ່ການເຄື່ອນໄຫວຕໍ່ຕ້ານບັນດາລັດຖະມົນຕີ ເທີກີ.

ກ່ອນເກີດການປະທະກັນນັ້ນ, ພວກປະທ້ວງປະມານ 2,000 ຄົນໄດ້ເຕົ້າໂຮມກັນຢູ່
ນອກສະຖານກົງສຸນ ເທີກີ ໃນເມືອງ Rotterdam, ເຊິ່ງເປັນເມືອງທີ່ໃຫຍ່ອັນດັບສອງ
ຂອງປະເທດ, ເພື່ອສະແດງການສະໜັບສະໜູນຂອງພວກເຂົາເຈົ້າຕໍ່ລັດຖະບານ ອັງ
ກາຣາ ຂອງປະທານາທິບໍດີ ທ່ານ Recep Tayyip Erdogan, ຜູ້ທີ່ກຳລັງພະຍາຍາມ
ຈະຜັກດັນການລົງປະຊາມາຕິ ເພື່ອຂະຫຍາຍອຳນາດຂອງທ່ານໃນເດືອນໜ້ານີ້.

ບໍ່ດົນຫຼັງຈາກທ່ຽງຄືນ, ຕຳຫຼວດໄດ້ເລີ່ມບັງຄັບພວກປະທ້ວງອອກໄປຈາກບໍລິເວນໃກ້
ກັບສະຖານກົງສຸນ. ອົງການຂ່າວ ຝຣັ່ງ ໄດ້ລາຍງານວ່າ ຕຳຫຼວດປາບປາມຈະລາຈົນ
ຢູ່ພື້ນດິນ ແລະ ຢູ່ເທິງຫຼັງມ້າ, ໄດ້ໃຊ້ກຳລັງເພື່ອຜັກດັນຝູງຄົນອອກໄປ.

ລັດຖະມົນຕີການຕ່າງປະເທດ ເທີກີ ທ່ານ Mevlut Cavusoglu ໄດ້ຖືກຫ້າມຈາກການ
ເດີນທາງເຂົ້າປະເທດ ໂຮນລັງ ຍ້ອນການຄັດຄ້ານທີ່ເພີ່ມຂຶ້ນຕໍ່ການໂຄສະນາຫາສຽງ
ລົງປະຊາມະຕິ ໃນທົ່ວສະຫະພາບ ຢູໂຣບ, ປະທານາທິບໍດີ ທ່ານ Recep Tayyip
Erdogan ໄດ້ກ່າວປະນາມຕໍ່ການກະທຳດັ່ງກ່າວ ແລະ ໄດ້ຕຳນິຕິຕຽນປະເທດ ໂຮນ
ລັງ, ເຊິ່ງແມ່ນຄູ່ຮ່ວມໃນພັນທະມິດອົງການ NATO ຂອງ ເທີີກີ, ວ່າເປັນ “ເສດເຫຼືອ
ຂອງພວກ ນາຊີ.”

ຫຼັງຈາກການຖືກປະຕິເສດໂດຍ ໂຮນລັງ ແລ້ວ, ທ່ານ Cavusoglu ກໍໄດ້ກ່າວວ່າ ເທີ
ກີ ຈະ “ເອົາທຸກໆມາດຕະການທີ່ມີຄວາມຈຳເປັນ” ຕໍ່ ໂຮນລັງ. ກ່ອນໜ້ານັ້ນ, ທ່ານ
ໄດ້ຂົ່ມຂູ່ ກ່ຽວກັບ ການເອົາມາດຕະການລົງໂທດດ້ານເສດຖະກິດ ແລະ ການເມືອງ
ຢ່າງຮຸນແຮງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG