ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

Netherlands ຮຽກຕົວ ເຈົ້າໜ້າທີ່ສືບສວນ ເຮືອບິນມາເລເຊຍຕົກ ກັບຄືນປະເທດ (ວີດີໂອ/ສະໄລດ໌)


ukraine7august14
please wait
Embed

No media source currently available

0:00 0:01:29 0:00

ເບິ່ງວີດີໂອ ເລື້ອງນີ້

ນາຍົກລັດຖະມົນຕີ Netherlands ທ່ານ Mark Rutte ​ໄດ້​ຮຽກ
ຕົວ ພວກ​ເຈົ້າ​ໜ້າ​ທີ່​ສືບສວນ​ສອບ​ສວນ ​ກ່ຽວ​ກັບເຮືອບິນ​ໂດຍ
ສານ​ຂອງ​ມາ​ເລ​ເຊຍທີ່​ຖືກ​ຍິງ​ຕົກ ໃນ​ພາກ​ຕາ​ເວັນ​ອອກ​ຂອງ​
ຢູ​ເຄຣນນັ້ນ​ ກັບ​ຄືນປະ​ເທດ ໂດຍໃຫ້​ເຫດຜົນ​ວ່າ ການ​ສູ້​ລົບ​ກັນ​
ຢູ່​ໃກ້ໆ​ກັບ​ບ່ອນ​ເຮືອບິນ​ຕົກ​ນັ້ນ ​ເຮັດ​ໃຫ້ການ​ດຳ​ເນີນ​ການ​ສືບ
ສວນ​ສອບ​ສວນ​ຕໍ່​ໄປ ເປັນ​ອັນຕະລາຍ​ຫຼາຍ​ໂພດ​.

​ໃນ​ການ​ຖະ​ແຫຼ​ງດັ່ງກ່າວ​ໃນ​ວັນ​ພຸດ​ວານ​ນີ້​ທີ່​ນະຄອນຫຼວງ
Hague ນັ້ນ ທ່ານ Rutte ບໍ່​ໄດ້​ບອກ​ກຳນົດ​ເວລາທີ່​ຈະຮື້​ຟື້ນ
ການ​ຊອກ​ຫາຊາກ​ສົບ​ຂອງ​ພວກ​ທີ່​ໄດ້​ຮັບ​ເຄາະ​ຮ້າຍ​ຄືນ​ໃໝ່.
ທ່ານ​ພຽງ​ແຕ່​ກ່າວວ່າ ການ​ຊອກ​ຄົ້ນ​ຈະ​ດຳ​ເນີນ​ຕໍ່​ໄປ ​ເວລາ​
ໃດ​ສະຖານະ​ການໃນ​ຢູ​ເຄຣນ “ທຸ່ນ​ທ່ຽງຂຶ້ນ”.

ຖ້ຽວ​ບິນ MH17 ຊຶ່ງ​ບັນທຸກ​ຄົນ​ໂດຍສານ​ພ້ອມ​ດ້ວຍ​ຈຸ​ບິນ 298 ຄົນ​ໄດ້​ຖືກ​ຍິງ​ຕົກ​ ໃນ​
ວັນ​ທີ 17 ກໍລະກົດ​ຜ່ານ​ມາ​ນີ້ ຢູ່​ໃກ້ໆ​ກັບ​ເມືອງ Donetsk ທີ່​ໝັ້ນຂອງ​ພວກ​ກະບົດ​ໃນຢູ​ເຄຣນ. ພວກ​ທີ່​ໄດ້​ຮັບ​ເຄາະ​ຮ້າຍ​ໃນ​ຖ້ຽວ​ບິນຈາກ Amsterdam ຫາກົວ​ລາ​ລຳ​ເປີຖ້ຽວ​
ນັ້ນ ສ່ວນ​ຫຼາຍ​ເປັນ​ຊາວ Netherlands. ບໍ່​ມີ​ຜູ້ລອດ​ຊີວິດ​ຈັກ​ຄົນ. ບັນດາ​ເຈົ້າ​ໜ້າ​ທີ່
ກ່າວ​ວ່າ ມາ​ຮອດ​ປັດຈຸບັນ​ນີ້ ຫີບ​ສົບ 228 ຫີບ ​ໄດ້​ສົ່ງ​ກັບ​ຄືນ​ໄປຍັງ Netherlands
​ແລ້ວ.

ທີ່​ວໍ​ຊິງ​ຕັນ ປະທາ​ນາ​ທິບໍດີ ບາຣັກ ​ໂອ​ບາ​ມາ ກ່າວ​ວ່າ ມັນ​ເປັນ​ການ​ໄວ​ໂພດ​ທີ່​ຈະ​ຮູ້ຈັກ
​ວ່າ ການ​ລົງ​ໂທດ​ຕ່າງໆ​ທີ່ໄດ້​ປະກາດ​ໃຊ້​ຕໍ່​ມົສກູ ທີ່​ໃຫ້ການ​ສະໜັບສະໜຸນ​ແກ່​ພວກ​
ກະບົດ​ໃນ​ຢູ​ເຄຣນນັ້ນ ກຳລັງ​ໄດ້​ຜົນ​ຫຼື​ບໍ? ທ່ານ​ໂອ​ບາ​ມາ ກ່າວ​ວ່າ ການ​ລົງ​ໂທດ​ຂອງ​ສະຫະລັດ​ແລະ​ສະຫະພາບ​ຢູ​ໂຣບ ​ໄດ້​ສ້າງ “ຄວາມ​ກົດ​ດັນ​ຢ່າງ​ຫຼວງ​ຫຼາຍ” ​ໃຫ້​ແກ່​ເສດຖະກິດຂອງຣັດ​ເຊຍ ​ໂດຍ​ໄດ້ສົ່ງ​ຜົນ​ໃຫ້​ມີ​ການຫຼັ່ງ​ໄຫຼອອກ​ມາ ຂອງ​ເງິນ​ທຶນ ​ລະຫວ່າງ 100 ຫາ 200 ຕື້ດອນ​ລາ.

XS
SM
MD
LG