ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ເຈົ້າ​ໜ້າ​ທີ່​ເນ​ເທີ​ແລ​ນ ​ກັບ​ຄືນ​ໄປ​ບ່ອນ ຖ້ຽວ​ບິນ​ມາ​ເລ​ເຊຍ ​ຕົກ ຢູ່​ໃນຢູ​ເຄຣນ


ສະມາຊິກທີມສືບສວນ ຄົນນຶ່ງຂອງເນເທີແລນ ກຳລັງຊອກຄົ້ນຫາ ສິ່ງຂອງ ຢູ່ບ່ອນເຮືອບິນຕົກ.
ສະມາຊິກທີມສືບສວນ ຄົນນຶ່ງຂອງເນເທີແລນ ກຳລັງຊອກຄົ້ນຫາ ສິ່ງຂອງ ຢູ່ບ່ອນເຮືອບິນຕົກ.

ໃນ​ວັນ​ຈັນ​ວານ​ນີ້ ບັນດາ​ເຈົ້າ​ໜ້າ​ທີ່​ເນ​ເທີ​ແລ​ນ ​ໄດ້ພາກັນ​ກັບ​
ຄືນ​ໄປ​ບ່ອນທີ່ ຖ້ຽວ​ບິນທີ 17 ຂອງສາຍ​ການ​ບິນ​ມາ​ເລ​ເຊຍ ​
ຕົກ ຢູ່​ພາກ​ຕາ​ເວັນ​ອອກ​ຂອງຢູ​ເຄຣນ ​ເພື່ອ​ພະຍາຍາມ​ອີກ​
ເທື່ອ​ໃໝ່ ຊອກ​ຫາ​ຊາກ​ສົບຄົນ ​ແລະ​ເຄື່ອງຂອງ​ຕ່າງໆ​ຂອງ​
ຜູ້​ໂດນສານ ​ເກືອບ ​300 ຮ້ອຍ​ຄົນ ​ທີ່​ໄດ້ເສຍ​ຊີວິດ​ນຳເຮືອ
ບິນ​ຕົກນັ້ນ.

ຜູ້​ສັງ​ເກດ​ການ​ສີ່​ຄົນ ​ຈາກ​ເນ​ເທີ​ແລນ ​ໄດ້ໄປ​ສົມທົບ​ກັບບັນ
ດາ​ຜູ້ຕາງໜ້າ​ຈາກ ອົງການ​ຄວາມ​ໝັ້ນຄົງແລະ​ການ​ຮ່ວມ​ມື
ຢູ​ໂຣບ (OSCE) ສັງ​ເກດການ​ເບິ່ງ ບັນດາ​ພະນັກງານ​ສຸກ
​ເສີນ​ຢູ​ເຄຣນ ​ເຮັດ​ວຽກ​ໃນ​ວັນ​ຈັນ​ວານ​ນີ້ ​ໃນ​ຂະນະ​ທີ່​ເຂົາ
​ເຈົ້າ​ພາກັນເກັບ​ກູ້ ເອົາ​ໝັງ​ສື​ຜ່ານ​ແດນ ເຄຶ່ອງນຸ່ງ ​ເຄື່ອງ​ຫລີ້ນ​ເດັກນ້ອຍ ​ແລະ​ສິ່ງ​ຂອງ​
ອື່ນໆ​ຈາກ​ຊາກ​ເຮືອບິນ.

ບັນດານັກ​ສື​ບສວນ​ຈາກເນ​ເທີ​ແລນ ​ໄດ້​ຢຸດ​ການ​ຊອກ​ຄົ້ນ​ຫາ​ຂອງ​ເຂົາ​ເຈົ້າຢູ່​ໃນ​ບໍລິ​ເວນ
​ເມື່ອຕົ້ນ​ເດືອນ​ສິງຫາ ຍ້ອນ​ມີ​ການ​ປະ​ທະ​ກັນຢູ່​ໃກ້ໆ​ນັ້ນ ລ​ະຫວ່າງ ພວກ​ກະບົດ​ແບ່ງ​ແຍກ
​ດິນ​ແດນ​ນິຍົມຣັດ​ເຊຍ ​ແລະ​ກຳ​ລັງຂອງ​ຢູ​ເຄຣນ. ໃນ​ວັນ​ຈັນ​ວານ​ນີ້ ​ເຖິງ​ແມ່ນ​ມີ​ການ​ຢຸດ​ຍິງ
ຢູ່​ໃນ​ເຂດນັ້ນ​ກໍ​ຕາມ ແຕ່​ກໍ​ຍັງ​ໄດ້​ຍິນສຽງປືນ​ຍິງ​ໃສ່​ກັນຢູ່ ​ໃນ​ຂະນະ​ທີ່​ບັນດາ​ນັກ​ສືບສວນ​
ຊອກຄົ້ນ​ຫາຢູ່​ບ່ອນ​ເຮືອບິນ​ຕົກ​.

​ເຮືອບິນ​ໄດ້​ຖືກ​ຍິງ​ຕົກ​ໃນ​ວັນ​ທີ່ 17 ​ເດືອນ​ກໍລະ​ກົດ ​ໃນ​ຂະນະ​ທີ່​ບິນ​ຜ່ານ​ເຂດ​ທີ່ ພວກ​ກະ
ບົດຄອບ​ຄຸມ ຢູ່​ໃນ​ຢູ​ເຄຣນ​ໃນ​ລະຫວ່າງເດີນທາງຈາກ ນະຄອນ Armsterdam ​ໄປ​ຫາ
Kuala Lumpur.

ສອງ​ສ່ວນ​ສາ​ມຂອງ​ຜູ້​ໂດຍສານ ແລະຈຸ​ບິນ 298 ຄົນ ​ຢູ່​ໃນ​ຖ້ຽວບິນ MH17 ​ແມ່ນຄົນ​ສັນ
ຊາດ​ເນ​ເທີ​ແລນ.

​ຜົນ​ການ​ສືບສວນ​ຂັ້ນ​ຕົ້ນ​ສ​ະ​ແດງ​ໃຫ້​ເຫັນ​ວ່າ ​ເຮືອບິນ​ໄດ້​ຖືກ​ຍິງ​ ​ໂດຍລູກ​ສອນ​ໄຟຕໍ່​ຕ້ານ​
ເຮືອ​ບິນ. ມົສກູ ​ແລະ​ Kyiv ​ໄດ້​ຖິ້ມ​ໂທດ​ໃສ່​ກັນ​ແລະ​ກັນວ່າ ​ເປັນ​ຝ່າຍ​ທຳ​ການໂຈມ​ຕີດັ່ງກ່າວ.

UKRAINE FLIGHT MH17 VO - 14-10-14
please wait

No media source currently available

0:00 0:01:08 0:00

XS
SM
MD
LG