ອົງການບໍລິການໆລົງທຶນ Moody ກ່າວວ່າ ຕົນໄດ້ຕັດຄະແນນຄວາມໜ້າເຊື່ອຖືດ້ານການ
ເງິນຂອງທະນາຄານ Netherland 5 ທະນາຄານ ແລະມີທ່າທາງວ່າສະພາບຄວາມຍຸ່ງຍາກ
ລໍາບາກຂອງບັນດາທະນະຄານຢູ່ໃນ Netherland ຈະດໍາເນີນຕໍ່ໄປຕະຫລອດປີນີ້ແລະບາງ
ທີອາດຈະດົນກວ່ານັ້ນ.
ອົງການບໍລິການໆລົງທຶນ Moody ກ່າວຢູ່ໃນຖະແຫລງການສະບັບນຶ່ງວ່າ ທະນາຄານທີ່
ໄດ້ຮັບຜົນກະທົບໃນຄັ້ງນີ້ແມ່ນຮວມທັງທະນາຄານ ING ແລະ ABN AMRO ທີ່ຄະແນນ
ຄວາມໜ້າເຊື່ອຖື ໄດ້ຖືກຕັດລົງສອງຂັ້ນເປັນ A2. ທະນາຄານ ING ໄດ້ຖືກຈັດໄວ້ວ່າ ຈະມີ
ການລຸບທຶນໃນອະນາຄົດ.
ອົງການ Moody ຍັງກ່າວອີກວ່າ ມີທ່າທາງວ່າການເຮັດທຸລະກິດຍັງຄົງຈະປະສົບກັບຄວາມ
ຍຸ່ງຍາກລໍາບາກຍ້ອນລາຄາເຮືອນໄດ້ຕົກຕໍ່າລົງໃນ Netherland ແລະວິກິດການໜີ້ສີນຂອງ
ຢູໂຣບ.
ເດືອນແລ້ວນີ້ອົງການໆລົງທຶນ Moody’s ກໍໄດ້ຫຼຸດຄະແນນຄວາມໜ້າເຊື່ອຖືໃນການຈ່າຍ
ໜີ້ສິນຂອງ 16 ທະນາຄານ ໃນປະເທດສະເປນແຕ່ນຶ່ງຫາສາມຂັ້ນ ໂດຍອ້າງເຫດຜົນຂອງ
ການຊັກຊ້້າທາງເສດຖະກິດ ທີ່ຍັງດຳເນີນຢູ່ຕໍ່ມາ ແລະໄດ້ຕັດຄະແນນຄວາມໜ້າເຊື່ອຖືດ້ານ
ການເງິນຂອງລັດຖະບານສະເປນ.