ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງການ ເນເທີແລນ ພວມຊອກຫາ ເຈຕະນາ ຢູ່ເບື້ອງຫຼັງ ການຍິງສັງຫານໝູ່


ບັນດາເຈົ້າໜ້າທີ່ຕຳຫຼວດ ເນເທີແລນ ເຫັນໄດ້ ກຳລັງມຸ້ງໜ້າໄປຍັງຈຸດເກີດການຍິງສັງຫານໝູ່ ໃນເມືອງ ອູເທຣັຈ໌ (Utrecht) ຂອງເນເທີແລນ, ວັນທີ 18 ມີນາ 2019.
ບັນດາເຈົ້າໜ້າທີ່ຕຳຫຼວດ ເນເທີແລນ ເຫັນໄດ້ ກຳລັງມຸ້ງໜ້າໄປຍັງຈຸດເກີດການຍິງສັງຫານໝູ່ ໃນເມືອງ ອູເທຣັຈ໌ (Utrecht) ຂອງເນເທີແລນ, ວັນທີ 18 ມີນາ 2019.

ບັນດາເຈົ້າໜ້າທີ່ຂອງປະເທດເນເທີແລນ ໃນວັນອັງຄານມື້ນີ້ ໄດ້​ເຮັດ​ວຽກເພື່ອ ຊອກຫາ
ເຈດຕະນາ ​ທີ່ຢູ່ເບື້ອງຫລັງຂອງການຍິງສັງຫານໝູ່ ຢູ່ເຖິງລົດລາງແຫ່ງນຶ່ງ ໃນເມືອງ
ອູເທຣັຈ໌ (Utrecht) ທີ່ໄດ້ເຮັດໃຫ້ 3 ຄົນເສຍຊີວິດ ແລະ ອີກ 5 ຄົນ ໄດ້ຮັບບາດເຈັບ.

ບໍ່ເທົ່າໃດຊົ່ວໂມງຫຼັງຈາກເຫດການໄດ້ເກີດຂຶ້ນ ໃນວັນຈັນວານນີ້ ເຈົ້າໜ້າທີ່ຕຳຫຼວດ
ຂອງເນເທີແລນ ສາມາດຈັບກຸມຜູ້ຕ້ອງສົງໄສຄົນນຶ່ງໄດ້ ທີ່ຖືກລະບຸໂຕວ່າແມ່ນ ທ້າວ
ກອກເມັນ ທານິສ ຜູ້ທີ່ເກີດຢູ່ປະເທດເທີກີ ອາຍຸ 37 ປີ.

ນາຍົກລັດຖະມົນຕີ ເນເທີແລນ ທ່ານ ມາກຄ໌ ຣູດຕ໌ ໄດ້ກ່າວວ່າ ການໂຈມຕີກໍ່ການຮ້າຍ
“ບໍ່ສາມາດໄດ້​ຮັບ​ການຍົກເວັ້ນ” ໃນຂະນະດຽວກັນ ອານາໂດລູ ອົງການຂ່າວຂອງ
ເທີກີ ໄດ້ລາຍງານວ່າ ຍາດຕິພີ່ນ້ອງຂອງທ້າວທານິສ ຢູ່ໃນເທີກີ ໄດ້ກ່າວວ່າ ການຍິງ
ສັງຫານດັ່ງກ່າວ ເປັນສ່ວນນຶ່ງຂອງການຂັດແຍ້ງກັນ ພາຍໃນຄອບຄົວ.

ໄອຍະການໃນທ້ອງຖິ່ນ ໄດ້ກ່າວວ່າ ຜູ້ຕ້ອງສົງໄສເຄີຍຖືກຈັບກຸມມາກ່ອນ ຢູ່ໃນ
ເນເທີແລນ ແຕ່ບໍ່ໄດ້ໃຫ້ລາຍລະອຽດໃດໆຕື່ມອີກ.

ການຮັກສາຄວາມປອດໄພ ໄດ້ມີ​ເພີ້ມຂຶ້ນ ຢູ່​ທີ່ສະໜາມບິນແຫ່ງຕ່າງໆ ພ້ອມກັບວັດ
ອິສລາມຫຼາຍແຫ່ງນຳດ້ວຍ. ສ່ວນໂຮງຮຽນທັງຫຼາຍຢູ່ໃນເມືອງ ອູເທຣັຈ໌ ກໍ ໄດ້ຖືກປິດ
ໄວ້ ແລະ ພ​ວ​ກ​ປະ​ຊາ​ຊົນ ກໍໄດ້ຖືກແນະນຳ ໃຫ້ຢູ່ພາຍໃນເຮືອນ.

ພັກນການເມືອງຕ່າງໆ ໄດ້ໂຈະການໂຄສະນາຫາສຽງ ສຳລັບການເລືອກຕັ້ງລະດັບ
ແຂວງ ທີ່ໄດ້ກຳນົດໃສ່ ວັນພຸດມື້ອື່ນນີ້ ຊຶ່ງຍັງຈະກຳນົດ ​ສ່ວນປະກອບ ​ໃນສະພາສູງ
ຂອງເນເທີແລນນຳດ້ວຍ.

ເມືອງ ອູເທຣັຈ໌ ເປັນເມືອງໃຫຍ່ທີ່ສຸດ ອັນດັບສີ່ໃນເນເທີແລນ ຊຶ່ງເປັນ​ທີ່ຮູ້ຈັກກັນດີ
ສຳລັບຄອງນ້ຳ ແລະປະຊາກອນຈຳນວນຫຼວງຫຼາຍ ທີ່ເປັນນັກສຶກສາ. ຄວາມຮຸນແຮງ
ຈາກປືນ ໃນເມືອງນີ້ ແມ່ນບໍ່ຄ່ອຍເກີດຂຶ້ນເລີຍ ແມ່ນແຕ່ໃນທົ່ວປະເທດເນເທີແລນ
ແຫ່ງນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG