ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໂອ້ລົມ ທາງໂທລະພາບ ຂອງ ປ. ໂອບາມາ​ ແມ່ນແນໃສ່ ສະມາຄົມປືນຍາວ


Obama Guns Town Hall
please wait
Embed

No media source currently available

0:00 0:01:14 0:00

ບໍ່​ເທົ່າ​ໃດ​ມື້ຫລັງ​ຈາກ​ໄດ້​ມີ​ການ​ປະກາດ​ກ່ຽວ​ກັບ​ການ​ເອົາ​ມາດ​
ຕະການ ​ຂອງ​ຝ່າຍບໍລິຫານ​ ທີ່​ແນ​ໃສ່​ ເພື່ອ​ຫລຸດຜ່ອນ ການ​ກໍ່​
ຄວາມ​ຮຸນ​ແຮງ​ດ້ວຍ​ອາວຸດ​ປືນ​ແລ້ວປະທານາທິບໍດີ​ສະຫະລັດ
ທ່ານ​ບາຣັກ ​ໂອ​ບາ​ມາ​ກໍ​ໄດ້​ພົບ​ປະ​ໂອ້​ລົມ​ກັບ​ປະຊາຊົນໃນວັນ
ພະຫັດ​ວານນີ້​ ບ່ອນ​ທີ່​ທ່ານ ​ໄດ້​ກ່າວ​ໂຈມ​ຕີ ​ກຸ່ມ​ປົກ​ປ້ອງ​ ສິດທິ​
ຂອງພວກ​ມີ​ສິດ​ຖືປືນ ​ທີ່​ໃຫຍ່​ທີ່​ສຸດ​ຢູ່​ໃນ​ສະຫະລັດ.

​ໃນ​ລະຫວ່າງ​ການ​ພົບ​ປະ​ໂອ້​ລົມ ​ເປັນ​ເວລາ​ນຶ່ງ​ຊົ່ວ​ໂມງ ​ຂອງ
​ລາຍການ​ໂທລະພາບ CNN ນັ້ນທ່ານ​ໂອ​ບາ​ມາ​ ​ໄດ້​ກ່າວ​ຫາ
​ສະມາຄົມ​ປືນ​ຍາວ​ແຫ່ງ​ຊາດ ຫຼື NRA ວ່າ ​ໄດ້​ທຳ​ການ​ກົດ​ດັນ
​ຕໍ່​ລັດຖະສະພາ ແລະ​ກ່າວ​ວ່າ ອົງການ​ດັ່ງກ່າ ວ​ໄດ້​ຖື​ໂອກາດ
ທຳການສົມຮູ້​ຮ່ວມ​ຄິດທີ່ກ່າວວ່າ ​ລັດຖະບານ​ກາງ​ພະຍາຍາມ ​ທີ່​ຈະຍຶດ​ເອົາ​ອາວຸດ​ ຂອງ​
ພວກ​ເຂົາ​ເຈົ້ານັ້ນ.

ປະທານາທິບໍດີ​ໂອ​ບາ​ມາ ກ່າວ​ວ່າ ອົງການ NRA ​ໄດ້​ເຮັດ​ໃຫ້​ສະມາຊິກ​ຂອງ​ຕົນ​ຫລາ​ຍໆ​
ຄົນ​ເຊື່ືອໝັ້ນວ່າ ບາງ​ຄົນ ພວມ​ຈະ​ມາ​ຍຶດ​ເອົາ​ປືນ​ຂອງ​ທ່ານ ຊຶ່ງ​ທີ່​ຈິງ​ແລ້ວ​ ມັນ​ເປັນ​ຜົນ​ປະ​
ໂຫຍ​ດສຳລັບ​ບໍລິສັດ​ຜູ້​ຜະລິດ​ປືນ.​ ມັນ​ເປັນ​ກົນ​ໄກໃນ​ການ​ໂຄສະນາ​ທີ່​ຍິ່ງ​ໃຫຍ່.

ການ​ພົບ​ປະ ​ໂອ້​ລົມ​ດັ່ງກ່າວ​ນີ້ ​ຈັດ​ຂຶ້ນທີ່​ມະຫາວິທະຍາ​ໄລ George Mason ບໍ່​ຮອດ​ຫ້າ​
ຫຼັກ​ກິ​ໂລ​ແມັດ​ ຫ່າງ​ຈາກ​ສຳນັກງານ​ໃຫຍ່​ແຫ່ງ​ຊາດຂອງ​ອົງການ NRA ທີ່​ຕັ້ງຢູ່​ໃນລັດ​ເວີ​
ຈີ​ເນຍ ຊຶ່ງ​ເປັນ​ເຂດ​ຊານ​ເມືອງຂອງ​ນະຄອນຫຼວງວໍ​ຊິງ​ຕັນ.​ ກຸ່ມດັ່ງກ່າວ​ນີ້ ​ໄດ້​ປະຕິ​ເສດ​ຕໍ່​
ຄຳ​ເຊື້ອ​ເຊີນ ​ໃຫ້​ໄປ​ຮ່ວມ​ການ​ພົບ​ປະ​ໂອ້​ລົມ​ດັ່ງກ່າວ.

ປະທານາທິບໍດີ​ໂອ​ບາ​ມາ ກ່າວ​ວ່າ​ ມັນ​ມີ​ເຫດຜົນ​ທີ່​ວ່າ ​ເປັນ​ຫຍັງ ​ອົງການ NRA ຈຶ່ງ​ບໍ່​ມາ​
ຮ່ວມ. ພວກ​ເຂົາ​ເຈົ້າຢູ່​ບໍ່​ໄກ ພຽງແຕ່ໄປຕາມທາງ​ເສັ້ນນີ້.​ ​ແລະ​ໃນ​ເມື່ອນີ້​ແມ່ນ​ເຫດຜົນ​ສຳ
ຄັນ​ທີ່​ພວກ​ເຂົາ​ເຈົ້າຄົງ​ໂຕ​ຢູ່​ ທ່ານຄິດ​ບໍ່​ວ່າ​ເຂົາ​ເຈົ້າຈະ​ກະກຽມ​ເຂົ້າຮ່ວມ​ການໂຕ້​ວາທີ​ກັບ​
ປະທານາທິບໍດີ.

Obama Aims to Stir Gun Debate, Put Pressure on Congress
please wait

No media source currently available

0:00 0:02:16 0:00

XS
SM
MD
LG