ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍພົນ Dunford ກ່າວວ່າ ວຽກງານຂອງ Google ກັບປະເທດຈີນ ເປັນການທ້າທາຍ ຕໍ່ການທະຫານ ຂອງ ສະຫະລັດ


ປະທານເສນາທິການຮ່ວມ ຂອງ ສຫລ ນາຍພົນ Joseph Dunford ເຂົ້າຮ່ວມກອງປະຊຸມ ຂອງສະພາອະວະກາດ
ແຫ່ງຊາດ ຢູ່ໃນຫ້ອງທິດຕາເວັນອອກ ຂອງທຳນຽບຂາວ ໃນວໍຊິງຕັນ ວັນທີ 18 ມິຖຸນາ 2018.
ປະທານເສນາທິການຮ່ວມ ຂອງ ສຫລ ນາຍພົນ Joseph Dunford ເຂົ້າຮ່ວມກອງປະຊຸມ ຂອງສະພາອະວະກາດ ແຫ່ງຊາດ ຢູ່ໃນຫ້ອງທິດຕາເວັນອອກ ຂອງທຳນຽບຂາວ ໃນວໍຊິງຕັນ ວັນທີ 18 ມິຖຸນາ 2018.

ເຈົ້າໜ້າທີ່ຂັ້ນສູງທາງທະຫານຂອງສະຫະລັດ ບໍ່ພໍໃຈກັບບໍລິສັດເທັກໂນ ໂລຈີຍັກ
ໃຫຍ່ Google ຂອງສະຫະລັດໃນການລົງທຶນດ້ານປັນຍາປະດິດ​ຫຼື AI ໃນປະເທດ
ຈີນ. ນາຍພົນ Joseph Dunford ປະທານເສນາທິການຮ່ວມ ໄດ້ ເວົ້າໃນວັນອັງຄານ
ແລ້ວນີ້ວ່າ ວຽກງານຂອງ Google ສ້າງຜົນປະໂຫຍດໂດຍ ທາງອ້ອມ ໃຫ້ແກ່ທາງ
ການທະຫານ ຂອງຈີນ.” ສ່ວນຜູ້ຕາງໜ້າຂອງ Google ກໍໄດ້ ບອກ ວີໂອເອວ່າ ບໍລິ
ສັດຂອງຕົນ “ມີພັນທະ ທີ່ຈະສືບຕໍ່ເປັນພາຄີ ກັບ ລັດຖະບານສະຫະລັດລວມທັງດ້ານ
ການທະຫານທັງໃນໂຄງການສະເພາະເຈາະ ຈົງແລະນະໂຍບາຍຢ່າງກວ້າງໆກ່ຽວ​
ກັບ AI ທີ່ສອດຄ່ອງກັບຫລັກການ ຂອງ ພວກເຮົາ.” ນັກຂ່າວວີໂອເອປະຈຳທຳນຽບ
ຫ້າແຈແພນຕາກອນ Carla Babb ມີລາຍລະອຽດ ດັ່ງສາລີຈະນຳສະເໜີທ່ານ ໃນ
ອັນດັບຕໍ່ໄປ.

ເປັນທີ່ສັງເກດໄດ້ວ່າ ນາຍພົນ Joseph Dunford ເກີດຄວາມບໍ່ພໍໃຈ ເວລາເພິ່ນກ່າວ ໃນວັນພະຫັດ ໃນເຫດການດ້ານຄວາມປອດໄພ ໃນນະຄອນ ຫລວງວໍຊິງຕັນ. ເຫດ
ຜົນກໍຄືເລື້ອງ Google. ບໍລິສັດດ່ັງກ່າວເວົ້າວ່າ ຕົນຈະ ບໍ່ຕໍ່ສັນຍາ ກັບແພນຕາກອນ ທີ່
ພົວພັນກັບການໃຊ້ປັນຍາປະດິດ ເພື່ອວິເຄາະ ວີດິໂອທີ່ບັນທຶກຮູບໂດຣນ. ແຕ່ຈະ
ດຳເນີນການຄົ້ນຄວ້າກ່ຽວກັບ AI ຢູ່ໃນປະ ເທດຈີນ. ນາຍພົນ Joseph Dunford ກ່າວ
ວ່າ: “ຜົນປະໂຫຍດ ຂອງການລົງທຶນດັ່ງກ່າວ ສຳລັບປັນຍາປະດິດ ໃນປະເທດຈີນ ແມ່ນ
ເປັນນຶ່ງໃນບັນດາການລົງທຶນຫລາຍໆຢ່າງຂອງບໍລິສັດພວກເຮົາ ທີ່ຢູ່ຫັ້ນ ໃຫ້ຜົນປໂຫຍດ ໂດຍທາງອ້ອມ ແກ່ການທະຫານຂອງຈີນ ທັງສ້າງໃຫ້ມີການ ທ້າທາຍແກ່ພວກເຮົາໃນ
ການຮັກສາໄວ້ ໃນດ້ານຜົນປໂຫຍດດ້ານການແຂ່ງຂັນ.

ປະເທດຈີນເປັນປະເທດມະຫາອຳນາດຄູ່ແຂ່ງລາຍໃຫຍ່ຂອງ ສະຫະລັດ. ລັດ ຖະບານ
ຂອງທ່ານທຣຳ ຍັງໄດ້ປັບປຸງຍຸທະສາດ​ແຫ່ງ​ຊາດໃນດ້ານການປ້ອງກັນ​ປະ​ເທດເມື່ອປີ
ກາຍນີ້ ເພື່ອເຮັດໃຫ້ການບົວລະບັດຮັກສາຜົນປະໂຫຍດທາງດ້ານ ທະຫານໃຫ້ຢູ່ເໜືອ
ປະເທດຈີນ ແລະຣັດເຊຍ ໂດຍຖືວ່າ ເປັນບຸລິມະສິດຂັ້ນສູງ ສຸດ.

ເພາະສະນັ້ນຈຶ່ງວ່າ ນາຍພົນ Dunford ພົບເຫັນວ່າ ວຽກງານຂອງ Google ເປັນບັນ
ຫາ. ເພິ່ນເວົ້າວ່າ ຕາມທຳມະດາແລ້ວ ພວກຈີນຈະໃຫ້ພວກບໍລິສັດທີ່ມີ ທຸລະກິດຢູ່ຈີນ ໃຫ້ມີພວກສະມາຊິກຂອງພັກຄອມມິວນິສ ມາປະຈຳຢູ່ໃນບໍລິສັດ ນຳ.

ທ່ານ Dunford ກ່າວວ່າ: “ນັ້ນແຫລະ ມັນຈະນຳໄປສູ່ຊັບສິນດ້ານປັນຍາຈາກບໍລິສັດ
ນັ້ນ ເພື່ອໃຫ້ນຳໄປສູ່ ທາງການທະຫານຂອງຈີນ. ມັນເປັນຄວາມແຕກຕ່າງ ທີ່ເຮົາບໍ່
ມອງເຫັນຄວາມ ແຕກຕ່າງລະຫວ່າງພັກຄອມມິວນິສຈີນ ກັບລັດຖະບານ ແລະທາງ
ການທະຫານ ຈີນ.

ທ່ານໄດ້ເຕືອນວ່າ ການລົງທຶນຂອງ Google ໃນປະເທດຈີນໃນທີ່ສຸດແມ່ນເຮັດ ໄປ
ຫຼາຍກວ່າ ເພື່ອທຳຄວາມກ້າວໜ້າໃຫ້ AI. ມັນຈະປ່ອຍໃຫ້ຈີນໄດ້ປຽບສະຫະ ລັດ ໃນ
ດ້ານເທັກໂນໂລຈີ ແລະຊ່ອຍໃຫ້ລັດຖະບານທີ່ຜູກຂາດອຳນາດຄວບຄຸມ ປະຊາຊົນ
ຂອງຕົນຫລາຍຂຶ້ນ. ທ່ານ Dunford ກ່າວວ່າ: “ພວກເຮົາບໍ່ຄວນຄິດແຕ່ວ່າມັນເປັນ
ເລື້ອງທຸລະກິດເທົ່ານັ້ນ ເວລາພວກເຮົາເຮັດ ທຸລະກິດຢູ່ປະເທດຈີນ.”

ນາຍພົນທະຫານຂັ້ນສູງສຸດຂອງສະຫະລັດ ມີແຜນການວ່າ ຈະພົບປະກັບພວກ ຜູ້ຕາງ
ໜ້າຂອງ Google ໃນອາທິດໜ້າ ເພື່ອສົນທະນາຫາລືກັນ ເລື້ອງຄວາມ ເປັນຫ່ວງເຫລົ່ານີ້.

ເຊີນອ່ານເລື້ອງນີ້ຕື່ມເປັນພາສາອັງກິດ

XS
SM
MD
LG