ປະທານເສນາທິການຮ່ວມ ຂອງກອງທັບສະຫະລັດ ກ່າວວ່າ ບັນດາຄອບຄົວຂອງ
ທະຫານສະຫະລັດ 4 ຄົນ ທີ່ໄດ້ເສຍຊີວິດ ຢູ່ໃນປະເທດໄນເຈີ ຄວນຈະໄດ້ຮູ້ຜົນການ
ສືບສວນຢ່າງວ່ອງໄວ ແລະຖືກຕ້ອງ.
ນາຍພົນທະຫານມາຣີນ ທ່ານ Joseph Dunford ໄດ້ກ່າວຕໍ່ບັນດານັກຂ່າວໃນວັນ
ຈັນວານນີ້ ໃນຂະນະທີ່ລັດຖະບານທ່ານທຣໍາຊອກຫາຊ່ອງທາງເພື່ອຈະ ຄວາມກະ
ຈ່າງແຈ້ງ ຕໍ່ລາຍລະອຽດທີ່ຍັງບໍ່ຄ່ອຍແຈ້ງຂາວວ່າແມ່ນຫຍັງໄດ້ເກີດຂຶ້ນ ໃນລະ
ຫວ່າງການປະຕິບັດງານເມື່ອວັນທີ 3 ເດືອນຕຸລາທີ່ຜ່ານມາ.
ນາຍພົນ Dunford ຮັບຮູ້ວ່າ ມີຫລາຍໆຄຳຖາມທີ່ຍັງບໍ່ທັນໄດ້ຮັບຄຳຕອບ ແລະແມ່ນ
ແຕ່ທຳນຽບຫ້າແຈ ກໍຍັງບໍ່ຮູ້ວ່າແມ່ນຫຍັງເກີດຂຶ້ນແທ້ໆແລະເປັນດ້ວຍເຫດໃດ. ທ່ານ
ກ່າວວ່າ ການສືບສວນນີ້ ແມ່ນແນໃສ່ເພື່ອຖອດຖອນບົດຮຽນ.
ນາຍພົນ Dunford ກ່າວວ່າ ການຊັ່ງຊາຂັ້ນຕົ້ນແມ່ນວ່າ ກຳລັງສະຫະລັດຖືກດັກສະ
ກັດໂຈມຕີ ໂດຍພວກນັກລົບຊົນເຜົ່າໃນທ້ອງຖິ່ນ ທີ່ເປັນເຄືອຂ່າຍຂອງກຸ່ມລັດອິສລາມ.
ຄຳຖາມ ທີ່ຍັງບໍ່ທັນໄດ້ຮັບຄຳຕອບກໍຄືວ່າເປັນຫຍັງຈຶ່ງໃຊ້ເວລາເຖິງນຶ່ງຊົ່ວໂມງທີ່ກຳ
ລັງສະຫະລັດ ຈຶ່ງຮ້ອງຫາການສະໜັບສະໜູນ ຫລັງຈາກເຂົາເຈົ້າໄດ້ປະເຊີນໜ້າເທື່ອ
ທຳອິດກັບສັດຕູແລະເປັນຫຍັງຈຶ່ງໃຊ້ເວລາອີກນຶ່ງຊົ່ວໂມງເຮືອບິນລົບຂອງຝຣັ່ງຈຶ່ງ
ມາປາກົດໂຕ.
ນາຍພົນ Dunford ກ່າວວ່າ “ຂ້າພະເຈົ້າບໍ່ຢາກລົງຄວາມເຫັນເທື່ອວ່າ ເປັນ ຫຍັງເຂົາ
ເຈົ້າຈຶ່ງໃຊ້ເວລາດົນແທ້ໃນການຮ້ອງາຂໍການສະໜັບສະໜູນ. ຂ້າພະເຈົ້າບໍ່ຮູ້ວ່າ ເຂົາ
ເຈົ້າຄິດຢ່າງໃດ ກ່ຽວກັບຄວາມຈຳເປັນໃນການຂໍການສະໜັບ ສະໜູນຂອງເຂົາເຈົ້າ
ກ່ອນເວລານັ້ນ ຂ້າພະເຈົ້າບໍ່ຮູ້ວ່າ ການໂຈມຈີນີ້ເກີດຂຶ້ນຢ່າງໃດ. ຂ້າພະເຈົ້າບໍ່ຮູ້ວ່າ
ການຊັ່ງຊາຂັ້ນຕົ້ນໄດ້ເປັນຢ່າງໃດ ທີ່ເຂົາເຈົ້າໄດ້ປະເຊີນໜ້າຢູ່.”
ນາຍພົນ Dunford ຍັງກ່າວວ່າ ພາຍໃຕ້ກົດລະບຽບຂອງການສູ້ລົບຢູ່ໃນປະເທດໄນເຈີ
ແລ້ວ ກຳລັງສະຫະລັດ ພຽງແຕ່ຕິດຕາມກຳລັງໄນເຈີ ເວລາໃດທີ່“ໂອກາດການຕໍ່ສູ້ກັບ
ສັດຕູອາດ ບໍ່ມີທ່າທາງວ່າຈະເກີດຂຶ້ນ.”
ຄຳຖາມອື່ນໆອີກທີ່ຕ້ອງການສືບສວນຢ່າງລະອຽດແມ່ນຮວມທັງວ່າ ສະຫະລັດມີການ
ສືບລັບ ແລະການຊັ່ງຊາທີ່ແນ່ນອນກ່ຽວກັບການຂົ່ມຂູ່ຢູ່ໃນເຂດດັ່ງກ່າວ ແລະເປັນຫຍັງ
ຈຶ່ງໃຊ້ເວລາສອງມື້ ຈຶ່ງສາມາດພົບເຫັນສົບຂອງສິບເອກ La David Johnson.
ນາຍພົນ Dunford ກ່າວວ່າ ທ່ານຈະຕ້ອງໄດ້ເພີ້ມຄວາມພະຍາຍາມຂອງທ່ານຂຶ້ນ
ເປັນ “ສອງເທົ່າ” ເພື່ອໃຫ້ໄດ້ຄໍາຕອບຕໍ່ລັດຖະສະພາ ແລະຄອບຄົວສິບເອກ Jonson.
ທ່ານຍັງໄດ້ໃຫ້ຄຳໝັ້ນສັນຍາ ທີ່ຈະສຶກສາເບິ່ງ ການອ້າງຂອງນາງ ໝ້າຍ Johnson
ຄືຍານາງ Myeshia ທີ່ວ່າ ຍານາງໄດ້ຖືກປະຕິເສດບໍ່ອະນຸ ຍາດ ໃຫ້ເບິ່ງສົບສາມີ
ຂອງຍານາງຢູ່ໃນຫີບໄດ້.