ການຕໍ່ສູ້ ກ່ຽວກັບວ່າ ແມ່ນຜູ້ໃດຈະເປັນຜູ້ກຳກັບນຳຫ້ອງການຂອງລັດຖະບານທີ່ເກີດ
ຂຶ້ນ ໃນວໍຊີງຕັນ ໃນວັນຈັນວານນີ້ ທີ່ພົວພັນກັບການສົ່ງອີແມລ ການຟ້ອງຮ້ອງ ແລະ
ຂະໜົມໂດນັດຟຣີ ນັ້ນ.
ຫົວໜ້າງົບປະມານຂອງທຳນຽບຂາວ ທ່ານ ມິຄ ໂມລວານີ ແລະເຈົ້າໜ້າທີ່ຂອງລັດຖະ
ບານ ທ່ານໂອບາມາ ທ່ານນາງ ລີນດຣາ ອິງກລິສ ຊຶ່ງທັງສອງໄດ້ກ່າວວ່າ ພວກທ່ານ
ຕ່າງກໍແມ່ນຮັກສາການຜູ້ອຳນວຍການຮັກສາການຊົ່ວຄາວຂອງອົງການຄຸ້ມຄອງ
ການເງິນຂອງຜູ້ບໍລິໂພກ ແລະທັງສອງຕ່າງກໍໄປມີໜ້າໃນຕຳແໜ່ງ ໃນວັນຈັນວານນີ້
ເພື່ອຮັບໜ້າທີ່ ໃນວຽກດຽວກັນນັ້ນ.
ທ່ານນາງ ອິງກລິສ ຮອງອຳນວຍການຂອງອົງການດັ່ງກ່າວ ແມ່ນໄດ້ຍິນດີຕ້ອນຮັບ
ພວກພະນັກງານທັງຫຼາຍ ຫຼັງຈາກວັນພັກເທດສະການຂອບຄຸນພະເຈົ້າ ຫຼືແທງສກີບ
ວິງ.
ທ່ານໂມລວານີ ແມ່ນໄດ້ສົ່ງອີແມລໄປໃຫ້ພວກພະນັກງານທັງຫຼາຍບອກພວກເຂົາເຈົ້າ
ວ່າ ຢ່າເອົາຫົວຊາຕໍ່ອີແມລ ຂອງ ທ່ານນາງ ອິງກລິສ ໃຫ້ສົ່ງໄປໃຫ້ ຫ້ອງການທາງກົດ
ໝາຍ ແລະມາຫາຫ້ອງການຂອງທ່ານເພື່ອກິນຂະໜົມໂດນັດຟຣີ.
ທ່ານນາງ ອິງກລິສ ໄດ້ຟ້ອງຮ້ອງທ່ານໂມລວານີ ໂດຍໂຕ້ຖຽງວ່າ ວຽກດັ່ງກ່າວ ຄວນເປັນ
ຂອງທ່ານນາງ.
ທຳນຽບຂາວ ກ່າວວ່່າ ກົດໝາຍນັ້ນລະບຸ “ຢ່າງຈະແຈ້ງແລ້ວວ່າ” ແລະມັນແມ່ນເຂົ້າຂ້າງທາງທ່ານໂມລວານີ. ທ່ານແມ່ນໄດ້ກະທຳໃນບົດບາດໜ້າທີ່ ທີ່ທ່ານກຳກັບ. ຊຶ່ງໄດ້ຕໍ່ຕ້ານ
ການ ໂຈະການຮັບພະນັກງານເປັນເວລາ 30 ວັນ ແລະຕໍ່ຕ້ານກົດລະບຽບການໃໝ່ຕ່າງໆ.
ທ່ານໂມລວານີ ແມ່ນອະດີດເຈົ້າຂອງທຸລະກິດຂະໜາດນ້ອຍ ແລະເປັນສະມາຊິກສະພາ
ຜູ້ຊຶ່ງ ຄັ້ງນຶ່ງເອີ້ນອົງການດັ່ງກ່າວນີ້ ວ່າ “ເປັນຕາເບື່ອໜ່າຍ ແລະໜ້າສົງສານ” ທີ່ເປັນ
ຄຳເວົ້າຫຼິ້ນໆ ທີ່ຄວນຈະຖືກລົບລ້າງນັ້ນ.
“ອົງການດັ່ງກ່າວ ຍັງຈະດຳເນີນເຮັດວຽກ ສືບຕໍ່ໄປ. ຂ່າວລືນອງນັນ ທີ່ວ່າ ຂ້າພະເຈົ້າ
ຈະຈູດເຜົາສະຖານທີ່ນີ້ ຫຼືບໍ່ກໍລະເບີດມັນ ຫຼືບໍ່ ກໍປິດລ໊ອກປະຕູນັ້ນ ແມ່ນວ່າບໍ່ມີ
ຄວາມຈິງ,”ຊຶ່ງທ່ານໂມລວານີ ໄດ້ບອກກັບພວກນັກຂ່າວ ແລະທ່ານຍັງກ່າວຕໍ່ໄປວ່າ
“ຂ້າພະເຈົ້າແມ່ນເປັນສະມາຊິກຂອງສະຖາບັນຝ່າຍບໍລິຫານລັດຖະບານ. ພວກເຮົາ
ແມ່ນຖືກບັນຍັດມາເພື່ອປະຕິບັດລະບຽບກົດໝາຍຂອງສະຫະລັດ.”
ທ່ານນາງ ອິງກລິສ ບໍ່ໄດ້ພົບປະກັບພວກນັໍກຂ່າວ ແຕ່ວ່າ ທ່ານນາງ ໄດ້ພົບປະກັບ
ເຈົ້າໜ້າທີ່ຂັ້ນສູງພັກເດໂທແຄັຣດ ຜູ້ຊຶ່ງມີບົດບາດທີ່ເຜີຍແຜ່ຈຸດປະສົງຂອງອົງການ
ດັ່ງກ່າວນີ້ ກໍຄືສະມາຊິກສະພາສູງຜູ້ນຳ ພັກເດໂມແຄັຣດທ່ານ ຊັກ ຊູມເມີ ແລະສະມາຊິກສະພາສູງຈາກລັດມາຊາຈູເຊັຕ ທ່ານນາງອີລະຊາເບັດທ໌ ວໍເຣັນ.
ການຕໍ່ສູ້ກັນໃນໜ້າທີ່ຕຳແໜ່ງຂອງຫ້ອງການຄຸ້ມຄອງການເງິນຂອງຜູ້ບໍລິໂພກ ແມ່ນ
ອັນໃໝ່ ທີ່ຍັງບໍ່ເດັ່ນ ແຕ່ວ່າ ມັນແມ່ນຫ້ອງການທີ່ສຳຄັນໃນລັດຖະບານກາງ ແມ່ນໄດ້
ມີຂຶ້ນໃນສັບປະດາຜ່ານມານີ້.
ອ່ານຂ່າວນີ້ເພີ່ມຕື່ມເປັນພາສາອັງກິດ