ເຈົ້າໜ້າທີ່ພະລາດຊະວັງຂອງອັງກິດ ກ່າວໃນວັນເສົາມື້ນີ້ວ່າ
ເຈົ້າຍິງ Kate ທີ່ມີນາມຍົດວ່າ Duchess of Cambridge
ໄດ້ໃຫ້ການປະສູດແກ່ພະທິດາ ໃນວັນເສົາມື້ນີ້ ອີງຕາມລາຍ
ງານຂອງອົງການຂ່າວເອພີ.
ພະລາດຊະວັງ Kensington ກ່າວໂດຍສັ້ນໆວ່າ ພະຊາຍາ
ຂອງເຈົ້າຊາຍ William ໄດ້ໃຫ້ການປະສູດແກ່ພະທິດາດ້ວຍ
ຄວມປອດໄພໃນເວລາ 8 ໂມງ 34 ນາທີ ໃນຕອນເຊົ້າ ຕາມ
ເວລາໃນນະຄອນລອນດອນ ບໍ່ຮອດສາມຊົ່ວໂມງຫລັງຈາກ
ເຈົ້າຍິງໄດ້ເຂົ້າໂຮງໝໍ St Mary ຢູ່ເຂດໃຈກາງນະຄອນຫຼວງ
ລອນດອນ.
ການປະກາດດັ່ງກ່າວ ໄດ້ສ້າງຄວາມປິຕິຍິນດີດ້ວຍການຮ້ອງໂຮຂອງຝູງຊົນຢູ່ນອກໂຮງ
ໝໍ ບ່ອນທີ່ບັນດາຜູ້ທີ່ມີຄວາມຈົງຮັກພັກດີ ພາກັນນຸ່ງເຄື່ອງ ທີ່ມີສີສັນ ເປັນທຸງຊາດອັງກິດ
ພາກັນມາຢືນຖ້າຢູ່ທາງຍ່າງ ເພື່ອລໍຖ້າຟັງຂ່າວດ້ວຍຄວາມຕື່ນເຕັ້ນ. ຜູ້ຮ້ອງປະກາດປະ
ຈຳເມືອງຄົນນຶ່ງ ນຸ່ງເຄື່ອງພື້ນເມືອງທີ່ງົດງາມ ຮ້ອງອອກມາຢ່າງແຮງ ປະກາດຂ່າວຢູ່ປະ
ຕູໂຮງໝໍ ໂດຍການຕີລະຄັງຕ້ອນຮັບການປະສູດຂອງສະມາຊິກລາດຊະວົງຄົນໃໝ່.
ພະທິດາອົງນີ້ ມີນຳ້ໜັກ 8 ປອນ 3 ອອນ ຫລື 3.7 ກິໂລ. ພະລາດຊະວັງ ກ່າວເພີ້ມເຕີມ
ວ່າ ເຈົ້າຍິງ Kate ຊຶ່ງມີພະຊົນ 33 ປີ ພ້ອມດ້ວຍພະທິດາຂອງ ພະນາງ ຕ່າງກໍມີສຸຂະ
ພາບດີ ແລະເຈົ້າຊາຍ William ກໍມີໜ້າເວລາພະທິດາ ປະສູດ.
ພະທິດາອົງນີ້ ເປັນຜູ້ທີສີ່ໃນຖັນແຖວສືບສັນຕິວົງ ທີ່ຈະຂື້ນຄອງລາດຊະບັນລັງ ແລະ
ເປັນຫລານຜູ້ທີຫ້າ ຂອງພະລາຊີນີ Elizabeth ທີ 2.
ຖະແຫລງການກ່າວວ່າ ບັນດາເຊື້ອພະວົງຜູ້ອະວຸໂສ ໄດ້ຖືກແຈ້ງໃຫ້ຊາບແລ້ວ ແລະ
“ກໍມີຄວາມປະທັບໃຈກັບຂ່າວນີ້.”
ເຈົ້າຍິງ Kate ທີ່ໄດ້ສົມລົດກັບເຈົ້າຊາຍ William ໃນເດືອນເມສາ ປີ 2011 ໄດ້ປະສູດ
ເຈົ້າຊາຍ George ຢູ່ໂຮງໝໍດຽວກັນ ໃນເດືອນກຳລະກົດ ປີ 2013.