ເກີດໄຟໄໝ້ ອາຄານບ່ອນຢູ່ອາໄສ Marina Torch ໃນ Dubai
ຊຶ່ງເປັນອາຄານແຫ່ງນຶ່ງທີ່ສູງສຸດໃນໂລກ ສົ່ງຜົນໃຫ້ພວກອາໄສ
ຢູ່ໃນອາຄານສົນລະວົນ ຫາທາງອອກທີ່ປອດໄພ ເມື່ອຕອນເຊົ້າ
ວັນເສົາວານນີ້.
ທ້າວ Jamie Boyd ຜູ້ອາໄສຄົນໜຶ່ງໃນຕຶກອາຄານ Marina Torch ເວົ້າວ່າ
“ໂດຍພື້ນຖານແລ້ວ ສຽງສັນຍານເຕືອນໄຟໄໝ້ໄດ້ດັງຂຶ້ນໃນເວລາປະມານ 2
ໂມງເຄິ່ງຕອນເຊົ້າ. ຫຼາຍຄັ້ງຜ່ານມາ ພວກເຮົາໄດ້ຍິນສັນຍານສຽງເຕືອນດັງຂຶ້ນ
ເລື້ອຍໆ ແລ້ວມັນກໍແມ່ນເປັນສຽງສັນຍານເຕືອນ ທີ່ບໍ່ແມ່ນແທ້ ສະນັ້ນ ພວກເຮົາ
ບໍ່ໄດ້ຄິດຫຍັງຫຼາຍກັບມັນ ແລະຕໍ່ມາ ພວກເຂົາໄດ້ມາຕີປະຕູຫ້ອງຂອງພວກເຮົາ
ແລ້ວບອກໃຫ້ພວກເຮົາອອກໄປຈາກອາຄານ. ໃນເວລານັ້ນແຫລະ ພວກເຮົາຈຶ່ງ
ຮູ້ຈັກວ່າ ພວກເຮົາຕ້ອງອອກໄປ.”
ແປວໄຟໄດ້ພຸ່ງອອກຈາກອາຄານ Marina Torch ທີ່ມີທັງໝົດ 70 ຊັ້ນນັ້ນ ໃນຂະນະທີ່
ບັນດາພະນັກງານດັບໄຟໄປເຖິງສະຖານທີ່ເກີດເຫດ.
ບໍ່ມີລາຍງານວ່າ ມີຜູ້ໄດ້ຮັບບາດເຈັບ ຫຼືເສຍຊີວິດ ໃນທັນທີນີ້ເທື່ອ. ສາເຫດຂອງໄຟໄໝ້ນັ້ນ ແມ່ນກຳລັງຢູ່ໃນຂັ້ນສືບສວນສອບສວນ.
Fire in one of the world's tallest apartment buildings in Dubai sent people scrambling for safety early Saturday.
Jamie Boyd - resident of Marina Torch Building says
"Basically it was about 2:30 and the alarm went off. A lot of times we've had it go off where it was a false alarm so we didn't think much of it and then they actually came around pounding on our door telling us to get out sothat's when we knew to leave.''
Flames were shooting from the 70-story Marina Torch Building when firefighters arrived on the scene.
The were no immediate reports of casualties.The cause is being investigated.